ຟີລິບປິນ ຂະຫຍາຍຄຳສັ່ງຫ້າມ 7ປະເທດຈົນຮອດທ້າຍເດືອນມິຖຸນານີ້

15/06/2021 14:51
Email Print 336
ຂປລ ທ່ານ ​ໂຣດຣີ​ໂກ ດູ​ເຕີ​ເຕ,ປະທານາທິບໍດີ ຟີ​ລິບ​ປິນ ​ໄດ້​ອະນຸມັດ ຄຳ​ສັ່ງ ​ຂະຫຍາຍ​ເວລາ ​ຫ້າມ​ຜູ້​ເດີນທາງ​ ຈາກ​ອິນ​ເດຍ, ປາກ​ິດສະຖານ,ສີ​ລັງກາ, ບັງ​ກລາ​ເທດ,​ເນ​ປານ, ​ໂອ​ມານ ​ແລະ ສະຫະ​ນະຄອນ ​ເອ​ເມ​​ເຣັດ ອາຣັບ ລວມທັງ​ໝົົດ 7ປະ​ເທດ ​ເດີນທາງ​ເຂົ້າ ຟີ​ລິບ​ປິນ ຈົນ​ຮອດ​ວັນ​ທີ 30ມິຖຸນາ​ນີ້ ຈາກມີ​ກຳນົດ ສິ້ນ​ສຸດ ​ໃນ​ວັນ​ທີ15​ມິຖຸນາ​ນີ້

ຂປລ.ຕາມ​ຂ່າວ​ຈາກ​ ຟີ​ລິບ​ປິນ,ທ່ານ ​ໂຣດຣີ​ໂກ ດູ​ເຕີ​ເຕ,ປະທານາທິບໍດີ ຟີ​ລິບ​ປິນ ​ໄດ້​ອະນຸມັດ ຄຳ​ສັ່ງ ​ຂະຫຍາຍ​ເວລາ ​ຫ້າມ​ຜູ້​ເດີນທາງ​ ຈາກ​ອິນ​ເດຍ, ປາກ​ິດສະຖານ,ສີ​ລັງກາ, ບັງ​ກລາ​ເທດ,​ເນ​ປານ, ​ໂອ​ມານ ​ແລະ ສະຫະ​ນະຄອນ ​ເອ​ເມ​​ເຣັດ ອາຣັບ ລວມທັງ​ໝົົດ 7ປະ​ເທດ ​ເດີນທາງ​ເຂົ້າ ຟີ​ລິບ​ປິນ ຈົນ​ຮອດ​ວັນ​ທີ 30ມິຖຸນາ​ນີ້ ຈາກມີ​ກຳນົດ ສິ້ນ​ສຸດ ​ໃນ​ວັນ​ທີ15​ມິຖຸນາ​ນີ້ ​ເພື່ອ​ປ້ອງ​ກັນ ການ​ແຜ່​ລະບາດ ​ໂຄ​ວິດ-19 ສາຍ​ພັນ​ເດລຕາ ທີ່​ມີ​ການ​ພົບ​ ຄັ້ງທຳ​ອິດ ​ໃນ​ອິນ​ເດຍ.ຂະນະ​ທີ່ ກະຊວງ​ ສາທາລະນະ​ສຸກ ຟີ​ລິບ​ປິນ ​ເປີດ​ເຜີຍ​ ໃນ​ໄລຍະ 24ຊົ່ວ​ໂມງ ທີ່​ຜ່ານ​ມາ ພົບ​ຜູ້​ຕິດ​ເຊື້ອ ​ໂຄ​ວິດ-19ລາຍ​ໃໝ່​ຈຳນວນ 6.426ຄົນ ສົ່ງ​ຜົນ​ໃຫ້​ຍອດ​ ຜູ້​ຕິດ​ເຊື້ອ ​ສະ​ສົມ ​ໃນ​ປະ​ເທດ 1.322.053ຄົນ ສູງ​ເປັນອັນ​ດັບ 2ຂອງ​ອາຊີ​ຕາ​ ເວັນ​ອອກ​ ສ່ຽງ​ໃຕ້ (ອາ​ຊຽນ)ຮອງ​ຈາກ ​ອິນ​ໂດ​ເນ​ເຊຍ ​ແລະ​ ມີ​ຜູ້​ເສຍ​ຊີວິດ​ ຈາກ​ໂຄ​ວິດ-19ລາຍ​ໃໝ່​ ເພີ່ມ​ຂຶ້ນ57​ຄົນ ລວມທັງ​ໝົດ 22.845ຄົນ ​ເປັນອັນ​ດັບ 2ຂອງ​ອາ​ຊຽນ ​ເຊັ່ນ​ກັນ./.

ຮຽບຮຽງ​ຂ່າວ​ໂດຍ ສະ​ໄຫວ ລາດ​ປາກ​ດີ

KPL

ຂ່າວອື່ນໆ

ads
ads

Top