ສະຫລອງວັນສ້າງຕັ້ງສະຖານີວິທະຍຸ FM93 MHz ຂອງສະຖານີວິທະຍຸໂທລະພາບສູນກາງຈີນ ຄົບຮອບ 20 ປີ

23/11/2026 11:39
ຂປລ ພິທີສະເຫລີມສະຫລອງວັນສ້າງຕັ້ງສະຖານີວິທະຍຸ FM93 MHz ຂອງວິທະຍຸໂທລະພາບສູນກາງຈີນ ຄົບຮອບ 20 ປີ ຈັດຂຶ້ນໃນວັນທີ 19 ພະຈິກ 2026 ຢູ່ນະຄອນຫລວງວຽງຈັນ.

ຂປລ.  ໂດຍມີ ທ່ານ ວັນສີ ກົວມົວ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານນາງ ເຂັມມະນີ ພົນເສນາ ປະທານສະມາຄົມມິດຕະພາບລາວ-ຈີນ, ທ່ານນາງ ຟາງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳລາວ, ບັນດາຫົວໜ້າກົມ, ຮອງກົມ, ພ້ອມດ້ວຍສື່ມວນຊົນຈາກທຸກຂະແໜງການ ແລະ ພາກສ່ວກ່ຽວຂ້ອງເຂົ້າຮ່ວມ. ທ່ານນາງ ແສງແກ້ວ ຫົວໜ້າວິທະຍຸໂທລະພາບສູນກາງຈີນ (CMG) ປະຈຳລາວ ກ່າວວ່າ: ສະຖານີວິທະຍຸ FM93 MHz ຂອງວິທະຍຸໂທລະພາບສູນກາງຈີນ ຫລື CMG ໄດ້ເປີດອອກອາກາດຢ່າງເປັນທາງການທີ່ນະຄອນຫລວງວຽງຈັນ ສປປ ລາວ ໃນວັນທີ 19 ພະຈິກ 2006 ໄດ້ກາຍເປັນສະຖານີວິທະຍຸແຫ່ງທຳອິດຂອງຈີນ ທີ່ການນຳສູງສຸດຂອງສອງປະເທດລາວ- ຈີນ ຮ່ວມກັນກົດປຸມອອກອາກາດ. ຕະຫລອດໄລຍະ 20 ປີຜ່ານມາ, ພາຍໃຕ້ການສະໜັບສະໜູນຢ່າງແຂງແຮງຈາກທຸກພາກສ່ວນໃນສັງຄົມລາວ ວິທະຍຸ FM93 ໄດ້ ຫັນປ່ຽນຈາກສື່ປະເພດດຽວ ມາສູ່ສື່ແບບກວມລວມຮອບດ້ານ ແລະ ຈາກສື່ແບບດັ້ງເດີມມາສູ່ສື່ທີ່ທັນສະໄໝ. 

ການພັດທະນາຂອງສະຖານີວິທະຍຸ FM93 ແບ່ງເປັນ 2 ໄລຍະສຳຄັນ ຄື: ໄລຍະທຳອິດແມ່ນການຂະຫຍາຍການອອກອາກາດຈາກນະຄອນຫລວງວຽງຈັນ ສູ່ທົ່ວປະເທດ ໂດຍໃນປີ 2011 ພາຍຫລັງການສ້າງຕັ້ງຫ້ອງການ CMG ປະຈຳລາວສະຖານີໄດ້ປັບປ່ຽນມາອອກອາກາດດ້ວຍພາສາລາວເຕັມຮູບແບບ ແລະ ເນັ້ນການນຳສະເໜີຂ່າວສານທີ່ກ່ຽວຂ້ອງກັບສັງຄົມລາວ ຄວບຄູ່ກັບການເຜີຍແຜ່ຂ່າວສານຂອງຈີນ. ສ່ວນໄລຍະທີສອງ ແມ່ນການຂະຫຍາຍຊ່ອງທາງເຜີຍແຜ່ສູ່ສື່ດີຈິຕອນຜ່ານເວັບໄຊ, Facebook ແລະ TikTok, ພ້ອມທັງຂະຫຍາຍການຮ່ວມມືກັບສື່ມວນຊົນລາວ ໃນການຜະລິດລາຍການ, ພາກສຽງຮູບເງົາ, ຈັດຝຶກອົບຮົມ ແລະ ແລກປ່ຽນປະສົບການດ້ານສ່ືມວນຊົນ. ຕະຫລອດໄລຍະ 20 ປີ ວິທະຍຸ FM93 ຍັງໄດ້ຮ່ວມມືກັບຫລາຍພາກສ່ວນຂອງລາວ ຈັດກິດຈະກໍາດ້ານວັດທະນະທຳ, ສິລະປະ, ການສຶກສາ ແລະ ສື່ມວນຊົນ ລວມທັງເທດສະການຮູບເງົາ ລາວ-ຈີນ, ການແຂ່ງຂັນເວ້ົາສຳລັບຊາວໜຸ່ມ, ການຈັດພິມປຶ້ມ “ເສັ້ນທາງປະສານໃຈ” ແລະ ການສ້າງເວທີແລກປ່ຽນດ້ານດົນຕີ ລາວ-ຈີນ. ນອກນັ້ນ, ຍັງໄດ້ເຊີນນັກຂ່າວ ແລະ ບຸກຄະລາກອນສ່ືມວນຊົນລາວຫລາຍກວ່າ 100 ເທື່ອຄົນ ໄປທັດສະນະສຶກສາ, ຝຶກອົບຮົມ ແລະ ຮ່ວມຜະລິດລາຍການຢູ່ ສປ ຈີນ.

ທ່ານນາງ ແສງແກ້ວ ຍັງໄດ້ສະແດງຄວາມຂອບໃຈຕໍ່ພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ແລະ ຄູ່ຮ່ວມມືທຸກຝ່າຍທີ່ໄດ້ຮ່ວມກັນສ້າງສັນ ແລະ ສະໜັບສະໜູນການພັດທະນາຂອງວິທະຍຸ FM93 ມາໂດຍຕະຫລອດ, ພ້ອມຢືນຢັນວ່າໃນຕໍ່ໜ້າຈະສືບຕໍ່ນຳໃຊ້ເນື້ອຫາທ່ີມີຄຸນນະພາບ ແລະ ເຕັກໂນໂລຊີທັນສະໄໝເພື່ອພັດທະນາສື່ຫລາຍແພລັດຟອມ, ສົ່ງເສີມການຫັນເປັນດຈິຕອນຂອງສື່ມວນຊົນລາວ ແລະ ຊຸກຍູ້ການແລກປ່ຽນຮ່ວມມືດ້ານສື່ມວນຊົນ ລວມທັງມິດຕະພາບລາວ-ຈີນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ທ່ານ ວັນສີ ກົວມົວ ໄດ້ຕາງໜ້າຄະນະໂຄສະນາອົບຮົມສູນກາງພັກ ຕີລາຄາສູງຕໍ່ຜົນສຳເລັດຂອງສະຖານີວິທະຍຸ FM93 ຂອງ ສະຖານີວິທະຍຸໂທລະພາບສູນກາງຈີນ (CMG) ປະຈຳ ລາວ ຍາດມາໄດ້ໃນໄລຍະ 20 ປີຜ່ານມາ ຊຶ່ງໄດ້ມີການພັດທະນາຈາກສະຖານີວິທະຍຸທ່ີຜະລິດລາຍການຈາກປະເທດຈີນມາສູ່ການສ້າງທີມງານນັກຂ່າວ, ບັນນາທິການ ແລະ ໂຄສົກມືອາຊີບປະຈຳລາວ, ພ້ອມທັງປັບປຸງເນື້ອຫາໃຫ້ສອດຄ່ອງກັບວັດທະນະທຳ, ປະເພນີ ແລະ ວິຖີຊີວິດຂອງປະຊາຊົນລາວ. ວິທະຍຸ FM93 ບ່ໍໄດ້ຈຳກັດບົດບາດພຽງການກະຈາຍສຽງແຕ່ໄດ້ຂະຫຍາຍການຮ່ວມມືກັບອົງການສື່ມວນຊົນ ແລະ ຫລາຍພາກສ່ວນຂອງລາວ ຜ່ານກິດຈະກຳຕ່າງໆເຊັ່ນ: ການສາຍຮູບເງົາເຄື່ອນທີ່, ການແຂ່ງຂັນເວົ້າຂອງຊາວໜຸ່ມ, ການຈັດພິມປຶ້ມ ແລະ ການຊ່ວຍເຫລືອສັງຄົມໃນຍາມໄພພິບັດຊຶ່ງປະກອບ ສ່ວນສົ່ງເສີມມິດຕະພາບ ແລະ ການພັດທະນາ ລາວ-ຈີນ.

ພ້ອມນີ້, ທ່ານ ວັນສີ ກົວມົວ ກໍໄດ້ສະເໜີ 4 ທິດທາງສໍາຄັນ ເພື່ອຍົກລະດັບການຮ່ວມມືສື່ມວນຊົນ ລາວ- ຈີນ ໃນອະນາຄົດເປັນຕົ້ນຮ່ວມກັນສຳພາດ, ຜະລິດ ແລະ ອອກອາກາດ, ແລກປ່ຽນການແປ ແລະ ອອກອາກາດລາຍການເຊິ່ງກັນ ແລະ ກັນ, ສົ່ງເສີມການແລກປ່ຽນ ແລະ ຝຶກອົບຮົມບຸກຄະລາກອນ ແລະ ຮ່ວມກັນພັດທະນາແພລດຟອມດີຈິຕອນ ນຳໃຊ້ປັນຍາປະດິດ (AI) ເຂົ້າໃນການຜະລິດ ແລະ ເຜີຍແຜ່ຂ່າວສານຜ່ານຫລາຍແພລດຟອມ, ພ້ອມທັງສະແດງຄວາມຫວັງວ່າສື່ມວນຊົນຂອງສອງປະເທດ ຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນເພື່ອສ້າງສັນຜົນງານໃໝ່, ເພີ່ມພູນຄວາມເຂົ້າໃຈ ແລະ ຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງປະຊາຊົນສອງຊາດ ລາວ-ຈີນ ໃຫ້ໝັ້ນຄົງຍືນຍົງ.

ໃນໂອກາດດຽວກັນນີ້, ຍັງໄດ້ຈັດເວທີສົນທະນາກ່ຽວກັບການຮ່ວມມືພັດທະນາສື່ມວນຊົນລາວ- ຈີນ ເພື່ອສະເຫລີມສະຫລອງວັນສ້າງຕັ້ງສະຖານີວິທະຍຸ FM93 MHz ຂອງວິທະຍຸໂທລະພາບສູນກາງຈີນ ຄົບຮອບ 20 ປີ ໃຫ້ມີບັນຍາກາດອັນຄຶກຄື້ນ, ທັງເປັນການຮັດແໜ້ນ ແລະ ພັດທະນາການຮ່ວມມືຮອບດ້ານລະຫວ່າງສື່ມວນຊົນຂອງສອງປະເທດ ລາວ-ຈີນ ໃຫ້ແໜ້ນແຟ້ນຂຶ້ນໄປເລື້ອຍໆ.

      ຂ່າວ-ພາບ: ທະນູທອງ

KPL

ຂ່າວອື່ນໆ

ads
ads

Top