ສື່ມວນຊົນສູນກາງ ສໍາເລັດການຝຶກອົບຮົມການຂຽນກາບກອນ

14/07/2025 09:47
ຂປລ ຂປລ. ສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ ຮ່ວມກັບສະມາຄົມນັກປະພັນແຫ່ງ ສປປ ລາວ ສໍາເລັດການຈັດຝຶກອົບຮົມການຂຽນກາບກອນ ໃຫ້ສື່ມວນຊົນຂັ້ນສູນກາງ ໃນວັນທີ 9-11 ກໍລະກົດ 2025 ຜ່ານມາ



ຂປລ. ສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ ຮ່ວມກັບສະມາຄົມນັກປະພັນແຫ່ງ ສປປ ລາວ ສໍາເລັດການຈັດຝຶກອົບຮົມການຂຽນກາບກອນ ໃຫ້ສື່ມວນຊົນຂັ້ນສູນກາງ ໃນວັນທີ 9-11 ກໍລະກົດ 2025 ຜ່ານມາ ໂດຍມີ ທ່ານ ບົວໄລ ພານຸວົງ ຜູ້ອໍານວຍການວິທະຍຸກະຈາຍສຽງແຫ່ງຊາດລາວ
, ທ່ານ ໂອທອງຄໍາ ອິນຊູ ຕາງໜ້າສະມາຄົມນັກປະພັນແຫ່ງ ສປປ ລາວ ແລະ ສໍາມະນາກອນເຂົ້າຮ່ວມ.

ທ່ານ ໂອທອງຄໍາ ອິນຊູ ໄດ້ກ່າວວ່າ: ການຈັດຝຶກອົບຮົມຄັ້ງນີ້ ເປັນຄັ້ງທໍາອິດທີ່ໄດ້ຝຶກ ໃຫ້ສຳມະນາກອນ ທີ່ເປັນນັກຂ່າວ-ສື່ມວນຊົນ ກ່ຽວກັບການຂຽນ ແລະ ການອ່ານບົດກອນ, ການສອນໄດ້ເລີ່ມແຕ່ຈຸດສຳຄັນ, ລັກສະ ນະສະເພາະຂອງປະເພດຄຳ, ປະໂຫຍກ, ຄຳປະຈຳບ່ອນ, ສະກົດເປັນ, ສະກົດຕາຍ, ສຽງເອກ, ສຽງໂທ ແລະ ອື່ນໆ ໂດຍມີການຍົກເອົາ ບົດກອນສະໄໝປັດຈຸບັນ ແລະ ກອນໃນຍຸກເກົ່າມາເປັນຕົວຢ່າງ, ເລື່ອງວັນນະຄະດີມາອະທິ ບາຍ ເພື່ອຍົກໃຫ້ເຫັນເຖິງການແຕ່ງກອນລາວ, ໂຄງສ້າງຮ່າງເນື້ອໃນໃຫ້ບົດກອນ ເພື່ອຈຳເນີນ ການຂຽນໂຕຈິງ, ໃຊ້ຫລັກຄຳປະຈຳບ່ອນ, ຄຳບຸບພະບົດ ແລະ ຄຳສ້ອຍ. ນອກນັ້ນ, ຍັງໄດ້ແນະນຳການຂຽນໃຫ້ມ່ວນ, ໃຫ້ຄ່ອງດ້ວຍການແນະນຳຫລັກການ ໃຊ້ຄຳສໍາຜັດ ເຊັ່ນ: ການສຳຜັດນອກ, ສຳຜັດໃນ, ສໍາຜັດຄີກ, ສຳຜັດຄູ່. ຈາກນັ້ນ,ກໍໄດ້ໃຫ້ສຳມະນາກອນ ແຕ່ລະຄົນໄດ້ທົດລອງຂຽນ ບົດກອນຕາມແນວຄິດ ຂອງແຕ່ລະຄົນ ເພື່ອເປັນການ ຝຶກເບື້ອງຕົ້ນ, ກອນແຕ່ລະຄົນ ແມ່ນໄດ້ຂຶ້ນອ່ານ ເຊິ່ງການອ່ານກອນທີ່ຕົນເອງແຕ່ງຂຶ້ນ ເຫັນວ່າສ່ວນຫລາຍ ແມ່ນອ່ານໄດ້ຄ່ອງ ແລະ ມີສໍານຽງເປັນຂອງຕົນເອງ.

ສໍາມະນາກອນທີ່ເຂົ້າຮ່ວມຝຶກອົບຮົມຄັ້ງນີ້, ປະກອບມີ: ຈາກພະແນກການຕ່າງໆ ຂອງວິທະຍຸກະຈາຍສຽງແຫ່ງຊາດລາວ, ມີຈາກກົມໂຄສະນາ ຄະນະໂຄສະນາ ອົບຮົມສູນກາງພັກ, ວາລະສານອາລຸນໃໝ່, ໂທລະພາບແຫ່ງຊາດລາວ, ວິທະຍຸໂທລະພາບສູນກາງຈີນ, ສໍານັກຂ່າວສານປະເທດລາວ, ວິທະຍຸນະຄອນຫວງວຽງຈັນ, ວິທະຍຸກອງທັບ ປະຊາຊົນລາວ, ສູນກາງ ແນວລາວສ້າງຊາດ, ກະຊວງການເງິນ ແລະ ອົງການກາແດງແຫ່ງຊາດລາວ.

ຂ່າວ-ພາບ: ວີລະວັນ
KPL

ຂ່າວອື່ນໆ

ads
ads

Top