ຂປລ
ຂປລ. ພະຍາດອາດຍາສິດ ແລະ ສໍ້ລາດບັງຫລວງຖືເປັນແນວຄິດ ແລະ ການກະທຳທີ່ິບໍ່ຖືກຕ້ອງ ແລະ ສ້າງຄວາມເສຍຫາຍໃຫ້ແກ່ລະບົບການນຳພາຂອງພັກ
ຂປລ. ພະຍາດອາດຍາສິດ ແລະ ສໍ້ລາດບັງຫລວງຖືເປັນແນວຄິດ ແລະ ການກະທຳທີ່ິບໍ່ຖືກຕ້ອງ ແລະ ສ້າງຄວາມເສຍຫາຍໃຫ້ແກ່ລະບົບການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ. ຕາມທິດຊີ້ນຳລວມຂອງຄະນະບໍລິຫານງານສູນ ກາງພັກ ໃຫ້ນຳໃຊ້ຫລາຍມາດຕະການເພື່ອສະກັດກັ້ນ ແລະ ແກ້ໄຂປະກົດການພະຍາດອາດຍາສິດແລະ ສໍ້ລາດບັງຫລວງຢ່າງຕັ້ງໜ້າເປັນຕົ້ນມາດຕະການສຶກສາອົບຮົມ, ມາດຕະການທາງດ້ານບໍລິຫານ, ມາດຕະການທາງດ້ານກົດໝາຍ ແລະ ອື່ນໆ. ສິ່ງສຳຄັນຫາກບັນຫາດັ່ງກ່າວ ເກີດຂຶ້ນຢູ່ບ່ອນໃດບ່ອນນັ້ນຕ້ອງເປັນເຈົ້າການແກ້ໄຂຢ່າງເຂັ້ມງວດ, ເດັດຂາດ ແລະ ທັນການ, ໃນນີ້ ໃຫ້ຖືເອົາການສະກັດກັ້ນແຕ່ຫົວທີເປັນຕົ້ນຕໍ ແລະ ເປັນບັນຫາພື້ນຖານຍາວນານ.
ປະກົດການອາດຍາສິດທີ່ໜ້າເປັນຫ່ວງທີ່ສຸດໃນປັດຈຸບັນແມ່ນການຊີ້ນຳ-ນຳພາຫ່າງເຫີນປະຊາຊົນ, ຫ່າງເຫີນຕົວຈິງ, ເວົ້າແບບລວມໆ, ຊີ້ນຳແບບຜິວເຜີນ, ມັກໃຊ້ແຕ່ຄຳສັ່ງ, ຂາດການວິເຄາະໄຈ້ແຍກບັນຫາຢ່າງລະອຽດ. ນອກນີ້, ຍັງເຂົ້າໃຈເປົ້າໝາຍແບບລວມໆ ພິຈາລະນາ ແລະ ຕົກລົງແກ້ໄຂບັນຫາບໍ່ແທດກັບຕົວຈິງ, ທັງບໍ່ຖືສຳຄັນໃນການຕິດຕາມ, ຊຸກຍູ້, ກວດກາ, ປະເມີນຜົນ ແລະ ຖອດຖອນບົດຮຽນຈາກພຶດຕິກຳ. ຈາກນັ້ນ ຈຶ່ງເກີດມີສະພາບເວົ້າຫລາຍແຕ່ເຮັດບໍ່ເປັນ, ເວົ້າດີແຕ່ເຮັດບໍ່ເກີດ, ຂະບວນການຄືແຕ່ຫົວທີແຕ່ບໍ່ຍືນຍົງ. ສິ່ງເຫລົ່ານັ້ນມັນກະທົບ ໂດຍກົງເຖິງປະສິດທິຜົນ ຫລື ຄຸນນະພາບຂອງການນຳພາ-ຄຸ້ມຄອງ. ສ່ວນການສໍ້ລາດບັງຫລວງໃນປັດຈຸບັນແມ່ນສະແດງອອກຫລາຍຮູບແບບຫລາຍລະດັບ, ອັນພົ້ນເດັ່ນແມ່ນການສວຍໃຊ້ອຳນາດໜ້າທີ່ ເພື່ອກົດໜ່ວງຖ່ວງດຶງຕໍ່ລອງຜົນປະໂຫຍດ ຈາກຜູ້ໃຊ້ບໍລິການຂອງການຈັດຕັ້ງພັກ-ລັດ, ໃຊ້ຊ່ອງຫວ່າງຂອງລະບຽບກົດໝາຍ, ຂໍ້ຕົກລົງບຸກຄົນ ຫລື ລວມໝູ່ ເພື່ອສ້າງລະບອບນະໂຍ ບາຍສະເພາະເອື້ອປະໂຫຍດແກ່ຕົນ ແລະ ພັກພວກເຮັດໃຫ້ການຍັກຍອກຊັບສົມບັດຂອງສ່ວນລວມເປັນອັນຊອບທຳ. ນອກນັ້ນ, ຍັງຈົງໃຈລະເມີດລະບຽບກົດໝາຍ ເພື່ອຫາປະໂຫຍດໃຫ້ຕົນເອງ.
ການສະກັດກັ້ນພະຍາດອາດຍາສິດ ແລະ ສໍ້ລາດບັງຫລວງຕ້ອງຕິດພັນກັບນະໂຍບາຍປະຢັດ ແລະ ຕ້ານການຟູມເຟືອຍ, ຢາກເຮັດໃຫ້ການຕ້ານພະຍາດດັ່ງກ່າວນີ້ໄດ້ຕ້ອງເລີ່ມຈາກຄວາມເປັນແບບຢ່າງຂອງແຕ່ລະຄົນເປັນຕົ້ນແມ່ນພະນັກງານຄຸ້ມຄອງ-ນຳພາແຕ່ລະຂັ້ນ, ທັງກາຍເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງພະນັກງານທຸກປະເພດ, ທຸກການຈັດຕັ້ງ ແລະ ທົ່ວສັງຄົມ. ພະນັກງານທຸກຄົນຕ້ອງມີຄວາມພະຍາຍາມສູງໃນການກຳຈັດ ແລະ ອັດຊ່ອງຫວ່າງບໍ່ໃຫ້ເກີດພະຍາດອາດຍາສິດ ແລະ ການສໍ້ລາດບັງຫລວງທັງນີ້ເພື່ອເຮັດໃຫ້ບັນຫາດັ່ງກ່າວ ທີ່ເກີດຂຶ້ນໃນປັດຈຸ ບັນຫລຸດໜ້ອຍຖອຍລົງ.
ໂດຍ: ໄໝຄໍາຍ້ອມສິນ
KPL