ຈີນ ຍົກລະດັບປາບປາມອາຊະຍາກຳ ທາງອາຫານ ຄວບຄຸມເຂັ້ມງວດ ການຂາຍທາງອອນໄລ

14/10/2026 14:25
ຂປລ ຈີນ ໄດ້ວາງແນວທາງ ການປະຕິບັດໃໝ່ ເພື່ອຍົກລະດັບ ການປາບປາມ ອາຊະຍາກຳ ທາງອາຫານ ແລະ ເພີ່ມຄວາມເຂັ້ມງວດ ໃນການ ກວດກາ ການຂາຍອາຫານ ທາງອອນໄລ ລວມໄປເຖິງ ທຸລະກິດ ຮູບແບບໃໝ່ອື່ນໆ ທີ່ ກຳລັງຂະຫຍາຍຕົວ.

ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ຈີນ ໄດ້ວາງແນວທາງ ການປະຕິບັດໃໝ່ ເພື່ອຍົກລະດັບ ການປາບປາມ ອາຊະຍາກຳ ທາງອາຫານ ແລະ ເພີ່ມຄວາມ ເຂັ້ມງວດ ໃນການ ກວດກາ ການຂາຍອາຫານ ທາງອອນໄລ ລວມໄປເຖິງ ທຸລະກິດ ຮູບແບບໃໝ່ອື່ນໆ ທີ່ ກຳລັງຂະຫຍາຍຕົວ.

ການວາງແນວທາງ ປະຕິບັດ ດັ່ງກ່າວ ໂດຍແມ່ນ ຄະນະ ກຳມາທິການ ກິດຈະການ ການເມືອງ ແລະ ກົດໝາຍແຫ່ງຄະນະກຳມະການ ສູນກາງ ພັກກອມມູນິດຈີນ ໄດ້ຮຽກຮ້ອງ ໃຫ້ມີການລົງໂທດ ຢ່າງຮຸນແຮງຂຶ້ນ ສຳລັບ ຄວາມຜິດຢ່າງຮ້າຍແຮງ ແລະ ເພີ່ມການ ປະສານງານ ຢ່າງໃກ້ຊິດ ລະຫວ່າງ ໜ່ວຍງານ ກຳກັບດູແລ ຄວາມປອດໄພ ດ້ານອາຫານ ແລະ ໜ່ວຍງານ ຍຸຕິທຳທາງອາຍາ.

ຕົວແທນ ຈາກ ຄະນະ ກຳມາທິການ ດັ່ງກ່າວ ເປີດເຜີຍ ເມື່ອວັນທີ (12 ຕຸລາ) ວ່າ ສະຖານະການ ຄວາມປອດໄພ ດ້ານອາຫານໃນຈີນ ໂດຍລວມເຖິງ ສະຖຽນລະພາບ, ແຕ່ທາງການ ພວມຜະເຊີນກັບ ສິ່ງທ້າທາຍໃໝ່ໆ ເນື່ອງຈາກ ອາຊະຍາກຳ ທາງອາຫານ ມີຄວາມສັບສົນ ຫລາຍຂຶ້ນ, ໂດຍມີ ການໃຊ້ປະໂຫຍດ ຈາກ ແພລດຟອມອອນໄລ ເພີ່ມຂຶ້ນ ໂດຍກວມເອົາ ຫລາຍຂັ້ນຕອນ ໃນລະບົບ ຕ່ອງໂສ້ ການສະໜອງ.  ໂດຍແນວທາງ ການປະຕິບັດນີ້ ໄດ້ກຳນົດໃຫ້ ຜະລິດຕະພັນ ຊີ້ນສັດ, ອາຫານ ໂຮງຮຽນ, ອາຫານ ເພື່ອສຸຂະພາບ, ຜັກ ແລະ ໝາກໄມ້ ເປັນເປົ້າໝາຍຫລັກ ໃນການບັງຄັບໃຊ້ ກົດໝາຍ. ນອກຈາກນີ້, ຍັງໄດ້ຮຽກຮ້ອງໃຫ້ ມີການກວດກາ ການຜະລິດອາຫານ, ການຂາຍທາງອອນໄລ, ບໍລິການຈັດລ້ຽງ ແລະ ການນຳເຂົ້າ ຢ່າງເຂັ້ມງວດຫລາຍຂຶ້ນ. /

KPL

ຂ່າວອື່ນໆ

ads
ads

Top