ປະດັບຫລຽນກາມິດຕະພາບ ໃຫ້ແກ່ຫົວໜ້າ ອົງການຮ່ວມມືສາກົນ ຍີ່ປຸ່ນ

23/02/2015 09:59
Email Print 424
ຂປລ ຂປລ. ​ລັດຖະບານ ​ແຫ່ງ ສປປ ລາວ ​ໄດ້​ຈັດ​ພິທີ​ ປະດັບ​ຫລຽນ​ກາ ​ມິດຕະພາບ ​ໃຫ້​ແກ່​ທ່ານ ​ໂກ​ອີ​ຊິ ທາ​ເກະ​ອີ (Koichi TAKEI) ຫົວໜ້າ​ອົງການ ​ຮ່ວມ​ມື​ສາກົນ​ຍີ່ປຸ່ນ (JICA) ປະ​ຈໍາລາວ. ໃນ​ຕອນບ່າຍ ​ຂອງ​ວັນ​ທີ 20 ກຸມພາ 2015 ທີ່​ກະຊວງ​ແຜນການ ​ແລະ ການ​ລົງທຶນ ​

ຂປລ. ​ລັດຖະບານ ​ແຫ່ງ ສປປ ລາວ ​ໄດ້​ຈັດ​ພິທີ​ປະດັບ​ຫລຽນ​ກາ ​ມິດຕະພາບ ​ໃຫ້​ແກ່​ທ່ານ ​ໂກ​ອີ​ຊິ ທາ​ເກະ​ອີ (Koichi TAKEI) ຫົວໜ້າ​ອົງການ ​ຮ່ວມ​ມື​ສາກົນ​ຍີ່ປຸ່ນ (JICA) ປະ​ຈໍາລາວ. ໃນ​ຕອນບ່າຍ ​ຂອງ​ວັນ​ທີ 20 ກຸມພາ 2015 ທີ່​ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ ທີ່​ຈະ​ໝົດ​ວາລະ​ການ​ເຮັດ​ວຽກ​ຢູ່ ສປປ ລາວ ​ໃນ​ທ້າຍ​ເດືອນ ກຸມພາ 2015 ນີ້. ​​ໃຫ້​ກຽດ​ປະດັບ​ຫລຽນ​ກາ​ ມິດຕະພາບ​ຄັ້ງ​ນີ້​ໂດຍ ທ່ານ ດຣ. ກິ​ແກ້ວ ຈັນທະ​ບູລີ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ ແຜນການ ​ແລະ ການ​ລົງທຶນ, ພ້ອມ​ດ້ວຍ​ພາກສ່ວນ​ທີ່​ກ່ຽວຂ້ອງ ​ທັງ​ສອງ​ຝ່າຍ ເຂົ້າ​ຮ່ວມ.

​​ເຫັນ​ໄດ້ຜົນ​ງານ​ຂອງ​ທ່ານ ໂກ​ອີ​ຊິ ທາ​ເກະ​ອີ (Koichi TAKEI) ລັດຖະບານ ​ແຫ່ງ ສປປ ລາວ ຈຶ່ງ​ໄດ້​ຕົກລົງ​ເຫັນ​ດີ​​ ໃນ​ການ​ມອບ​ຫລຽນ​ດັ່ງກ່າວ​ ໃຫ້​ແກ່​ຜູ້ກ່ຽວ ພ້ອມ​ນັ້ນ​ກໍເພື່ອ​ເປັນການ​ຍ້ອງຍໍຜູ້​ທີ່​ມີ​ຜົນງານປະກອບສ່ວນ ການ​ມາປະ​ຕິ​ບັດ​ໜ້າ​ທີ່ ຢູ່ ສປປ ລາວ ເຊິ່ງຜູ້ກ່ຽວ​ແມ່ນ​ມີ​ຄວາມ​ຫ້າວຫັນ ​ໃນ​ການ​ຮ່ວມ​ເຮັດ​ວຽກ​ກັບ ​ຝ່າຍ​ລາວ​ໂດຍ​ສະ​ເພາະ, ການ​ສ້າງ​ໂຄງການ, ຕິດຕາມ​ໂຄງການ ​ແລະ ລະດົມ​ຂົນຂວາຍ​ທຶນຮອນ ​ຈາກ​ລັດຖະບານ​ຍີ່ປຸ່ນ ​​ໃນ​ການ​ປະກອບສ່ວນ​ການຈັດ​ຕັ້ງ​ ປະ​ຕິ​ບັດ​ແຜນ​ພັດທະນາ ​ເສດຖະກິດ-ສັງຄົມ ​ແຫ່ງ​ຊາດ​ຄັ້ງ​ທີ 7 , 2011-2015 ຂອງ ສປປ ລາວ ​ເຊິ່ງ​ເປັນ​ມູນ​ຄ່າ 100 ລ້ານ​ໂດ​ລາ​ສະຫະລັດ​ຕໍ່​ປີ. ການ​ຊ່ວຍ​ເຫລືອ​ດັ່ງກ່າວ​ນີ້ ແມ່ນ​ເປັນ​ການ​ປະກອບສ່ວນ​ ອັນ​ສໍາຄັນ ​ໃນ​ການ​ຊຸກຍູ້​ເສດຖະກິດ​-ສັງຄົມ ໂດຍ​ສະ​ເພາະ ການ​ແກ້​ໄຂ ​ແລະ ຫລຸດຜ່ອນ​ຄວາມທຸກ​ຍາກ ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ​ເປັນ​ກ້າວໆ./.

KPL

ຂ່າວອື່ນໆ

ads
ads

Top