ເອີຣົບ ຄວບຄຸມການນຳເຂົ້າ ລົດໄຮບຣິດຈີນ ຈໍານວນ 350.000 ຄັນຕໍ່ປີ

14/10/2026 14:25
ຂປລ ສະຫະພາບ ເອີຣົບ (EU) ກຽມກຳນົດ ການນຳເຂົ້າ ລົດໃຫຍ່ປະສົມ ຫລື ໄຮບຣິດ (Hybrid) ຈາກ ປະເທດຈີນ ບໍ່ໃຫ້ເກີນ 350.000 ຄັນ ຕໍ່ປີ ໂດຍອາດຈະເລີ່ມ ບັງຄັບໃຊ້ ວຽກງານ ມາດຕະການດັ່ງກ່າວ ໄວທີ່ສຸດ ໃນວັນທີ 1 ທັນວານີ້

ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ສະຫະພາບ ເອີຣົບ (EU) ກຽມກຳນົດ ການນຳເຂົ້າ ລົດໃຫຍ່ປະສົມ ຫລື ໄຮບຣິດ (Hybrid) ຈາກ ປະເທດຈີນ ບໍ່ໃຫ້ເກີນ 350.000 ຄັນ ຕໍ່ປີ ໂດຍອາດຈະເລີ່ມ ບັງຄັບໃຊ້ ວຽກງານ ມາດຕະການດັ່ງກ່າວ ໄວທີ່ສຸດ ໃນວັນທີ 1 ທັນວານີ້ ເພື່ອຮັບມືກັບ ປະລິມານ ສິນຄ້າ ນຳເຂົ້າ ທີ່ເພີ່ມຂຶ້ນຢ່າງວ່ອງໄວ ແລະ ປົກປ້ອງ ອຸດສາຫະກຳ ພາຍໃນ ພາກພື້ນ.

ເອກະສານ ລາຍລະອຽດ ຂອງ ແຜນການ ດັ່ງກ່າວ ລະບຸວ່າ ໂຄຕ້າ ການນຳເຂົ້າ ໃນປີທຳອິດ ຈະລວມມີ  350.000 ຄັນ ກ່ອນທີ່ຈະເພີ່ມຂຶ້ນ ປີລະ 6% ຕັ້ງແຕ່ ປີທີສອງ ເປັນຕົ້ນໄປ. ໂດຍມາດຕະການ ດັ່ງກ່າວ ຈະມີອາຍຸການນຳໃຊ້ 4 ປີ.  ເຖິງຢ່າງໃດກໍ່ຕາມ, ເພື່ອໃຫ້ສອດຄ່ອງ ກັບ ຫລັກການ  ບໍ່ເລືອກປະຕິບັດ ຂອງ ອົງການ ການຄ້າໂລກ (WTO), ອີຢູ ຈະນຳໃຊ້ ການນຳເຂົ້າ ກັບ ລົດໃຫຍ່ ໄຮບຣິດ ຈາກທຸກປະເທດ ບໍ່ແມ່ນສະເພາະແຕ່ລົດ ທີ່ມີຕົ້ນ ກຳເນີດມາຈາກ ຈີນ ເທົ່ານັ້ນ, ພ້ອມທັງ ການກໍານົດໃຫ້ ໂຄຕ້າ ຂອງ ຈີນ ບໍ່ນ້ອຍກວ່າ ໂຄຕາ ຂອງ ປະເທດ ຜູ້ສົ່ງອອກລາຍອື່ນໆ ໂດຍທັງ ອີຢູ ແລະ ຈີນ ຕ່າງໃຫ້ ຄຳໝັ້ນ ສັນຍາ ທີ່ຈະປະຕິບັດຕາມ ກົດລະບຽບ ຂອງ WTO.

ມາຕການນີ້ ໄດ້ເກີດຂຶ້ນ ຫລັງຈາກທີ່ ທ່ານມາຣອສ ເຊັບໂຄວິຊ (Maroš Šefčovič) ຫົວໜ້າ ຝ່າຍການຄ້າຂອງ ອີຢູ ໄດ້ເຂົ້າພົບ ກັບ ທ່ານ ຫວັງ ເຫວິນເທົາ (Wang Wentao) ລັດຖະມົນຕີ ກະຊວງ ການຄ້າ ຂອງຈີນ ຢູ່ນະຄອນຫລວງ ປັກກິ່ງ ເມື່ອອາທິດ ທີ່ຜ່ານມາ. ໃນຂະນະທີ່ ອີຢູ ພະຍາຍາມ ຫລຸດຜ່ອນ ບັນຫາ ການຂາດດຸນ ການຄ້າ ທີ່ມີ ມູນຄ່າສູງກວ່າ 1 ຕື້ເອີໂຣ ຕໍ່ວັນ./

KPL

ຂ່າວອື່ນໆ

ads
ads

Top