ສະຫາຍເລຂາທິການໃຫຍ່ ເນັ້ນໃຫ້ ສຊປລ ສຶກສາອົບຮົມ ຊາວໜຸ່ມ-ເຍົາວະຊົນໃຫ້ມີຄຸນສົມບັດສິນທຳປະຕິວັດ ມີນ້ຳໃຈຮັກຊາດ

25/12/2020 18:07
Email Print 1500
ຂປລ ຂປລ. ໃນວັນທີ 25 ທັນວາ 2020, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມ ແລະ ໃຫ້ກຽດໂອ້ລົມ ຕໍ່ກອງປະຊຸມໃຫຍ່ຜູ້ ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII

ຂປລ. ໃນວັນທີ 25 ທັນວາ 2020, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມ ແລະ ໃຫ້ກຽດໂອ້ລົມ ຕໍ່ກອງປະຊຸມໃຫຍ່ຜູ້ ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ໂດຍສະຫາຍໄດ້ເນັ້ນໃຫ້ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ (ສຊປລ) ເອົາໃຈໃສ່ບາງບັນຫາເປັນຕົ້ນ ແມ່ນຕັ້ງໜ້າສຶກສາອົບຮົມ ພະນັກງານຊາວໜຸ່ມ, ສະມາຊິກຊາວໜຸ່ມ ກໍຄື ຊາວໜຸ່ມ-ເຍົາວະຊົນລາວບັນດາເຜົ່າ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີນ້ຳໃຈຮັກ ຊາດ, ຮັກລະບອບປະຊາທິປະໄຕ ປະຊາຊົນ, ຮູ້ປົກປັກຮັກສາ ແລະ ເສີມຂະຫຍາຍມູນ ເຊື້ອອັນດີງາມຂອງຕົນ.

ພ້ອມນີ້, ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຍັງໄດ້ເນັ້ນອີກວ່າ: ຄະນະຊາວໜຸ່ມທຸກຂັ້ນ ແຕ່ສູນກາງ ຮອດທ້ອງຖິ່ນ, ຮາກຖານ ກ່ອນອື່ນໝົດຕ້ອງເອົາໃຈໃສ່ສຸດຂີດ ໃນການປົກປັກຮັກສາ ໝາກຜົນຂອງການປະຕິວັດ, ສືບທອດມູນເຊື້ອອັນ ດີງາມຂອງຊາດ ແລະ ຂອງຊາວໜຸ່ມ, ເສີມຂະຫຍາຍຜົນງານ ແລະ ທ່າແຮງບົ່ມຊ້ອນຂອງຕົນ ເພື່ອເຮັດສຳເລັດໜ້າທີ່ ການເມືອງຂອງພັກ ແລະ ປະຊາຊົນມອບໃຫ້; ປະກອບ ສ່ວນຢ່າງກົມກຽວເຂົ້າ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ກ້າວຂຶ້ນສູ່ຈຸດໝາຍ ສັງຄົມນິຍົມຢ່າງໜັກແໜ້ນ; ເປັນເຈົ້າການ ໃນການເຕົ້າໂຮມຄວາມສາມັກຄີ, ປຸກລະດົມຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນລາວບັນດາເຜົ່າ ໃຫ້ມີແບບແຜນການດຳລົງຊີວິດທີ່ດີ, ດຸໝັ່ນໃນການສຶກສາຮ່ຳຮຽນ, ຍົກລະດັບຄວາມຮູ້, ຄວາມສາມາດຂອງຕົນ ໃຫ້ສູງຂຶ້ນໄປເລື້ອຍໆ ເພື່ອໃຫ້ກາຍເປັນຜູ້ຊຳນານງານ ແລະ ກາຍເປັນຜູ້ສືບທອດທີ່ດີຂອງຊາດ; ເນັ້ນໃຫ້ຄະນະພັກ, ອົງການປົກຄອງ, ອົງການແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນທຸກຂັ້ນ ສືບຕໍ່ເພີ່ມທະວີ ໃນການສຶກສາອົບຮົມ, ບຳລຸງສ້າງ ແລະ ສ້າງເງື່ອນໄຂ ເອື້ອອຳນວຍໃນການ ເຄື່ອນໄຫວພັດທະນາ ແລະ ປົກປ້ອງສິດຜົນປະໂຫຍດ ອັນຊອບທຳຂອງ ຊາວໜຸ່ມ-ເຍົາ ວະຊົນລາວ ບັນດາເຜົ່າ; ຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວແຕ່ລະຂັ້ນ ຕ້ອງເອົາໃຈໃສ່ປັບປຸງ ການຈັດຕັ້ງຂອງຕົນ ໃຫ້ມີຄວາມ ໜັກແໜ້ນເຂັ້ມແຂງ ທາງດ້ານປະລິມານ ແລະ ຄຸນນະພາບ, ຂະຫຍາຍສະມາຊິກໃຫ້ກ້ວາງຂວາງ ເພື່ອເຕົ້າ ໂຮມກຳລັງແຮງສັງລວມ ເຂົ້າໃນການປະຕິບັດ 2 ໜ້າທີ່ຍຸດທະສາດຂອງພັກ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ໂດຍສະເພາະ ການປະຕິບັດແຜນພັດທະ ນາຊາວໜຸ່ມ-ເຍົາວະຊົນ 5 ປີ ຄັ້ງທີ II (2021-2025) ເຮັດໃຫ້ການພັດທະນາ ວຽກງານຊາວ ໜຸ່ມ-ເຍົາວະຊົນ ກາຍເປັນໜ້າທີ່ ບຸລິມະສິດລວມ ແລະ ຄວາມຮັບຜິດຊອບ ຂອງທົ່ວພັກ, ທົ່ວລັດ ແລະ ທົ່ວສັງຄົມລາວທັງຊາດ; ຍົກສູງຄວາມ ຮູ້ຄວາມສາມາດ, ຫົວຄິດປະດິດສ້າງທາງ ດ້ານວິທະຍາສາດ-ເຕັກໂນໂລຊີ, ICT, ປົກປ້ອງສິດຜົນປະໂຫຍດ ອັນຊອບທຳ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ ຂອງຊາວໜຸ່ມ-ເຍົາວະຊົນ; ສຸມໃສ່ສ້າງພື້ນ ຖານໂຄງລ່າງ, ວັດຖຸເຕັກນິກ, ຖານຂໍ້ມູນ, ສະໜອງຂ່າວສານ, ສົ່ງເສີມວິຊາຊີບ, ຊຸກຍູ້ຫົວໜ່ວຍທຸລະກິດ ຂອງຊາວໜຸ່ມ ແລະ ການເຄື່ອນໄຫວສັງຄົມ ໃນຖັນແຖວຊາວໜຸ່ມ-ເຍົາ ວະຊົນໃຫ້ແຂງແຮງ ແລະ ຕໍ່ເນື່ອງ; ອອກແຮງແຂ່ງຂັນສ້າງ ຂະບວນການຂອງຊາວໜຸ່ມ-ເຍົາວະຊົນ ໃຫ້ມີຄວາມຟົດຟື້ນ, ຫ້າວຫັນ, ມີເນື້ອໃນຕິດພັນກັບ ການສຶກສາອົບຮົມ ໂດຍການສືບຕໍ່ຈັດຕັ້ງ ປະຕິບັດຂໍ້ແຂ່ງຂັນ ຮັກຊາດ-ພັດທະນາ, ວຽກງານ 3 ສ້າງຂອງພັກ, ດ້ວຍຂະບວນການແຂ່ງຂັນ 4 ບຸກຂອງຊາວໜຸ່ມ ແລະ 3 ດີ 4 ຮູ້ຂອງເຍົາວະຊົນ ທັນວາ ຕິດພັນກັບຄຳຂວັນທີ່ວ່າ "ບ່ອນໃດຍາກຊາວໜຸ່ມບຸກ ບ່ອນໃດທຸກຊາວໜຸ່ມມີໜ້າ ເມື່ອໃດຊາດຕ້ອງການ ຊາວໜຸ່ມຂານອາສາ" ພ້ອມທັງມີຮູບການທີ່ປະດິດສ້າງ ສາມາດດຶງດູດເອົາ ຊາວໜຸ່ມ-ເຍົາວະຊົນ ລາວບັນດາເຜົ່າເຂົ້າ ຮ່ວມຢ່າງກວ້າງຂວາງ ແນໃສ່ຝຶກຝົນຫລໍ່ຫລອມ ໃນຂະບວນການຕົວຈິງ ກາຍເປັນກຳລັງແຮງ ພື້ນຖານທີ່ມີຄຸນນະພາບ ຂອງການພັດທະນາ ປະເທດຊາດ ແລະ ເປັນຜູ້ສືບທອດ ພາລະກິດປະຕິວັດ ໃນສະເພາະໜ້າ ແລະ ຍາວນານ.

ນອກຈາກນີ້, ສະຫາຍ ຍັງເນັ້ນໜັກໃຫ້ເພີ່ມທະວີ ການພົວພັນຮ່ວມມື ກັບຊາວໜຸ່ມບັນດາປະເທດ ເພື່ອນມິດຍຸດທະສາດ, ບັນດາປະເທດ ໃນພາກພື້ນ ແລະ ສາກົນ, ອົງການ ຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທີ່ບໍ່ຂຶ້ນ ກັບລັດຖະບານ ເພື່ອຍາດແຍ່ງເອົາການ ສະໜັບສະໜູນ ແລະ ການຊ່ວຍເຫລືອ ເປັນຕົ້ນ ບົດຮຽນ, ເຕັກນິກ-ວິທະຍາສາດ, ທຶນຮອນ, ວັດຖຸ-ອຸປະກອນ ເພື່ອມາພັດທະນາ ປະເທດຊາດ ກໍຄື ຊາວໜຸ່ມ-ເຍົາວະຊົນລາວ ໃຫ້ເຂັ້ມ ແຂງໄປສູ່ຄຸນະພາບໃໝ່.

ຂ່າວ: ສົມຫວັງ; ພາບ: ຂັນໄຊ

KPL

ຂ່າວອື່ນໆ

    •  ປະກາດແຕ່ງຕັ້ງຮອງເລຂາພັກແຂວງ-ຮອງເຈົ້າແຂວງບໍ່ແກ້ວ ຄົນໃໝ່ການເມືອງ

      ປະກາດແຕ່ງຕັ້ງຮອງເລຂາພັກແຂວງ-ຮອງເຈົ້າແຂວງບໍ່ແກ້ວ ຄົນໃໝ່

      1/20/2025 3:25:40 PM

      ຂປລ. ພິທີປະກາດການຈັດຕັ້ງ ຮອງເລຂາພັກແຂວງ, ຮອງເຈົ້າແຂວງບໍ່ແກ້ວ ຈັດ​ຂຶ້ນ​ໃນ​ທ້າຍ​ອາທິດ​ຜ່ານ​ມາ ​ໂດຍ​ເປັນ​ກຽດ​ເຂົ້າຮ່ວມຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການ ເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ສະຫາຍ ທອງຈັນ ມະນີໄຊ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງບໍ່ແກ້ວ, ມີຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, ສະມາຊິກສະພາປະຊາຊົນແຂວງ, ເລຂາພັກເມືອງ-ເຈົ້າເມືອງ, ຫົວໜ້າ-ຮອງ ຫົວໜ້າພະແນກການ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ

    • ລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າອວຍພອນ ຮອງນາຍົກລົດຖະມົນຕີການເມືອງ

      ລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າອວຍພອນ ຮອງນາຍົກລົດຖະມົນຕີ

      1/20/2025 3:16:46 PM

      ຂປລ. ໃນ​ວັນ​ທີ 20 ມັງກອນ 2025 ນີ້, ສະຫາຍ ພົນ​ໂທ ຄຳ​ລຽງ ອຸ​ທະ​ໄກສອນ ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ພ້ອມ​ຄະນະ ໄດ້​ເຂົ້າ​ອວຍພອນ ສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ, ຮອງ​ປະ ທານ​ຜູ້​ປະຈຳການ ຄະນະ​ກຳມະການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ສູນ​ກາງ ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ ຄົບຮອບ 76 ປີ.

    • 76 ປີ ຜ່ານມາ ກອງທັບປະຊາຊົນລາວ ໄດ້ເສີມ ຂະຫຍາຍທາດແທ້-ມູນເຊື້ອອັນສະຫງ່າງາມຂອງຕົນການເມືອງ

      76 ປີ ຜ່ານມາ ກອງທັບປະຊາຊົນລາວ ໄດ້ເສີມ ຂະຫຍາຍທາດແທ້-ມູນເຊື້ອອັນສະຫງ່າງາມຂອງຕົນ

      1/20/2025 2:15:37 PM

      ຂປລ. ຕະຫລອດ​ໄລ​ຍະ 76 ປີຜ່ານມາ, ກອງທັບປະຊາຊົນລາວ ໄດ້ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນສະຫງ່າງາມຂອງຕົນ, ຍາມໃດກໍເຊີດຊູສະຕິລະວັງຕົວກຽມພ້ອມສູ້ຮົບ, ເປັນກຳລັງຫລັກແຫລ່ງ ເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ ປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ ໄວ້ໄດ້ຢ່າງໝັ້ນຄົງ ຮັບປະ ກັນໄດ້ສະຖຽນລະພາບ ທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ປະກອບສ່ວນຢ່າງຕັ້ງໜ້າໃນການ ພັດທະນາເສດຖະກິດ-ສັງຄົມ ຂອງຊາດ ຂະຫຍາຍຕົວຢ່າງຕໍ່ເນື່ອງ.

    • ຄະນະກວດກາພັກ ອອປສ ສະຫລຸບ ວຽກງານປະຈໍາໄຕມາດ IV ປະຈຳປີ 2024ການເມືອງ

      ຄະນະກວດກາພັກ ອອປສ ສະຫລຸບ ວຽກງານປະຈໍາໄຕມາດ IV ປະຈຳປີ 2024

      1/20/2025 1:52:02 PM

      ຂປລ. ທ້າຍ​ອາທິດ​ຜ່ານ​ມາ, ຄະນະກວດກາພັກ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ດໍາເນີນກອງປະຊຸມວຽກງານກວດກາພັກ ປະຈໍາໄຕມາດ IV ປະຈຳປີ 2024 ເພື່ອສະຫລຸບຕີລາຄາຄືນ ການຈັດຕັ້ງປະຕິບັດ ວຽກງານກວດກາພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍານຸທອນ ສູນວິເລີດ ຮອງປະທານກວດກາພັກ, ຫົວໜ້າກົມກວດກາ, ມີບັນດາສະຫາຍຮອງເລຂາໜ່ວຍພັກ ຜູ້ເຮັດວຽກງານກວດກາໜ່ວຍພັກຂອງຫ້ອງການ, ບັນດາກົມ, ສະຖາບັນຄົ້ນຄວ້າ ແລະ ຝຶກອົມຮົມໄອຍະການ, ພະນັກງານຫລັກແຫລ່ງຂອງກົມກວດກາ ອົງການໄອຍະການປະຊາຊົນສູງສຸດ ເຂົ້າຮ່ວມ.

    • ກະຊວງ ຜທ ເປີດບັ້ນແຂ່ງຂັນ ຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ Vການເມືອງ

      ກະຊວງ ຜທ ເປີດບັ້ນແຂ່ງຂັນ ຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V

      1/16/2025 1:42:29 PM

      ຂປລ. ກະຊວງແຜນການ ແລະ ການລົງທຶນ (ຜທ) ເປີດບັ້ນຂະບວນການແຂ່ງຂັນ ເພືື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກະຊວງ ໃນວັນທີ 15 ມັງກອນ 2025

ads
ads

Top