ກຽມພົບກັບງານມະຫາກຳ ເຕັກໂນໂລຊີ ຄັ້ງຍິ່ງ ໃຫຍ່ ທີ່ນະຄອນຫລວງວຽງຈັນ

03/09/2016 10:28
Email Print 2216
ຂປລ ຂປລ.​ ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຮ່ວມ​ກັບ ​ຄູ່​ຮ່ວມ​ພັດທະນາ ກຽມຈັດ​ງານ ​ວາງສະ​ແດງ ຕະຫລາດ ນັດ​ເຕັກ​ໂນ​ໂລ​ຊີ ສປປ ລາວ 2016 ​ເຊິ່ງຈະ​ຈັດ​ຂຶ້ນ​ໃນ​ ລະ​ຫວ່າງ ​ວັນ​ທີ 12-16 ຕຸລາ 2016 ນີ້

ຂປລ.​ ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຮ່ວມ​ກັບ​ຄູ່​ຮ່ວມ​ພັດທະນາ ກຽມຈັດ​ງານ​ວາງສະ​ແດງ ຕະຫລາດນັດ​ເຕັກ​ໂນ​ໂລ​ຊີ ສປປ ລາວ 2016 ​ເຊິ່ງຈະ​ຈັດ​ຂຶ້ນ​ໃນ​ ລະ​ຫວ່າງ ​ວັນ​ທີ 12-16 ຕຸລາ 2016 ນີ້ ທີ່​ສູນ​ການ​ຄ້າ​ລາວ-​ໄອ​ເຕັກ ນະຄອນຫລວງ​ວຽງຈັນ ​ເຊິ່ງມີ​ຫລາຍ​ກວ່າ 100 ບໍລິສັດ ​ເຂົ້າ​ຮ່ວມ.

          ທ່ານ ບໍ່​ວຽງຄຳ ວົງ​ດາລາ ລັດຖະມົນຕີ​ກະຊວງ ວິ​ທະຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ໄດ້ກ່າວ​ໃນ​ງານ​ຖະ​ແຫລ​ງ ຂ່າວ ​ໃນ​ວັນ​ທີ 2 ກັນຍາ 2016 ນີ້ ວ່າ: ການຈັດ​ງານວາງສະ​ແດງ-​ຕະຫລາດນັດ ​ເຕັກ​ໂນ​ໂລ​ຊີ ສປປ ລາວ ຫລື Lao TECHMART 2016  ​ເປັນ​ເວທີ​ແລກປ່ຽນການ​ຮ່ວມ​ມື​ ທາງ​ດ້ານ​ການ​ຄົ້ນຄວ້າ ​ແລະ ​ເປັນ​ເວທີ​ການ​ຮ່ວມ​ມື​ ລົງທຶນ​ທາງ​ດ້ານ​ວິທະຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ລະຫວ່າງ ພາກ​ລັດ ​ແລະ ​ເອກະ​ຊົນ ບັນດາ​ພາກ​ທຸກ​ລະ​ກິດ​ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ແນ​ໃສ່​ເຮັດ​ໃຫ້​ວຽກງານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ເປັນ​ກຳລັງ​ຂັບ​ເຄື່ອນ​ທີ່​ເຂັ້ມ​ແຂງ ​ໃຫ້​ແກ່​ການ​ພັດທະນາ​​ເສດຖະກິດ-​ສັງຄົມ ​ແລະ ການ​ຫັນ​​ເປັນ​ປະ​ເທດອຸດ​ສະຫະ​ກຳ ​ແລະ ທັນ​ສະ​ໄໝເທື່ອ​ລະ​ກ້າວ ພາ​ປະ​ເທດຊາດຫລຸດ​ພົ້ນຈາກ​ຄວາມ​ດ້ອຍ​ພັດທະນາ. ນອກ​ນັ້ນ, ຍັງແມ່ນໜຶ່ງ​ໃນ​ແຜນຈັດ​ຕັ້ງ​ປະຕິບັດ ​ເປົ້າໝາຍຍຸດ​ທະ​ສາດ ​ເພື່ອ​ສົ່ງ​ເສີມ​ການ​ຄົ້ນ​ຄວ້າ, ການ​ປະດິດ​ສ້າງ ​ແລະ ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ ​ເຂົ້າ​ໃນການ​ພັດທະນາ​ເສດຖະກິດ-​ສັງຄົມ ​ໃຫ້​ມີ​ປະສິດ​ທີ​ຜົນ ​​ແລະ ສົ່ງ​ເສີມ​ການຖ່າຍ​ທອດ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ ທີ່​ກ້າວໜ້າ ​ແລະ ທັນ​ສະ​ໄໝ ຊຸກຍູ້​ສົ່ງ​ເສ​ີມການ​ຖ່າຍ​ທອດ​ນຳ​ໃຊ້​ ​ເຕັກ​ໂນ​ໂລ​ຊີ ເຂົ້າ​​ໃນ​ການ​ຜະລິດ ​ແລະ ການ​ບໍລິການ​ໃຫ້​ມີ​ປະສິດ​ທິພາບ​ສູງ​ ​ ​ເຮັດ​ໃຫ້​ສິນຄ້າ​ຂອງ​ລາວ ສາມາດ​ແຂ່ງຂັນ​ ຢູ່​ພາຍ​ໃນ ​ແລະ ຕ່າງ​ປະ​ເທດ.

          ນອກຈາກ​ນັ້ນ, ​ພາຍ​ໃນ​ງານຈະມີ​ການຈັດ​ສຳ​ມະ​ນາການ​ຮ່ວມ​ມື​ດ້ານ​ວິທະຍາສາດ, ການ​ພົບ​ປະ​ຮ່ວມ​ມື​ລົງ ທຶນ​ທາງ​ທຸລະ​ກິດ ​ເຕັກ​ໂນ​ໂລ​ຊີ, ການ​ສາທິດ ​ແລະ ທົດ​ລອງ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ, ​ໃຫ້​ຄຳ​ປຶກສາ​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ແລະ ຖາມ​ຕອບ​ ຊີງ​ລາງວັນ./.

KPL

ຂ່າວອື່ນໆ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

    • ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານເສດຖະກິດ

      ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານ

      5/28/2025 3:57:55 PM

      ປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ພ້ອມດ້ວຍຫົວໜ້າໂຄງການ ສົ່ງເສີມລະບົບຕ້ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ແລະ ທີມງານ ຂັ້ນສູນກາງ ເຄື່ອນໄຫວຢ້ຽມຢາມ ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ຢູ່ບ້ານພ້າວໃຫຍ່ ເມືອງສາລະວັນ ແຂວງສາລະວັນ.

    • ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບເສດຖະກິດ

      ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບ

      4/29/2025 1:49:21 PM

      ຂປລ. ຢູ່ສູນວາງສະແດງທ່າກຳປັ່ນລົດໄຟສາກົນເສີນຕູ, ຂະບວນລົດໄຟສາກົນທີ່ກຳລັງແລ່ນຢູ່ໄດ້ສະແດງໃຫ້ເຫັນຜ່ານໜ້າຈໍໃຫຍ່ແບບ real time. ນັບແຕ່ປີນີ້ເປັນຕົ້ນມາ, ຂະບວນລົດໄຟສາກົນເສີນຕູ ໄດ້ສືບຕໍ່ ຂະຫຍາຍຂີດ ຄວາມສາມາດການເຂົ້າເຖິງເຄືອຂ່າຍຂອງຕົນ. ໃນໄຕມາດທໍາອິດຂອງປີ 2025, ຂະບວນລົດໄຟສາກົນເສີນຕູ ເປີດແລ່ນໄດ້ 1.380 ຂະບວນ. ໃນນັ້ນ, ມີປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກ 417.000 ໂຕນ, ເພີ່ມຂຶ້ນ 11,4% ເມື່ອທຽບໃສ່ໄລຍະດຽວກັນ; ຈຳນວນຂະບວນລົດໄຟຈີນ-ລາວເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນ, ໄດ້ບັນລຸ "ການເລີ່ມຕົ້ນດ້ວຍໝາກຜົນທີ່ດີ" ໃນໄຕມາດທຳອິດ.

    • ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວເສດຖະກິດ

      ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ

      4/23/2025 12:33:40 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເປີດ 2 ເສັ້ນທາງບິນກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີ່ມິງ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.

ads
ads

Top