ຂປລ
ຂປລ. ໃນວັນທີ 7 ກໍລະກົດ 2025 ຜ່ານມານີ້, ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫ່ຍ ບໍລິສັດ ລາວໂທລະຄົມ ມະຫາຊົນ ແລະ ທ່ານ ດາວວີ ວົງໄຊ ເອກອັກຄະລັດຖະທູດ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການສະຫະປະຊາຊາດ ແລະ ອົງການຈັດຕັ້ງສາກົນອື່ນໆ ທີ່ ເຊີແນວ ພ້ອມດ້ວຍຄະນະຜູ້ບໍລິຫານລາວໂທລະຄົມ

ຂປລ. ໃນວັນທີ 7 ກໍລະກົດ 2025 ຜ່ານມານີ້, ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫ່ຍ ບໍລິສັດ ລາວໂທລະຄົມ ມະຫາຊົນ ແລະ ທ່ານ ດາວວີ ວົງໄຊ ເອກອັກຄະລັດຖະທູດ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການສະຫະປະຊາຊາດ ແລະ ອົງການຈັດຕັ້ງສາກົນອື່ນໆ ທີ່ ເຊີແນວ ພ້ອມດ້ວຍຄະນະຜູ້ບໍລິຫານລາວໂທລະຄົມ ໄດ້ຂຶ້ນຮັບລາງວັນ WSIS Prizes 2025 ຢູ່ເມືອງ ເຈັນນີວາ ປະເທດ ສະວິດ.
ລາງວັນ WSIS Prizes 2025 ເປັນລາງວັນນານາຊາດ ທີ່ຈັດຂຶ້ນໂດຍ ITU (International Telecommunication Union) ເພື່ອສະໜັບສະໜູນໂຄງການ ແລະ ນະວັດຕະກຳ ທາງດ້ານດີຈິຕອນ ທີ່ຊ່ວຍເສີມສ້າງການພັດທະນາຢ່າງຍືນຍົງ (SDGs - Sustainable Development Goals) ເຊິ່ງການຮັບລາງວັນ ໃນຄັ້ງນີ້ ສະແດງໃຫ້ເຫັນເຖິງຄວາມກ້າວ ກະໂດດ ການເຕີບໂຕຂອງແອັບກະເປົາເງິນ ເອເລັກໂຕຣນິກ ໃນລາວ “ເອັມມັນນີເອັກສ” ດ້ວຍຄວາມກ້າວໜ້າ ດ້ານການຂະຫຍາຍ ການບໍລິການທາງ ດ້ານທຸລະກຳ ດ້ານການເງິນ ເຊັ່ນ: ການຊໍາລະ, ໂອນເງິນເຂົ້າ-ອອກ, ຈ່າຍໃບບິນ, ຈ່າຍພາສີ, ຈ່າຍປະກັນສັງຄົມ ແລະ ອື່ນໆ ໃຫ້ແກ່ປະຊາຊົນຫລາຍລ້ານຄົນ ທີ່ບໍ່ສາມາດເຂົ້າເຖິງ ການເປີດນຳໃຊ້ບັນຊີທະນາຄານ.
ແອັບ ເອັມມັນນີເອັກສ ໄດ້ມີການຜັກດັນໃຫ້ບໍລິການ ທາງດ້ານການເງິນທີ່ເປັນ Unbanked ໃຫ້ກັບປະຊາຊົນ ທີ່ບໍ່ສາມາດເຂົ້າເຖິງ ບໍລິການທະນາຄານ ຫລື ບໍລິສັດການເງິນ ໃຫ້ມີໂອກາດ ໃນການເຂົ້າເຖິງ-ເຂົ້າຮ່ວມ ໃນກິດຈະກໍາທາງດ້ານການເງິນ ເພື່ອຂະຫຍາຍເສດຖະກິດ ໃຫ້ກວ້າງຂວາງພາຍໃນປະເທດ ແລະ ປັບປຸງຄວາມໝັ້ນຄົງພື້ນຖານ ທາງດ້ານການເງິນ ໃຫ້ເຂັ້ມແຂງ ແລະ ເອັມມັນນີເອັກສ ໄດ້ວາງແຜນສຳລັບອະນາຄົດ ຂ້າງໜ້າເພື່ອສະໜອງດ້ານທຸລະກຳທາງການເງິນ ບໍ່ວ່າຈະເປັນທາງດ້ານສິນເຊື່ອຈຸລະພາກ ໃຫ້ແກ່ຄອບຄົວ ແລະ ບຸກຄົນໃນເວລາທີ່ຈໍາເປັນ ໂດຍສະເພາະ ສໍາລັບຜູ້ທີ່ບໍ່ສາມາດເຂົ້າເຖິງ ການບໍລິການທະນາຄານ ຫລື ການບໍລິການກູ້ຢືມແບບທະນາຄານ.
ເອັມມັນນີເອັກສ ໄດ້ກຽມຄວາມພ້ອມ ແລ ະ ດຳເນີນການຢ່າງຄົບຖ້ວນ ຕາມລະບຽບກົດໝາຍ ທາງການເງິນທັງໝົດທີ່ວາງອອກ ແລະ ຍັງໄດ້ເຂົ້າຮ່ວມເປັນສະມາຊິກ ບໍລິສັດລາວ ເນເຊີນນໍ ເພເມັ້ນເນັດເວີກ (LAPNET) ເປັນແພຣດຟອມ ການຈ່າຍເງິນອິເລັກໂຕຣນິກ (e-payment) ທີ່ຖືກສ້າງຂຶ້ນໂດຍ ທະນາຄານແຫ່ງ ສປປ ລາວ (BOL) ເພື່ອເປັນລະບົບກາງ ໃນການປະສານງານລະຫວ່າງ ທະນາຄານການຄ້າຕ່າງໆ, ແອັບກະເປົາເງິນດີຈິຕອນ (E-Wallet) ຫລື ຜູ້ໃຫ້ບໍລິການຈ່າຍເງິນດີຈິຕອນ ເຊິ່ງລູກຄ້າ ເອັມມັນນີເອັກສ ສາມາດໄດ້ຮັບ ຜົນປະໂຫຍດ ຈາກການບໍລິການທາງດ້ານ ການເງິນທັງໝົດໂດຍບໍ່ຈໍາເປັນ ຕ້ອງເປີດບັນຊີທະນາຄານ.
ໃນປີ 2024 ຈໍານວນຜູ້ສະໝັກໃຊ້ “ MmoneyX “ ເພີ່ມຂຶ້ນຈາກ 300.000 ຄົນ ເປັນ 800.000 ຄົນ ແລະ ຄາດວ່າຈະເພີ່ມຂຶ້ນເປັນ 1.100.000 ຄົນ ພາຍໃນປີ 2025 ດ້ວຍການເຂົ້າເຖິງທີ່ມີ ຂໍ້ຈຳກັດຂອງທະນາຄານໃນບາງຂົງເຂດ ເຮັດໃຫ້ ເອັມມັນນີເອັກສ ສາມາດເຂົ້າເຖິງລູກຄ້າໄດ້ງ່າຍ ພຽງແຕ່ມີສັນຍານອິນເຕີເນັດກໍສາມາດເຮັດທຸລະກຳທາງ ດ້ານການເງິນຕ່າງໆ ໃນແອັບດຽວດ້ວຍຄວາມສະດວກສະບາຍ ແລະ ປອດໄພ ໂດຍສະເພາະຢູ່ເຂດຊົນນະບົດໄດ້ເຂົ້າເຖິງ ການບໍລິການດ້ານການເງິນ. ດັ່ງນັ້ນ, ກະເປົາເງິນ ເອເລັກໂຕຣນິກ M moneyX ຈະຊ່ວຍເຮັດໃຫ້ການເຂົ້າເຖິງ ການເງິນໃຫ້ໄດ້ທົ່ວເຖິງ ເພື່ອເສດຖະກິດທີ່ໝັ້ນຄົງ ແລະ ການກະຕຸ້ນຊິວິດການເປັນຢູ່ຂອງ ພໍ່ແມ່ປະຊາຊົນລາວ ໄດ້ດີຍິ່ງຂຶ້ນ.
ຂ່າວ-ພາບ: ລາວໂທລະຄົມ
KPL