ຂປລ
ສະພາສູງຟີລິບປິນ ໄດ້ຜ່ານຮ່າງກົດໝາຍ ສະບັບໜຶ່ງ ທີ່ມີຈຸດປະສົງ ເພື່ອຈຳກັດການນຳໃຊ້ ສື່ສັງຄົມອອນລາຍ ສຳລັບຜູ້ ທີ່ມີອາຍຸບໍ່ເຖິງກະສຽນ ຫລື ຕ່ຳກວ່າ 18 ປີ. ຖ້າຫາກຮ່າງກົດໝາຍສະບັບນີ້ ມີຜົນບັງຄັບໃຊ້ແລ້ວ, ຜູ້ທີ່ມີອາຍຸຕ່ຳກວ່າ 18 ປີໃນຟີລິບປິນ ຈະບໍ່ສາມາດລົງທະບຽນ, ເຂົ້າເຖິງ, ນຳໃຊ້, ບຳລຸງຮັກສາ, ດຳເນີນ ຫຼື ສ້າງບັນຊີໃນສື່ສັງຄົມອອນລາຍ ທີ່ຈຳກັດດ້ານອາຍຸ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 8 ຕຸລານີ້, ສະພາສູງຟີລິບປິນ ໄດ້ຜ່ານຮ່າງກົດໝາຍ ສະບັບໜຶ່ງ ທີ່ມີຈຸດປະສົງ ເພື່ອຈຳກັດການນຳໃຊ້ ສື່ສັງຄົມອອນລາຍ ສຳລັບຜູ້ ທີ່ມີອາຍຸບໍ່ເຖິງກະສຽນ ຫລື ຕ່ຳກວ່າ 18 ປີ. ຖ້າຫາກຮ່າງກົດໝາຍສະບັບນີ້ ມີຜົນບັງຄັບໃຊ້ແລ້ວ, ຜູ້ທີ່ມີອາຍຸຕ່ຳກວ່າ 18 ປີໃນຟີລິບປິນ ຈະບໍ່ສາມາດລົງທະບຽນ, ເຂົ້າເຖິງ, ນຳໃຊ້, ບຳລຸງຮັກສາ, ດຳເນີນ ຫຼື ສ້າງບັນຊີໃນສື່ສັງຄົມອອນລາຍ ທີ່ຈຳກັດດ້ານອາຍຸ. ນອກນີ້, ຮ່າງກົດໝາຍສະບັບນີ້ ຍັງລະບຸວ່າ: ເວທີສື່ສັງຄົມອອນລາຍສາກົນ ທີ່ດຳເນີນງານຢູ່ຟີລິບປິນ ຕ້ອງປະຕິບັດຕາມກົດໝາຍສະບັບນີ້ ແລະ ຕ້ອງແຕ່ງຕັ້ງ ຜູ້ຕາງໜ້າຄົນໜຶ່ງຢູ່ຟີລິບປິນ ເພື່ອຮ່ວມມືກັບ ຟີລິບປິນ ໃນການຈັດຕັ້ງ ປະຕິບັດກົດໝາຍ ສະບັບນີ້. ຖ້າຫາກສື່ສັງຄົມອອນລາຍໃດລະເມີດ ກົດໝາຍດັ່ງກ່າວ ອາດຈະຖືກປັບໄໝ ທາງບໍລິຫານ 5 ລ້ານເຖິງ 20 ລ້ານເປໂຊ (ເທົ່າກັບ 80.000 ຫາ 320.000 ໂດລາສະຫະລັດ). ຖ້າຫາກພໍ່ແມ່ ຫລື ຜູ້ປົກຄອງລະເມີດກົດໝາຍ ກໍຈະຖືກປັບໄໝ ເຊັ່ນດຽວກັນ ຫລື ຕ້ອງປະຕິບັດ ການບໍລິການຊຸມຊົນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL