ສາທາ ຢືນຢັນມື້ທີ 8 ກວດບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ

20/04/2020 16:06
Email Print 708
ຂປລ ຂປລ. ຖືວ່າເປັນຂ່າວດີ ກະຊວງສາທາລະນະສຸກ ຂອງສປປ ລາວ ໄດ້ຢືນຢັນມາຮອດວັນທີ 20 ເມສາ 2020 ຍັງກວດບໍ່ພົບຜູ້ຕິດເຊື້ອ ໂຄວິດ-19 ເພີ່ມອີກ ຈາກການເກັບຕົວຢ່າງມາກວດທັງໝົດ 16 ກໍລະນີ ຊຶ່ງມີຜູ້ສຳຜັດໃກ້ຊິດ ກັບຜູ້ຕິດເຊື້ອ 7 ກໍລະນີ ແລະ ມີອາການສົງໄສ 9 ກໍລະນີ. ນັບວ່າເປັນເວລາ 8 ວັນຕິດຕໍ່ກັນແລ້ວ ທີ່ຜົນກວດກຸ່ມເປົ້າໝາຍ ອອກມາເປັນລົບ (ບໍ່ຕິດເຊື້ອ) ແລະ ຍອດຜູ້ຕິດເຊື້ອທັງໝົດຍັງຢູ່ທີ່ 19 ກໍລະນີ

ຂປລ. ຖືວ່າເປັນຂ່າວດີ ກະຊວງສາທາລະນະສຸກ ຂອງສປປ ລາວ ໄດ້ຢືນຢັນມາຮອດວັນທີ 20 ເມສາ 2020 ຍັງກວດບໍ່ພົບຜູ້ຕິດເຊື້ອ ໂຄວິດ-19 ເພີ່ມອີກ ຈາກການເກັບຕົວຢ່າງມາກວດທັງໝົດ 16 ກໍລະນີ ຊຶ່ງມີຜູ້ສຳຜັດໃກ້ຊິດ ກັບຜູ້ຕິດເຊື້ອ 7 ກໍລະນີ ແລະ ມີອາການສົງໄສ 9 ກໍລະນີ. ນັບວ່າເປັນເວລາ 8 ວັນຕິດຕໍ່ກັນແລ້ວ ທີ່ຜົນກວດກຸ່ມເປົ້າໝາຍ ອອກມາເປັນລົບ (ບໍ່ຕິດເຊື້ອ) ແລະ ຍອດຜູ້ຕິດເຊື້ອທັງໝົດຍັງຢູ່ທີ່ 19 ກໍລະນີ (ປິ່ນປົວດີ, ກັບບ້ານແລ້ວ 2 ຄົນ); ປັດຈຸບັນ ຍັງມີຜູ້ຕິດເຊື້ອນອນຢູ່ໂຮງໝໍ 17 ຄົນ, ໃນນັ້ນ, 3 ຄົນ ປິ່ນປົວຢູ່ໂຮງໝໍ ແຂວງຫລວງພະບາງ ແລະ 14 ຄົນ ປິ່ນປົວຢູ່ໂຮງໝໍມິດຕະພາບ ນະຄອນຫລວງວຽງຈັນ ທັງໝົດເຫັນວ່າ ມີອາການເບົາບາງ ແລະ ຍັງຕິດຕາມການກວດຫາ ເຊື້ອເພື່ອຢັ້ງຢືນຕໍ່ໄປ.

ທ່ານ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ກ່າວໃນງານຖະແຫລງຂ່າວໃນວັນທີ 20 ເມສາ 2020 ວ່າ:​ ນັບແຕ່ເດືອນມັງກອນ ຮອດ ວັນທີ 18 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 1.349 ຄົນ, ກວດພົບເຊື້ອທັງໝົດ 19 ຄົນ, ມີຈໍານວນຜູ້ສໍາຜັດໃກ້ຊິດທັງໝົດ ທີ່ໄດ້ຕິດຕາມ ແຕ່ວັນທີ 9 ມີນາ ຫາ 18 ເມສາ 2020 ມີ ທັງໝົດ 313 ຄົນ,  ໝົດກໍານົດຕິດຕາມ ທັງໝົດ 296 ຄົນ, ຍັງສືບຕໍ່ຕິດຕາມທັງໝົດ 17 ຄົນ ໃນນັ້ນ, ຢູ່ນະຄອນຫລວງວຽງຈັນ 17 ຄົນ, 12 ຄົນ ແມ່ນຕິດຕາມຢູ່ໂຮງໝໍ 103 ແລະ ຕິດຕາມຢູ່ເຮືອນ 5 ຄົນໂດຍສະ ເລ່ຍຍັງອີກ 5 ມື້ຈຶ່ງຄົບກຳນົດຕິດຕາມ 14 ວັນ.

ທ່ານ ດຣ. ພູທອນ ເມືອງປາກ ກ່າວອີກວ່າ: ເຖິງວ່າ ສະພາບການຕິດເຊື້ອຢູ່ ສປປ ລາວ ໄດ້ເວັ້ນໄລຍະຫ່າງມາໄດ້ 8 ວັນແລ້ວກໍຕາມ, ຜູ້ຕິດເຊື້ອປິ່ນປົວຢູ່ໂຮງໝໍ ກໍໄດ້ອອກໂຮງໝໍ 2 ຄົນແລ້ວ, ແຕ່ພວກເຮົາ ຈະບໍ່ລົດລະການເຝົ້າລະວັງ  ຕິດຕາມຄົ້ນຫາ ຜູ້ສົງໄສທີ່ຈະຕິດເຊື້ອ ໂດຍສະ ເພາະຜູ້ທີ່ຍັງຈຳກັດບໍລິເວນ ຕົນເອງຢູ່ສູນ ແລະ ຢູ່ເຮືອນ ລວມທັງຜູ້ເດີນທາງ ຜ່ານຊາຍແດນ ເຂົ້າມາໃໝ່ ເພື່ອມາກວດວິເຄາະ ຢັ້ງຢືນພະຍາດໃຫ້ໄດ້ໄວ ແລະ ປິ່ນປົວຢ່າງທັນການ.

ຂ່າວ: ກິດຕາ

ພາບ: ໄອຄຳ

KPL

ຂ່າວອື່ນໆ

    • ເກັບກຳຂໍ້ມູນສຶກສາຄົ້ນຄວ້າ ການຮຽນ ແບບມີສ່ວນຮ່ວມຢູ່ 30 ເມືອງເປົ້າໝາຍວັດທະນະທຳ-ສັງຄົມ

      ເກັບກຳຂໍ້ມູນສຶກສາຄົ້ນຄວ້າ ການຮຽນ ແບບມີສ່ວນຮ່ວມຢູ່ 30 ເມືອງເປົ້າໝາຍ

      2/17/2025 2:14:49 PM

      ຂປລ. ໃນລະຫວ່າງວັນທີ 10 ກຸມພາ ຫາ 7 ມີນາ 2025 ທີມງານຄົ້ນຄວ້າເກັບກຳຂໍ້ມູນ ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ວິທະຍາໄລຄູຈາກ ຫລວງນ້ຳທາ, ຄັງໄຂ ແລະ ສະຫວັນນະເຂດ ຈະເດີນທາງ ໄປໂຮງຮຽນປະຖົມໃນ 30 ເມືອງເປົ້າໝາຍ ເພື່ອກໍານົດການປະຕິບັດ ການສອນທີ່ມີຄຸນນະພາບ ນໍາໄປສູ່ການເພີ່ມຂຶ້ນ ຂອງການມີສ່ວນຮ່ວມຂອງນັກຮຽນ ແລະ ການປັບປຸງຜົນການຮຽນ

    • ສະຖາບັນເລືອດແຫ່ງຊາດ ຈັດກິດຈະກຳ ຮັບບໍລິຈາກເລືອດ ຊ່ວຍເຫລືອສັງຄົມວັດທະນະທຳ-ສັງຄົມ

      ສະຖາບັນເລືອດແຫ່ງຊາດ ຈັດກິດຈະກຳ ຮັບບໍລິຈາກເລືອດ ຊ່ວຍເຫລືອສັງຄົມ

      2/17/2025 2:06:26 PM

      ຂປລ. ໃນວັນທີ 13-14 ກຸມພາ 2025 ຜ່ານມາ, ສະຖາບັນເລືອດແຫ່ງຊາດ ອົງການກາແດງ ແຫ່ງຊາດລາວ ຈັດກິດຈະກຳຮັບບໍລິຈາກເລືອດ ເພື່ອຊ່ວຍເຫລືອສັງຄົມ ແບບສະໝັກໃຈ, ບໍ່ຮຽກຮ້ອງສິ່ງຕອບແທນ ໂດຍມີບັນດານັກຮຽນ-ນັກສຶກສາ, ພະນັກງານ-ລັດຖະກອນ, ກົມກອງລວມໝູ່ ແລະ ພາກສ່ວນຕ່າງໆ ພາຍໃນນະຄອນຫລວງວຽງຈັນ ເຂົ້າຮ່ວມບໍລິຈາກເລືອດ ເປັນຈຳນວນຫລາຍ.

    • ຫາລືຄວາມຄືບໜ້າໂຄງການສິນເຊື່ອກາກບອນ ຂອງ ສນຊວັດທະນະທຳ-ສັງຄົມ

      ຫາລືຄວາມຄືບໜ້າໂຄງການສິນເຊື່ອກາກບອນ ຂອງ ສນຊ

      2/17/2025 1:59:16 PM

      ຂປລ. ກອງປະຊຸມປຶກສາຫາລື ຄວາມຄືບໜ້າໂຄງການສິນເຊື່ອກາກບອນ ຈັດຂຶ້ນໃນວັນທີ 14 ກຸມພາ 2025 ຜ່ານມາ ໂດຍມີ ທ່ານ ຈັນເພັງ ສຸດທິວົງ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ), ທ່ານ ສະເໜີ ຈຸນລະມະນີ ກໍາມະການ ສນຊ, ຜູ້ຮັບຜິດຊອບໂຄງການ ສິນເຊື່ອກາກບອນຂອງ ສນຊ, ມີບັນດາຜູ້ຕາງໜ້າຈາກ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກໍາ-ປ່າໄມ້, ຜູ້ຕາງໜ້າບໍລິສັດ vnv

    • ປະທານອົງການກວດກາແຫ່ງລັດ ຢ້ຽມຢາມ ໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5ວັດທະນະທຳ-ສັງຄົມ

      ປະທານອົງການກວດກາແຫ່ງລັດ ຢ້ຽມຢາມ ໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5

      2/17/2025 1:53:57 PM

      ຂປລ. ວັນທີ 14 ກຸມພາ 2025 ຜ່ານມາ, ທ່ານ ຄຳພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານ ການສໍ້ລາດບັງຫລວງຂັ້ນສູນກາງ ພ້ອມດ້ວຍຄະນະນຳ ແຂວງບໍລິຄຳໄຊ ລົງຢ້ຽມຢາມໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ລະຫວ່າງ ແຂວງບໍລິຄຳໄຊ ກັບ ແຂວງບຶງການ ຣາຊະອານາຈັກໄທ ໂດຍມີ ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ລາວ-ໄທແຫ່ງທີ 5 ໃຫ້ການຕ້ອນຮັບ.

    • ສານປະຊາຊົນສູງສຸດ ມອບລົດຕູ້ໃຫ້ສານທະຫານຂັ້ນສູງວັດທະນະທຳ-ສັງຄົມ

      ສານປະຊາຊົນສູງສຸດ ມອບລົດຕູ້ໃຫ້ສານທະຫານຂັ້ນສູງ

      2/14/2025 5:54:46 PM

      ຂປລ. ສານປະຊາຊົນສູງສຸດ ມອບລົດຕູ້ ຈຳວນ 01 ຄັນ ໃຫ້ສານທະຫານຂັ້ນສູງ ໃນວັນທີ 14 ກຸມພາ 2025 ຕາງໜ້າມອບໂດຍທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ແລະ ຕາງໜ້າກ່າວຮັບໂດຍທ່ານ ພັນເອກ ສິງທອງ ຄຳປະເສີດ ປະທານສານທະຫານຂັ້ນສູງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງແລະ ພະນັກງານ ວິຊາການທັງສອງພາກສ່ວນເຂົ້າຮ່ວມ.

ads
ads

Top