ງານວາງສະແດງການບິນ-ການບິນອະວະກາດສາກົນຈີນ ຄັ້ງທີ 16

14/10/2026 15:38
ຂປລ ກອງປະຊຸມ ຖະແຫລງຂ່າວ ກ່ຽວກັບ ງານວາງສະແດງການບິນ ແລະ ການບິນອະວະກາດສາກົນຈີນ ຄັ້ງທີ 16 ໄດ້ຈັດ ຂຶ້ນ ຢູ່ນະຄອນຫລວງ ປັກກິ່ງ ເພື່ອແຈ້ງໃຫ້ຮູ້ ກ່ຽວກັບສະພາບການກະກຽມ ແລະ ຈຸດພົ້ນເດັ່ນ ຂອງງານວາງ ສະແດງ ຄັ້ງນີ້.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 13  ຕຸລານີ້, ກອງປະຊຸມ ຖະແຫລງຂ່າວ ກ່ຽວກັບ ງານວາງສະແດງການບິນ ແລະ ການບິນອະວະກາດສາກົນຈີນ ຄັ້ງທີ 16 ໄດ້ຈັດຂຶ້ນ ຢູ່ນະຄອນຫລວງ ປັກກິ່ງ ເພື່ອແຈ້ງໃຫ້ຮູ້ ກ່ຽວກັບສະພາບການກະກຽມ ແລະ ຈຸດພົ້ນເດັ່ນ ຂອງງານວາງສະແດງຄັ້ງນີ້. ງານວາງສະແດງການບິນ  ແລະ ການບິນອະວະກາດຄັ້ງນີ້ ຈະຈັດຂຶ້ນລະຫວ່າງ ວັນທີ 7 ຫາ 13 ທັນວາປີ 2026 ຢູ່ນະຄອນຈູ່ໄຫ ແຂວງກວາງຕຸ້ງ ພາກໃຕ້ຂອງ ສປ ຈີນ ໂດຍຈະສ້າງສະຖິຕິໃໝ່ ໃນດ້ານຂະໜາດ ງານວາງສະແດງ, ເພື່ອສະແດງໃຫ້ໂລກ ໄດ້ເຫັນເຖິງພະລັງທີ່ມີຊີວິດຊີວາ ດ້ານການປະ ດິດສ້າງ ຂອງວຽກງານການບິນ ແລະ ການບິນອະວະກາດຂອງ ສປ ຈີນ ຕໍ່ທົ່ວໂລກ ທັງຊຸກຍູ້ການແລກປ່ຽນ ແລະ ການຮ່ວມມື ໃນດ້ານການບິນ ແລະ ການບິນອະວະກາດຂອງໂລກ ຕື່ມອີກ. ສຳລັບ ງານວາງສະແດງຄັ້ງນີ້ ບໍ່ພຽງແຕ່ແມ່ນ ງານມະຫະກຳ ໃນດ້ານການບິນ ແລະ ການບິນອະວະກາດ ລະດັບໂລກ ເທົ່ານັ້ນ ຍັງແມ່ນງານມະຫະກຳ ດ້ານການປ້ອງກັນປະເທດ ລະດັບສາກົນ ອີກດ້ວຍ, ຍຸດໂທປະກອນແບບໃໝ່ ຫລາຍປະເພດ ຂອງກອງທັບອາກາດ ແລະ ກອງທັບເຮືອຈີນ ຈະວາງສະແດງຮ່ວມ ເພື່ອສະແດງຜົນງານ ໃນການສ້າງກຳລັງ ການສູ້ຮົບ ໃນຄຸນນະພາບໃໝ່ ຢ່າງເປັນລະບົບ ແລະ ສະແດງໃຫ້ເຫັນເຖິງ ພາບພົດທີ່ດີງາມ ໃນການເປີດປະຕູ ສູ່ພາຍນອກ, ມີຄວາມໝັ້ນໃຈຕໍ່ຕົນເອງ ແລະ ປົກປ້ອງສັນຕິພາບ ຂອງກອງທັບປົດປ່ອຍ ປະຊາຊົນຈີນ.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top