ແລ່ນ-ລານຫວັງຫລຽນໃດໜຶ່ງ ໃນຈຳນວນ 17 ລາຍການງາມຊີເກມ 2017

22/05/2017 11:41
Email Print 4473
ຂປລ * ສະຫະພັນກິລາ ແລ່ນ-ລານ ແຫ່ງຊາດລາວ ເຝິກຊ້ອມນັກກິລາ ຈໍານວນ 12 ຄົນເຂົ້າຮ່ວມ ໃນງານມະຫະກໍາຊີເກມ ທີ່ປະເທດມາເລເຊຍ ຮັບກຽດເປັນເຈົ້າພາບ ເຊິ່ງຈະຈັດຂຶ້ນ ໃນລະຫວ່າງວັນທີ 19-31 ສິງຫາ 2017.

* ສະຫະພັນກິລາ ແລ່ນ-ລານ ແຫ່ງຊາດລາວ ເຝິກຊ້ອມນັກກິລາ ຈໍານວນ 12 ຄົນເຂົ້າຮ່ວມ ໃນງານມະຫະກໍາຊີເກມ ທີ່ປະເທດມາເລເຊຍ ຮັບກຽດເປັນເຈົ້າພາບ ເຊິ່ງຈະຈັດຂຶ້ນ ໃນລະຫວ່າງວັນທີ 19-31 ສິງຫາ 2017 ຂະນະທີ່ທາງ ສະຫະພັນຫວັງ ຫລຽນໃດໜຶ່ງ ໃນຈໍານວນ 17 ລາຍການ ທີ່ເຂົ້າຮ່ວມ.

ທ່ານ ສິດທິໄຊ ສັກປະເສີດ ເລຂາສະຫະພັນ ກິລາແລ່ນ-ລານ ແຫ່ງ ຊາດລາວ ໃຫ້ສໍາພາດວ່າ: ພາຍຫລັງສໍາເລັດການຫລິ້ນບຸນປີໃໝ່ ມາພວກເຮົາໄດ້ນໍາ ພານັກກິລາ ແຕ່ລະຄົນເຂົ້າສູ່ ສະໜາມເຝິກຊ້ອມ ເປັນປົກກະຕິ ເພື່ອເຮັດໃຫ້ນັກກິລາ ໄດ້ມີຄວາມພ້ອມທຸກ ດ້ານໂດຍສະເພາະ ທາງ ດ້ານຮ່າງກາຍ ແລະ ພະລະກໍາລັງ. ເຊິ່ງມາຮອດ ປັດຈຸບັນພວກເຮົາ ມີນັກກິລາທີ່ ສາມາດບັນຈຸເຂົ້າ ເປັນທີມຊາດ ຈໍານວນ 12 ຄົນ, ຍິງ 4 ຄົນ, ແຕ່ລະຄົນຜ່ານ ການຄັດເລືອກ ຈາກລາຍການ ແຂ່ງຂັນຕ່າງໆ ໃນລະດັບພາກພື້ນ ແລະ ສາກົນ ໂດຍສະເພາະການ ແຂ່ງຂັນງານກິລາ ນັກຮຽນທີ່ ແຂວງບໍລິຄໍາໄຊ ຮັບກຽດເປັນພາບ ຕົ້ນເດືອນກຸມພາ 2017 ແລະ ງານກິລາມະຫາໄລ ອາຊຽນທີ່ ສປປ ລາວ ຮັບກຽດເປັນ ເຈົ້າພາບ ໃນປີ 2016. ສໍາລັບການເຝິກຄັ້ງນີ້ ທາງສະຫະພັນ ຂອງພວກເຮົາໄດ້ ເພີ່ມນັກກິລາ ລຸ້ນເຍົາວະຊົນ ເຂົ້າອີກຈໍານວນ 3 ຄົນ ໃນຈໍານວນ 12  ຄົນນີ້. ສ່ວນ ການເຂົ້າຮ່ວມ ງານມະຫະກໍາ ຊີເກມທີ່ປະເທດ ມາເລເຊຍ ຮັບກຽດເປັນເຈົ້າພາບນີ້ ທາງຄະນະ ບໍລິຫານສະຫະພັນ ແລ່ນ-ລານແຫ່ງຊາດ ຂອງພວກເຮົາໄດ້ ສົ່ງນັກກິລາເຂົ້າຮ່ວມ 17 ລາຍການຄື: ແລ່ນ 100-200 ແມັດ ຍິງ-ຊາຍ; ແລ່ນ 110 ແມັດ ຂ້າມຮົ້ວຍິງ-ຊາຍ; ແລ່ນ 100 ແມັດ ຂ້າມຮົ້ວຍິງ; ແລ່ນ 400 ແມັດ ຂ້າມຮົ້ວຊາຍ; ແລ່ນວິບາກ 3.000 ແມັດຊາຍ; ແລ່ນ 5.000 ແມັດຊາຍ; ແລ່ນ  1.500-5.000 ແມັດຍິງ; ແລ່ນປະເພດທີມ 4x100 ຊາຍ ແລະ ປະເພດປະສົມ 7 ລາຍ ການຍິງດັ່ງນີ້ເປັນຕົ້ນ. ການເຂົ້າຮ່ວມງານມະຫະກໍາ ຊີເກມຄັ້ງນີ້ ພວກເຮົາຕັ້ງຄວາມ ຫວັງຕ້ອງ ຍາດຫລຽນໃດໜຶ່ງໃນ 3 ລາຍການຄື: ແລ່ນ 110 ແມັດ  ຍິງ-ຊາຍ; ແລ່ນ 1.500-5.000 ແມັດຍິງ ແລະ ປະ ເພດປະສົມ 7 ລາຍການ.

ນັກກິລາຈໍານວນ 12 ຄົນຈະ ໄດ້ເຂົ້າສູນເຝິກຊ້ອມ ໃນທ້າຍເດືອນ ພຶດສະພາ 2017 ນີ້ທີ່ສູນເຝິກຊ້ອມ ບ້ານສີເກີດ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ແລະ ຈະ ເຝິກຊ້ອມທຸກໆມື້ ຈົນຮອດມື້ການແຂ່ງຂັນ.

KPL

ຂ່າວອື່ນໆ

ads
ads

Top