ມາເລເຊຍ ເພີ່ມງົບປະມານຊ່ວຍ ຄ່າຄອງຊີບປະຊາຊົນ

14/10/2026 14:25
ຂປລ ທ່ານ ອັນວາ ອິມບຣາຮິມ ນາຍົກ ລັດຖະມົນຕີ ມາເລເຊຍ ໄດ້ເປີດເຜີຍ ແຜນງົບປະມານ ປີ 2027 ເພື່ອຫລຸດຜ່ອນ ພາລະ ຄ່າຄອງຊີບ ຂອງ ປະຊາຊົນ ໂດຍຜ່ານການ ປັບຂຶ້ນ ຄ່າແຮງງານ ຂັ້ນຕໍ່າ, ເພີ່ມສິດທິ ຫລຸດຜ່ອນ ພາສີ ໃຫ້ແກ່ ຊົນຊັ້ນກາງ ແລະ ເພີ່ມງົບປະມານ ດ້ານການສຶກສາ, ສາທາລະນະສຸກ, ກະສິກຳ ແລະ ຜູ້ສູງອາຍຸ.

ຂປລ. ສໍານັກຂ່າວ ຕ່າງປະເທ, ເມື່ອບໍ່ດົນມານີ້,  ທ່ານ ອັນວາ ອິມບຣາຮິມ ນາຍົກ ລັດຖະມົນຕີ ມາເລເຊຍ ໄດ້ເປີດເຜີຍ ແຜນງົບປະມານ ປີ 2027 ເພື່ອຫລຸດຜ່ອນ ພາລະ ຄ່າຄອງຊີບ ຂອງ ປະຊາຊົນ ໂດຍຜ່ານການ ປັບຂຶ້ນ ຄ່າແຮງງານ ຂັ້ນຕໍ່າ, ເພີ່ມສິດທິ ຫລຸດຜ່ອນ ພາສີ ໃຫ້ແກ່ ຊົນຊັ້ນກາງ ແລະ ເພີ່ມງົບປະມານ ດ້ານການສຶກສາ, ສາທາລະນະສຸກ, ກະສິກຳ ແລະ ຜູ້ສູງອາຍຸ.

ມາດຕະການ ດັ່ງກ່າວ ມີເປົ້າໝາຍ ເພື່ອກະຕຸ້ນ ການຊົມໃຊ້ ແລະ ການເຕີບໂຕ ທາງເສດຖະກິດ ພ້ອມທັງ ຟື້ນຟູຄວາມນິຍົມ ຂອງ ລັດຖະບານ ກ່ອນການເລືອກຕັ້ງ ທົ່ວໄປ ເຊິ່ງຈະຕ້ອງ ຈັດຂຶ້ນ ໃນຕົ້ນປີ 2028. ເຖິງຢ່າງໃດກໍຕາມ, ນັກວິເຄາະ ເຫັນວ່າ ງົບປະມານ ສະບັບນີ້ ຍັງຂາດ ການປະຕິຮູບ ເຊີງໂຄງສ້າງ ທີ່ ຈຳເປັນ ຕໍ່ການເສີມສ້າງ ຄວາມເຂັ້ມແຂງ ທາງການເງິນ ໃນໄລຍະຍາວ.

ໃນຂະນະທີ່ ລັດຖະບານ ມາເລເຊຍ ໄດ້ຕັ້ງເປົ້າໝາຍ ຫລຸດຜ່ອນ ການຂາດດຸນ ງົບປະມານ ຈາກ 3,6% ຂອງ ລວມຍອດ ຜະລິດຕະພັນ ພາຍໃນ (GDP) ໃນປີ 2026 ໃຫ້ເຫລືອ 3,3% ໃນປີ 2027; ແຕ່ການ ທີ່ບໍ່ມີມາດຕະການ ຈັດເກັບພາສີໃໝ່ ໃນວົງກວ້າງ ອາດຈະເຮັດໃຫ້ ການບັນລຸເປົ້າໝາຍ ດັ່ງກ່າວ ຕ້ອງເພິ່ງພາລາຍໄດ້ ຈາກນ້ຳມັນ ເຊິ່ງມີ ລາຄາສູງກວ່າ 100 ໂດລາສະຫະລັດ ຕໍ່ຖັງ.

ນອກຈາກນັ້ນ, ມາເລເຊຍ ຍັງກຽມຈັດສັນ ເງິນອຸດໜູນ ເຊື້ອໄຟ ໃນປີໜ້າ 40.000 ລ້ານຣິງກິດ ເຊິ່ງອາດຈະເພີ່ມແຮງ ກົດດັນ ຕໍ່ຖານະການເງິນ ຖ້າຫາກມີການໃຊ້ຈ່າຍ ເພີ່ມເຕີມ ໃນໄລຍະເລືອກຕັ້ງ. ໂດຍທະນາຄານ ໂອເວີຊີ-ໄຊນີສ ແບ່ງກິ່ງ ຄໍເປີເລຊັນ (OCBC) ຄາດການວ່າ ການຂາດດຸ່ນ ງົບປະມານ ອາດຈະຢູ່ໃນລະດັບ 3,5-3,6% ຂອງ GDP./

 

KPL

ຂ່າວອື່ນໆ

ads
ads

Top