ປ່ອຍປາ 4 ແສນໂຕຄືນສູ່ແຫລ່ງທໍາມະຊາດ ສະຫລອງວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ

14/07/2025 09:36
ຂປລ ຂປລ. ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ສົມທົບກັບ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫລວງວຽງຈັນ (ນວ), ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແລະ ອຳນາດການປົກ ຄອງ ເມືອງຫາດຊາຍຟອງ ຈັດພິທີສະເຫລີມສະຫລອງວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ ໃນວັນທີ 13 ກໍລະກົດ 2025



ຂປລ.
  ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ສົມທົບກັບ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫລວງວຽງຈັນ (ນວ)
, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແລະ ອຳນາດການປົກ ຄອງ ເມືອງຫາດຊາຍຟອງ ຈັດພິທີສະເຫລີມສະຫລອງວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ ໃນວັນທີ 13 ກໍລະກົດ 2025 ທີ່ຄອງນໍ້າວຽງຈັນ ເຂດບ້ານນາໄຫ, ເມືອງຫາດຊາຍຟອງ ນວ, ເປັນກຽດເຂົ້າຮ່ວມຂອງ ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີບັນດາຮອງລັດຖະມົນຕີ, ທູຕານຸທູດ, ແຂກຖືກເຊີນ, ນ້ອງນ້ອຍເຍົາວະຊົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ເຊິ່ງປີ 2025 ນີ້, ທົ່ວປະເທດ ມີແຜນປ່ອຍປາຄືນແຫ່ງນໍ້າທຳມະຊາດ 65 ລ້ານໂຕ.

 ສະເພາະປາທີ່ນໍາມາປ່ອຍຢູ່ຄອງນໍ້າວຽງຈັນ ເຂດບ້ານນາໄຫ ມີທັງໝົດ 4 ແສນກວ່າໂຕ ປະກອບມີ: ປາ ປາກ, ປາເໝັ້ນ, ປາເຄິງ, ປາເຂັງ ແລະ ຊະນິດປາພື້ນເມືອງອື່ນໆ ເຊິ່ຈຸດປະສົງ ໃນການປ່ອຍປາໃນຄັ້ງນີ້, ເພື່ອ ໂຄສະນາ, ປຸກລະດົມ ແລະ ສ້າງຈິດສໍານຶກ ໃຫ້ແກ່ເຍົາວະຊົນອະນຸຊົນ ກໍຄື ທົ່ວສັງຄົມ ໃຫ້ເຫັນໄດ້ຄວາມສໍາຄັນ ຂອງການກະນຸລັກ, ປົກປັກຮັກສາ ປາ ແລະ ສັດນໍ້າ, ທັງເປັນການສ້າງຄວາມເຂົ້າໃຈຕໍ່ກັບການປ່ອຍປາ ແລະ ສັດນໍ້າ ຄືນສູ່ແຫລ່ງນໍ້າທໍາມະຊາດ ເພື່ອເພີ່ມຄວາມອຸດົມສົມບູນ ທາງດ້ານຊະນິດພັນ ແລະ ຈໍານວນປະຊາກອນ ປາ ແລະ ສັດນໍ້າ ໃຫ້ມີຄວາມຍືນຍົງ.




ໃນພິທີ
, ທ່ານ ພັນທະວົງ ວົງສໍາພັນ ຮອງຫົວໜ້າກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ໃຫ້ຮູ້ວ່າ: ການສະເຫລີມສະຫລອງວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດປີນີ້ ຄົບຮອບ 28 ປີ, ນັບແຕ່ປີ 1997 ເປັນຕົ້ນມາ, ພ້ອມດຽວກັນ ວັນທີ 13 ກໍລະກົດ ຍັງກົງກັບວັນຄ້າຍວັນເກີດ ຂອງປະທານສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກ ຂອງປວງຊົນລາວ ທັງຊາດ ຄົບຮອບ 116 ປີ. ການສະເຫລີມສະຫລອງວັນດັ່ງກ່າວ, ໄດ້ຈັດຂຶ້ນທຸກປີ ເພື່ອເປັນການຈາລຶກເຖິງບຸນຄຸນ ແລະ ຄຸນງາມຄວາມດີທີ່ທ່ານ ໄດ້ອຸທິດຕົນໃຫ້ແກ່ ພາລະກິດແຫ່ງການຕໍ່ສູ້ກູ້ຊາດ ກໍຄື ການປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດຂອງພວກເຮົາ, ພ້ອມທັງເປັນການປູກຈິດສຳນຶກ ໃຫ້ແກ່ເຍົາວະຊົນ ແລະ ອະນຸຊົນ ຮຸ່ນຫລັງ ກໍຄື ທົ່ວສັງຄົມໃຫ້ເຫັນຄວາມສຳຄັນ ຂອງການອະນຸຮັກປາ ແລະ ສັດນໍ້າ ແນໃສ່ເພີ່ມຄວາມອຸດົມສົມບູນ ແລະ ໃຫ້ມີຄວາມຍືນຍົງຕະຫລອດໄປ.

     


ປາ ແລະ ສັດນໍ້າເປັນແຫລ່ງສະບຽງອາຫານ ແລະ ໂພຊະນາການ ທີ່ຈຳເປັນຂອງປະຊາຊົນລາວບັນດາເຜົ່າ
, ຈາກຂໍ້ມູນສະຖິຕິ ໃນປີ 2024 ອັດຕາການບໍລິໂພກ ປາ ແລະ ສັດນໍ້າ ຂອງພົນລະເມືອງລາວ ແມ່ນ 30 ກິໂລຕໍ່ຄົນຕໍ່ປີ, ສູງເປັນອັນດັບໜຶ່ງ, ຮອງລົງມາ ແມ່ນໝູ 18 ກິໂລ ແລະ ສັດປີກ 9,5 ກິໂລຕໍ່ຄົນຕໍ່ປີ, ເຫັນວ່າປາ ແລະ ສັດນ້ຳ ກວມເອົາຫລາຍກວ່າ 40% ຂອງແຫລ່ງສະບຽງອາຫານ ກໍຄື ແຫລ່ງທາດຊີ້ນ ທີ່ປະຊາຊົນລາວໄດ້ຮັບ.

ຂ່າວ-ພາບ: ແສງຈັນ

KPL

ຂ່າວອື່ນໆ

ads
ads

Top