ລົດໄຟລາວ-ຈີນ ຂົນສົ່ງຜູ້ໂດຍສານ ຫລາຍກວ່າ 80 ລ້ານເທື່ອຄົນ

09/10/2026 16:20
ຂປລ ນັບແຕ່ເປີດນໍາໃຊ້ ເສັ້ນທາງລົດໄຟລາວ-ຈີນ ມາຮອດວັນທີ 9 ຕຸລານີ້, ສາມາດຂົນ ສົ່ງຜູ້ໂດຍສານ ໄດ້ຫລາຍກວ່າ 80 ລ້ານເທື່ອຄົນ. “ເສັ້ນທາງຄໍາ” ສາຍນີ້ພວມເພີ່ມພະລັງຊີວິດໃໝ່ ໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມ ໃນພາກພື້ນຢ່າງບໍ່ຢຸດຢັ້ງ ດ້ວຍຈໍານວນຜູ້ໂດຍສານ ທີ່ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ແຫລ່ງຂ່າວຈາກ ກຸ່ມບໍລິສັດທາງລົດໄຟຈີນ ສາຂາຄຸນໝິງ ແຈ້ງໃຫ້ຮູ້ວ່າ: ນັບແຕ່ເປີດນໍາໃຊ້ ເສັ້ນທາງລົດໄຟລາວ-ຈີນ ມາຮອດວັນທີ 9 ຕຸລານີ້, ສາມາດຂົນ ສົ່ງຜູ້ໂດຍສານ ໄດ້ຫລາຍກວ່າ 80 ລ້ານເທື່ອຄົນ. “ເສັ້ນທາງຄໍາ” ສາຍນີ້ພວມເພີ່ມພະລັງຊີວິດໃໝ່ ໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມ ໃນພາກພື້ນຢ່າງບໍ່ຢຸດຢັ້ງ ດ້ວຍຈໍານວນຜູ້ໂດຍສານ ທີ່ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ. ນັບມາຮອດ ປັດຈຸບັນ, ເສັ້ນທາງລົດໄຟລາວ-ຈີນ ໄດ້ເປີດຂະບວນລົດໄຟໂດຍສານສາກົນທັງໝົດ 3,913 ຂະບວນ, ຂົນສົ່ງຜູ້ໂດຍສານຂ້າມຊາຍແດນທັງໝົດ 950,000 ເທື່ອຄົນ ຈາກຫລາຍກວ່າ 120 ປະເທດ ແລະ ເຂດແຄວ້ນທົ່ວໂລກ. ນັບແຕ່ຕົ້ນປີນີ້ມາ, ເສັ້ນທາງລົດໄຟລາວ-ຈີນ ສາມາດຂົນສົ່ງ ຜູ້ໂດຍສານ ໄດ້ຫລາຍກວ່າ 16 ລ້ານເທື່ອຄົນ, ເພີ່ມຂຶ້ນ 5% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍ, ໃນນັ້ນ, ຜູ້ໂດຍສານ ຂ້າມຊາຍແດນ 270,000 ເທື່ອຄົນ, ເພີ່ມຂຶ້ນ 36.6%. ການສັນຈອນໄປມາ ດ້ວຍຂະບວນລົດໄຟ ລະຫວ່າງ ສປປ ລາວ-ສປ ຈີນ ຂອງຜູ້ໂດຍສານ ຂ້າມ ຊາຍແດນ ໄດ້ຊຸກຍູ້ການບໍລິໂພກ ໃນອຸດສາຫະກໍາຕ່າງໆ ທີ່ຢູ່ລຽບຕາມເສັ້ນທາງລົດໄຟ ເປັນຕົ້ນແມ່ນແຫລ່ງທ່ອງທ່ຽວ, ໂຮງແຮມ ແລະ ຮ້ານອາຫານ ໃຫ້ເຕີບໂຕຫລາຍກວ່າ 35%./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top