ຄວາມໝາຍສຳຄັນຂອງການປະຕິວັດເດືອນຕຸລາ ຣັດເຊຍ

10/11/2026 11:38
ຂປລ ຂປລ. ການປະຕິວັດເດືອນຕຸລາຣັດເຊຍ ມີຄວາມໝາຍອັນຍິ່ງໃຫຍ່ໃນປະຫວັດສາດ, ເປັນການໄຂສັງກາດໃໝ່ ໃຫ້ແກ່ມວນມະນຸດໃນການຂ້າມຜ່ານໄປສູ່ລະບອບໃໝ່,
   ຂປລ. ການປະຕິວັດເດືອນຕຸລາຣັດເຊຍ ມີຄວາມໝາຍອັນຍິ່ງໃຫຍ່ໃນປະຫວັດສາດ, ເປັນການໄຂສັງກາດໃໝ່ ໃຫ້ແກ່ມວນມະນຸດໃນການຂ້າມຜ່ານໄປສູ່ລະບອບໃໝ່, ລະບອບສັງຄົມນິຍົມ, ເຮັດໃຫ້ໂລກ ຊຶ່ງປົກຄຸມດ້ວຍລະບອບນາຍທຶນ ຖືກແຕກອອກເປັນປ່ຽງກາຍເປັນລະບົບສັງຄົມນິຍົມໃນຂອບເຂດທົ່ວໂລກ. ໂລກໄດ້ມີສອງລະບອບສັງຄົມທີ່ຕໍ່ສູ້ກັນ, ທັງແຂ່ງຂັນ ແລະ ຮ່ວມມືກັນ.
   ພາຍຫລັງການປະຕິວັດເດືອນຕຸລາ ສຳເລັດຜົນເຮັດໃຫ້ມີລັດຂອງຊົນຊັ້ນກຳມະກອນ ແລະ ຊາວນາເປັນຄັ້ງທຳອິດໃນໂລກ ຊຶ່ງແມ່ນລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ. ລະບອບຄົນກົດຂີ່ຂູດຮີດຄົນໄດ້ຖືກລົບລ້າງຢ່າງເປັນທາງການ, ປະຊາຊົນທຸກຊົນຊັ້ນໄດ້ມີສິດເສລີພາບປະຊາທິ ປະໄຕຢ່າງເຕັມປ່ຽມ, ປະຊາຊົນໄດ້ມີສ່ວນຮ່ວມເປັນເຈົ້າການໃນການສ້າງສາພັດທະນາປະເທດຊາດຂອງຕົນ. ການປະຕິວັດເດືອນຕຸລາ ໄດ້ຮັບໄຊຊະນະແມ່ນໄຊຊະນະຂອງລັດທິມາກ-ເລນິນ ຈາກທິດສະດີກາຍເປັນພຶດຕິກຳຕົວຈິງ, ພັກກອມມູນິດໄດ້ກາຍເປັນພັກກຳອຳນາດ ນຳພາທົ່ວປະເທດຄັ້ງທຳອິດ. ພັກ ໄດ້ກາຍເປັນແກນນຳໝົດລະບົບການເມືອງຂອງລະບອບສັງຄົມນິຍົມ, ເປັນຫລັກແຫລ່ງໃນການຮັດແໜ້ນຄວາມສາມັກຄີເປັນປຶກແຜ່ນພາຍໃນ, ສຶກສາອົບຮົມ ແລະ ປຸກລະດົມຕໍ່ສູ້ປົກປັກຮັກສາ ແລະ ສ້າງສາປະເທດຊາດ. ພາຍໃຕ້ການນຳພາຂອງພັກກອມມູນິດໂຊວຽດ ເປັນເວລາ 70 ກວ່າປີ, ສະຫະພາບໂຊວຽດ ໄດ້ມີການຟື້ນຟູ ແລະ ພັດທະນາຢ່າງແຂງແຮງເປັນຕົ້ນພື້ນຖານໂຄງລ່າງຖະໜົນ, ຂົວ, ລົດໄຟ, ທ່າກຳປັ່ນ, ເດີ່ນບິນໄດ້ຂະຫຍາຍຕົວຢ່າງໜັກແໜ້ນ; ຕົວເມືອງ, ໂຮງຈັກໂຮງງານໃໝ່ ໄດ້ພັດທະນາຂຶ້ນ; ວິທະຍາສາດເຕັກໂນໂລຊີກ້າວໜ້າໄວ, ໂຊວຽດເປັນຜູ້ສົ່ງຄົນຂຶ້ນອະວະກາດຜູ້ທຳອິດໃນໂລກ ແລະ ມີເຫງົ້າພະລັງປ້ອງກັນຊາດອັນເຂັ້ມແຂງ.
   ຈາກການປະຕິວັດເດືອນຕຸລາຣັດເຊຍ, ໂຊວຽດ ໄດ້ປະກາດດຳລັດ ກ່ຽວກັບສັນຕິພາບທຳອິດ, ຈາກນັ້ນ ໂຊວຽດ ໄດ້ຕັ້ງໜ້າອຸທິດຕົນປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບໂລກ, ປະກອບສ່ວນເຮັດໃຫ້ສົງຄາມໂລກ ຄັ້ງທີ 1 ສິ້ນສຸດລົງ. ສະໄໝສົງຄາມໂລກ ຄັ້ງທີ 2, ສະຫະພາບໂຊວຽດ ບໍ່ພຽງແຕ່ດຳເນີນສົງຄາມປ້ອງກັນປິຕິພູມທີ່ຍິ່ງໃຫຍ່ເທົ່ານັ້ນ, ແຕ່ຍັງເຮັດພັນທະຊ່ວຍປົດປ່ອຍບັນດາປະຊາຊາດຢູ່ເອີຣົບ ແລະ ອາຊີອອກຈາກແອກຟາດຊິດ ແລະ ລັດທິຂຸນເສິກ. ປະຊາຊົນໂຊວຽດ 20 ລ້ານຄົນ ໄດ້ເສຍສະລະ ເພື່ອກອບກູ້ເອົາມວນມະນຸດອອກຈາກແປວໄຟແຫ່ງສົງຄາມ, ເຮັດໃຫ້ສົງຄາມໂລກຄັ້ງທີ 2 ຢຸດຕິລົງ, ສັນຕິພາບໄດ້ກັບຄືນມາສູ່ມວນມະນຸດ. 
   ພາຍຫລັງສົງຄາມໂລກ ຄັ້ງທີ 2 ຢຸດຕິລົງ, ຂະບວນການຕໍ່ສູ້ປົດປ່ອຍຊາດໄດ້ຟົດຟື້ນຂຶ້ນທົ່ວໂລກ, ຫລາຍປະເທດພາຍຫລັງໄດ້ຮັບການປົດປ່ອຍແລ້ວກໍໄດ້ກ້າວເດີນໄປຕາມເສັ້ນທາງສັງຄົມນິຍົມອັນໄດ້ເຮັດໃຫ້ສັງຄົມນິຍົມກາຍເປັນລະບົບ ໜຶ່ງແຕ່ເອີຣົບຮອດອາຊີ ແລະ ອາເມລິກາລາຕິນ. ສະຫະພາບໂຊວຽດ ໄດ້ໃຫ້ການສະໜັບສະໜູນຢ່າງໃຫຍ່ຫລວງຕໍ່ຂະບວນການກອມມູນິດ, ກຳມະກອນ ແລະ ຂະບວນການຕໍ່ສູ້ເພື່ອສັນຕິພາບ, ເພື່ອ ເອກະລາດແຫ່ງຊາດ, ເພື່ອປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມໃນທົ່ວໂລກ. ສະນັ້ນ, ເປັນເວລາກວ່າເຄິ່ງສະຕະວັດ, ສັງຄົມນິຍົມ ແລະ ສະຫະພາບໂຊວຽດ ໄດ້ກາຍເປັນກຳແພງເພັດແຫ່ງສັນຕິພາບໂລກ.
KPL

ຂ່າວອື່ນໆ

ads
ads

Top