ສານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ

26/11/2026 09:15
ຂປລ ສານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ

- ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫລາຍ!

ເນື່ອງໃນໂອກາດລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ ຄົບຮອບ 26 ປີ (25/11/2000-25/11/2026) ສປປ ລາວ ກໍຄືບັນດາປະເທດໃນໂລກ ໄດ້ຈັດຂະບວນການລະນຶກວັນດັ່ງກ່າວ, ຊຶ່ງໃນປີ 2026 ນີ້ ແມ່ນພາຍໃຕ້ຫົວຂໍ້ “ຮ່ວມແຮງຮ່ວມໃຈກັນ ຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ, ຮັບປະກັນຄວາມຍຸຕິທຳ, ປົກປ້ອງຜູ້ຖືກເຄາະຮ້າຍ, ລົງໂທດຜູ້ກະທຳຜິດຕາມກົດໝາຍຢ່າງເຂັ້ມງວດ”, ຂ້າພະເຈົ້າຕາງໜ້າພັກ ແລະ ລັດຖະບານ ແຫ່ງ ສປປ ລາວ, ຂໍສ່ົງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງ, ຄວາມເປັນຫ່ວງເປັນໃຍ ມາຍັງພໍ່ແມ່ປະຊາຊົນລາວບັນດາເຜົ່າ, ເພື່ອນມິດສະຫາຍ ແລະ ພະນັກງານ- ລັດຖະກອນ, ທະຫານຕໍາຫລວດທຸກທົ່ວໜ້າ ໃນຂອບເຂດທົ່ວປະເທດ.

- ພີ່ນ້ອງຮ່ວມຊາດທີ່ນັບຖື ແລະ ຮັກແພງ, ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ແມ່ນການລະເມີດສິດທິພື້ນຖານ ແລະ ກຽດສັກສີຂອງມະນຸດ, ເປັນໄພຂົ່ມຂູ່ຕໍ່ຄອບຄົວ, ສຸຂະພາບ, ການສຶກສາ ແລະ ການພັດທະນາປະເທດຊາດ. ການຢຸດຕິ ຄວາມຮຸນແຮງດັ່ງກ່າວ ຈຶ່ງເປັນໜ້າທີ່ຂອງທົ່ວສັງຄົມ. ໃນໄລຍະຜ່ານມາ, ພັກ ແລະ ລັດຖະບານ ສປປ ລາວ ໄດ້ໃຫ້ຄວາມສໍາຄັນຕໍ່ການສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ການປົກປ້ອງສິດທິຂອງແມ່ຍິງ ແລະ ເດັກຍິງ, ໄດ້ສ້າງ ແລະ ປັບປຸງກົນໄກການຊ່ວຍເຫລືອແບບຄົບຊຸດ, ສ້າງສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ ແລະ ເດັກນ້ອຍ ທີ່ຂຶ້ນກັບສະຫະພັນແມ່ຍິງລາວ ໃນ 8 ແຂວງທົ່ວປະເທດ, ມີຈຸດບໍລິການດ້ານສຸຂະພາບ ແລະ ຈຸດປະສານງານໃນທຸກຂະແໜງການທີ່ກ່ຽວຂ້ອງ ເພື່ອໃຫ້ການຊ່ວຍ ເຫລືອແມ່ຍິງ ແລະ ເດັກຍິງທີ່ຖືກເຄາະຮ້າຍແບບຮອບດ້ານ ເປັນຕົ້ນດ້ານສຸຂະພາບກາຍ, ສຸຂະພາບຈິດໃຈ, ໃຫ້ທີ່ພັກຊົ່ວຄາວ, ການເຂົ້າເຖິງຂະບວນຍຸຕິທຳຕະຫລອດຮອດການຊ່ວຍສ້າງວິຊາຊີບ ເພ່ືອໃຫ້ເຂົາເຈົ້າສາມາດມີວຽກເຮັດງານທໍາ ໃນເວລາອອກຈາກສູນຊ່ວຍເຫລືອກັບຄືນສູ່ຊຸມຊົນ. 

ໃນປັດຈຸບັນ, ທ່າມກາງສະພາບການໂລກ ທີ່ມີການຜັນປ່ຽນຢ່າງໄວວາມັນໄດ້ສ້າງສິ່ງທ້າທາຍໃໝ່ຫລາຍຮູບແບບ, ລວມທັງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ. ເຖິງແມ່ນວ່າຫລາຍປະເທດໃນໂລກ ໄດ້ພະຍາຍາມປັບປຸງນິຕິກໍາ ກໍຄືກົນໄກມາດຕະການປົກປ້ອງແມ່ຍິງ ແລະ ເດັກຍິງ, ແຕ່ການປົກປ້ອງ ແລະ ຊ່ວຍເຫລືອຜູ້ຖືກເຄາະຮ້າຍ ຍັງບໍ່ທັນມີປະສິດທິພາບເທົ່າທີ່ຄວນ. ຢູ່ ສປປ ລາວ ກໍເຊັ່ນກັນ, ຜູ້ຖືກເຄາະຮ້າຍບາງກໍລະນີ ຍັງບໍ່ກ້າຂໍຄວາມຊ່ວຍເຫລືອເພາະຄວາມຢ້ານກົວ, ຄວາມກັງວົນ ຫລື ຄວາມບໍ່ໝັ້ນໃຈໃນຂະບວນການຍຸຕິທຳບວກກັບຄວາມເຊື່ອແບບດັ້ງເດີມ ທີ່ເຫັນວ່າຄວາມຮຸນແຮງໃນຄອບຄົວເປັນ “ເລື່ອງສ່ວນຕົວ”, ຊຶ່ງກາຍເປັນອຸປະສັກທີ່ສ້າງຊ່ອງຫວ່າງ ແລະ ເຮັດໃຫ້ຜູ້ກະທໍາຜິດ ບໍ່ໄດ້ຮັບໂທດ. ເພື່ອຮັບປະກັນຄວາມຍຸຕິທຳ, ປົກປ້ອງຜູ້ຖືກເຄາະຮ້າຍ ແລະ ລົງໂທດຜູ້ກະທໍາຜິດຕາມຫົວຂໍ້ຂອງການລະນຶກວັນສາກົນດ່ັງກ່າວ ໃນປີນ້ີ, ຂ້າພະເຈ້ົາຂໍເນ້ັນໜັກບາງຈຸດທີ່ສໍາຄັນ ດັ່ງນີ້:

ອົງການຈັດຕັ້ງພັກ-ລັດ ທີ່ກ່ຽວຂ້ອງຕ້ອງເພີ່ມທະວີການໂຄສະນາເຜີຍແຜ່ໃຫ້ຄອບຄົວ, ໂຮງຮຽນຊຸມຊົນ, ສັງຄົມຮ່ວມກັນປູກຝັງຈິດສຳນຶກ ໃນການເຄົາລົບເຊິ່ງກັນ ແລະ ກັນ, ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ວິທີແກ້ໄຂຄວາມຂັດແຍ່ງ ໂດຍບໍ່ໃຊ້ຄວາມຮຸນແຮງ; ໃຫ້ປວງຊົນລາວທຸກຄົນບ່ໍເມີນເສີຍ ເມື່ອເຫັນເຫດການຄວາມຮຸນແຮງ, ແຕ່ຈົ່ງກ້າຫານລາຍງານ ແລະ ປົກປ້ອງຜູ້ຖືກເຄາະຮ້າຍ ເພາະ “ການເມີນເສີຍຖືເປັນການສົ່ງເສີມຄວາມຮຸນແຮງທາງອ້ອມ” ແລະ ຕ້ອງຮັບຮູ້ວ່າການໃຊ້ຄວາມຮຸນແຮງ ແມ່ນເປັນຄວາມຜິດທາງອາຍາ.

2.ສຸມໃສ່ໃຫ້ການປົກປ້ອງ ແລະ ຊ່ວຍເຫລືອແບບຮອບດ້ານ, ຖືເອົາຄວາມປອດໄພ, ກຽດສັກສີ ແລະ ຄວາມຖືກຕ້ອງຂອງຜູ້ຖືກເຄາະຮ້າຍ ເປັນໃຈກາງເພື່ອຮັບປະກັນ ໃຫ້ຜູ້ຕ້ອງການຄວາມຊ່ວຍເຫລືອໄດ້ຮັບການປິ່ນປົວ, ຄໍາປຶກສາ, ການຊ່ວຍເຫລືອທາງກົດໝາຍ ແລະ ມີສະຖານທີ່ພັກເຊົາທີ່ປອດໄພຕາມຄວາມຈຳເປັນ.

3.ເຈົ້າໜ້າທີ່ທຸກຂັ້ນຕ້ອງຍຶດໝັ້ນຄວາມທ່ຽງທໍາ, ໂປ່ງໃສ, ດຳເນີນການຢ່າງວ່ອງໄວ, ບໍ່ເລືອກປະຕິບັດໃນການສືບສວນ, ດຳເນີນຄະດີ ແລະ ລົງໂທດຜູ້ກະທຳຜິດຕາມກົດໝາຍຢ່າງເຂັ້ມງວດ ເພື່ອຮັບປະກັນຄວາມຍຸຕິທຳ ໃຫ້ຜູ້ຖືກເຄາະຮ້າຍ.

- ພີ່ນ້ອງຮ່ວມຊາດທີ່ຮັກແພງ!

ໃນໂອກາດນີ້, ຂ້າພະເຈົ້າຂໍຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ຈົ່ງພ້ອມຈິດພ້ອມໃຈລົງມືປະຕິບັດຢ່າງຈິງຈັງ ເພື່ອສ້າງສັງຄົມລາວ ໃຫ້ກາຍເປັນສັງຄົມແຫ່ງຄວາມສະເໝີພາບ, ຍຸຕິທໍາ ແລະ ສີວິໄລ. ປະຊາຊົນທຸກຄົນບໍ່ວ່າ ຍິງ ຫລື ຊາຍ, ຜູ້ໃຫຍ່ ຫລື ເດັກນ້ອຍ ໄດ້ຮັບການປົກປ້ອງ, ມີສິດສະເໝີພາບຕໍ່ໜ້າກົດໝາຍ ແລະ ດຳລົງຊີວິດຢ່າງປອດໄພ, ປາສະຈາກຄວາມຮຸນແຮງທຸກຮູບແບບ.

ຂໍຖືໂອກາດນີ້ສະແດງຄວາມຂອບໃຈ ຢ່າງຈິງໃຈ ມາຍັງອົງການຈັດຕັ້ງສາກົນ, ປະເທດເພື່ອນມິດ ແລະ ຄູ່ຮ່ວມພັດທະນາ ທີ່ໄດ້ຄຽງບ່າຄຽງໄຫລ່ສະໜັບສະໜູນ ສປປ ລາວ ດ້ວຍດີຕະຫລອດມາ.

ທ້າຍສຸດນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ການຈັດຕັ້ງປະຕິບັດຂະບວນການລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໃນປີ 2026 ຈົ່ງບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້. ອວຍພອນໃຫ້ພີ່ນ້ອງຮ່ວມຊາດ ຈົ່ງມີຄວາມສຸກ, ປາສະຈາກຄວາມຮຸນແຮງທຸກປະເພດ, ຂໍໃຫ້ພວກເຮົາທຸກຄົນ “ຮ່ວມແຮງຮ່ວມໃຈກັນ ຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ”.

KPL

ຂ່າວອື່ນໆ

ads
ads

Top