ຂປລ
ຂປລ. ເມື່ອອາທິດຜ່ານມາ ທີ່ເມືອງຄູນຄຳ ແຂວງຄຳມ່ວນ, ບໍລິສັດເທີນ-ຫີນບູນ ພາວເວີຈຳກັດ (THPC) ໄດ້ຈັດກິດຈະກຳບໍລິຈາກເລືອດ ເພື່ອຊ່ວຍເຫລືອສັງຄົມ ກໍຄື ຊ່ວຍຊີວິດຄົນເຈັບ ທີ່ມີຄວາມຕ້ອງການເລືອດ ຢູ່ຕາມໂຮງໝໍ ໃນຂອບເຂດທົ່ວປະເທດ ໃຫ້ທົ່ວເຖິງ ແລະ ທັນການ. ການບໍລິຈາກເລືອດຄັ້ງນີ້, ມີພະນັກງານອາວຸໂສ ພ້ອມດ້ວຍອ້າຍນ້ອງ ພະນັກງານຂອງບໍລິສັດ ແລະ ສະມາຊິກຄອບຄົວຂອງເຂົາເຈົ້າ ຫລາຍກວ່າ 200 ຄົນ.

ໃນປີຜ່ານມາ ບໍລິສັດ THPC ກໍໄດ້ຈັດກິດຈະກຳດັ່ງກ່າວ, ເຊິ່ງໄດ້ເລືອດຈຳນວນ 32 ຖົງ ແລະ ໄດ້ມອບເສື້ອຍືດ ໃຫ້ອົງການກາແດງ ເພື່ອຈະໄດ້ມອບໃຫ້ຜູ້ບໍລິຈາກເລືອດ ເປັນການຂອບໃຈໃນການ ປະກອບສ່ວນສຳຄັນດັ່ງກ່າວ, ຈໍານວນ 300 ກວ່າໂຕ. ສຳລັບປີນີ້, ແມ່ນໄດ້ສະໜັບສະໜູນ ເສື້ອຍືດຈຳນວນ 350 ໂຕ ໃຫ້ອົງການກາແດງ ແຂວງຄຳມ່ວນ.
ທ່ານ ດຣ.ວິລິດ ພະສະຫວັດ ຫົວໜ້າຫ້ອງການກາແດງ ແຂວງຄຳມ່ວນ ໄດ້ສະແດງຄວາມຂອບໃຈມາຍັງບໍລິສັດ THPC ແລະ ພະນັກງານ ທີ່ໄດ້ໃຫ້ສຳລັບການສະໜັບສະໜູນ ແລະ ບໍລິຈາກເລືອດໃນຄັ້ງນີ້, ໂດຍກ່າວວ່າ: ຄວາມພະຍາຍາມຂອງ ບໍລິສັດ THPC ຈະຊ່ວຍໃຫ້ລາວ ບັນລຸຕົວເລກຄາດໝາຍ ຂອງຈຳນວນຄົນບໍລິຈາກເລືອດ 55.000 ຄົນໃນລາວສຳລັບປີນີ້. ໃນປີທີ່ຜ່ານມາ, ມີຄົນບໍລິຈາກເລືອດ ຫລາຍກວ່າ 50.000 ຄົນ, ໃນນັ້ນ 21.000 ຄົນ ແມ່ນຕົວເລກຈາກ ນະຄອນຫລວງວຽງຈັນ ແລະ 29.000 ຄົນ ແມ່ນຈາກຕ່າງແຂວງ.
THPC ທຳການຜະລິດ ພະລັງງານໄຟຟ້າ, ໂດຍໂຮງຈັກເທີນຫີນບູນ ແລະ ນ້ຳຍວງ ຢູ່ແຂວງບໍລິຄຳໄຊ ແລະ ຄຳມ່ວນ ກຳລັງການຜະລິດ ຂອງທັງສອງໂຮງ ຈັກຮວມກັນແມ່ນ 520 ແມັກກະວັດ, THPC ເປັນຜູ້ຜະລິດພະລັງງານ ໄຟຟ້າເອກະລາດຜູ້ທໍາອິດ ທີ່ລາວເປັນເຈົ້າຂອງ ແລະ 99% ຂອງພະນັກງານ ແມ່ນຄົນລາວ. ທຸລະກິດຂອງບໍລິສັດ ບໍ່ພຽງແຕ່ພະລິດໄຟຟ້າເທົ່ານັ້ນ, ແຕ່ຍັງຄວບຄຸມວຽກງານສັງຄົມ ແລະ ສິ່ງແວດລ້ອມຢູ່ໃນ 5 ຕົວເມືອງ ຂອງສອງແຂວງດັ່ງກ່າວ. THPC ໄດ້ປະ ກອບສ່ວນຫລາຍກວ່າ 608 ລ້ານໂດລາສະຫະລັດ ໃຫ້ແກ່ລັດຕັ້ງແຕ່ເລີ່ມຕົ້ນ ທຳການຜະລິດໃນປີ 1998 ເປັນຕົ້ນມາ.
KPL