ຂປລ
ຕອນແລງວັນທີ 2 ພະຈິກ 2026, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ພ້ອມພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງສະພາ ແຫ່ງຊາດ ແຫ່ງ ສປປ ລາວ ໄດ້ເດີນທາງເຖິງສະໜາມບິນສາກົນໂນ້ຍບາຍ ນະຄອນຫລວງຮ່າໂນ້ຍເພື່ອຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການຕາມຄຳເຊີນຂອງສະຫາຍ ເຈິນ ແທັງ ເໝິນ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ແຕ່ວັນທີ 2-5 ພະຈິກ 2026.
ຂປລ. ການຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການຂອງຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດລາວຄັ້ງນີ້ ເພື່ອປະກອບສ່ວນຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ກໍຄືລະຫວ່າງສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
ຂ່າວ-ພາບ: ສະຖານທູດລາວທີ່ຮ່າໂນ້ຍ
KPL