ກອງປະຊຸມເວທີປຶກສາຫາລືປະຕິຮູບວຽກງານສາຍດ່ວນ ບໍລິການຊາວເມືອງແບບ “ຕອບຮັບຄຳຮ້ອງທຸກຢ່າງວ່ອງໄວ”

13/10/2026 15:55
ຂປລ ກອງ​ປະ​ຊຸມ ເວ​ທີ​ປຶກ​ສາ​ຫາ​ລື ​ກ່ຽວ​ກັບ​ ການ​ປະ​ຕິ​ຮູບ​ ວຽກ​ງານ ​ສາຍ​ດ່ວນ ​ບໍ​ລິ​ການ ​ຊາວ​ເມືອງ​ແບບ “ຕອບ​ຮັບ​ຄຳ​ຮ້ອງ​ທຸກ​ ຢ່າງວ່ອງ​ໄວ”ປັກ​ກິ່ງ​ ປະ​ຈຳປີ 2026 ທີ່​ມີ​ສະ​ຖາ​ບັນ​ ວິ​ທະ​ຍາ​ສາດ ​ສັງ​ຄົມ​ຈີນ, ວິ​ທະ​ຍຸ​ໂທ​ລະ​ພາບ ​ສູນ​ກາງ​ຈີນ ຫລື CMG, ຄະ​ນະ​ພັກ ແລະ ອົງ​ການ​ປົກ​ຄອງ​ ນະ​ຄອນຫລວງ​ ປັກ​ກິ່ງ ​ເປັນ​ເຈົ້າ​ພາບ​ຮ່ວມ ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນຫລວງ ​ປັກ​ກິ່ງ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນ​ທີ 12 ຕຸ​ລາ​ນີ້, ​ກອງ​ປະ​ຊຸມ ເວ​ທີ​ປຶກ​ສາ​ຫາ​ລື ​ກ່ຽວ​ກັບ​ ການ​ປະ​ຕິ​ຮູບ​ ວຽກ​ງານ ​ສາຍ​ດ່ວນ ​ບໍ​ລິ​ການ ​ຊາວ​ເມືອງ​ແບບ “ຕອບ​ຮັບ​ຄຳ​ຮ້ອງ​ທຸກ​ ຢ່າງວ່ອງ​ໄວ”ປັກ​ກິ່ງ​ ປະ​ຈຳປີ 2026 ທີ່​ມີ​ສະ​ຖາ​ບັນ​ ວິ​ທະ​ຍາ​ສາດ ​ສັງ​ຄົມ​ຈີນ, ວິ​ທະ​ຍຸ​ໂທ​ລະ​ພາບ ​ສູນ​ກາງ​ຈີນ ຫລື CMG, ຄະ​ນະ​ພັກ ແລະ ອົງ​ການ​ປົກ​ຄອງ​ ນະ​ຄອນຫລວງ​ ປັກ​ກິ່ງ ​ເປັນ​ເຈົ້າ​ພາບ​ຮ່ວມ ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນຫລວງ ​ປັກ​ກິ່ງ. ທ່ານ​ ເຊີ້ນ​ໄຫສົງ ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ ​ອົບ​ຮົມ​ສູນ​ກາງ​ພັກ​ ກອມ​ມູ​ນິດ​ຈີນ ຜູ້​ອຳ​ນວຍ​ການ​ໃຫຍ່​ CMG ໄດ້​ກ່າວ​ຄຳ​ປາ​ໄສ​ ໃນກອງ​ປະ​ຊຸມດັ່ງ​ກ່າວ. ທ່ານ ​ເຊີ້ນ​ໄຫ​​ສົງ​ ກ່າວ​ວ່າ: ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະ​ຄອນຫລວງ​ປັກ​ກິ່ງ ​ໄດ້​ລົງ​ເລິກ​ປະ​ຕິ​ບັດ​ ຕາມ​ແນວ​ຄວາມ​ຄິດ​ ສຳ​ຄັນ​ຂອງ​ທ່ານ​ ສີ​ ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ ຄະ​ນະ​ກຳ​ມະ​ການ​ ສູນ​ກາງ​ພັກ​ ກອມ​ມູ​ນິດ​ຈີນ​ ກ່ຽວ​ກັບ​ ຕົວ​ເມືອງ​​ຂອງປະ​ຊາ​ຊົນ ​ເພື່ອ​ປະ​ຊາ​ຊົນ. CMG ​ເປັນ​ສັກ​ຂີ​ພິ​ຍານ ແລະ ຜູ້​ບັນ​ທຶກ ການ​ກໍ່​ສ້າງ ​ຕົວ​ເມືອງ​ປະ​ຊາ​ຊົນ ​​ຂອງ​ນະ​ຄອນຫລວງ ​ປັກ​ກິ່ງ, ທັງ​ເປັນຜູ້​ເຂົ້າ​ຮ່ວມ ແລະ ຜູ້​ຂັບ​ເຄື່ອນ. CMG ໄດ້​ນຳ​ໃຊ້​ວີ​ດີ​ໂອ ແລະ ພາບ​ຖ່າຍ​ ເປັນ​ສື່​ກາງ, ເຮັ​ດ​ໃຫ້​ປະ​ຊາ​ຊົນ​ ຮູ້​ສຶກ​ເຖິງຄວາມ​ອົບ​ອຸ່ນ ​ຂອງ​ຕົວ​ເມືອງ​ປະ​ຊາ​ຊົນ; ຖື​ເອົາ​ ການ​ສົນ​ທະ​ນາ ​ເປັນ​ຂົວ​ຕໍ່, ​​ເພື່ອ​ໃຫ້​ບົດ​ຮຽນ​​ ການ​ສ້າງ​ຕົວ​ເມືອງ​ປະ​ຊາ​ຊົນ​​ ໄດ້​ຮັບ​ການ​ແບ່ງ​ປັນ ​ໄປໃນ​ທົ່ວ​ໂລກ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top