ຮົງກົງ ໄດ້ຮັບການປະເມີນ ເປັນກຸ່ມເສດຖະກິດເສລີ ທີ່ສຸດໃນໂລກ ອີກຄັ້ງໜຶ່ງ

08/10/2026 16:47
ຂປລ ສະ​ຖາ​ບັນ​ຄົ້ນ​ຄວ້າ​ ຟ​ຣາ​ເຊີ​ກາ​ນາ​ດາ ​ໄດ້​ປະ​ກາດ “ບົດ​ລາຍ​ງານ​ຄວາມ​ເສລີ​ ດ້ານ​ເສດຖະກິດ​ໂລກ​ ປະຈຳ​ປີ 2026”. ເຂດບໍລິຫານພິເສດ ຮົງກົງ ຂອງ ສປ ຈີນ ​​ໄດ້​ຮັບ​ການ​ປະ​ເມີນ ເປັນ​ກຸ່ມ​ເສດຖະກິດ​​ເສລີ​ ທີ່​ສຸດ​ໃນ​ໂລກ ​​ອີກ​​ຄັ້ງໜຶ່ງ.

   ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,ວັນ​ທີ 6 ຕຸ​ລ​າ​ນີ້, ສະ​ຖາ​ບັນ​ຄົ້ນ​ຄວ້າ​ ຟ​ຣາ​ເຊີ​ກາ​ນາ​ດາ ​ໄດ້​ປະ​ກາດ “ບົດ​ລາຍ​ງານ​ຄວາມ​ເສລີ​ ດ້ານ​ເສດຖະກິດ​ໂລກ​ ປະຈຳ​ປີ 2026”. ເຂດບໍລິຫານພິເສດ ຮົງກົງ ຂອງ ສປ ຈີນ ​​ໄດ້​ຮັບ​ການ​ປະ​ເມີນ ເປັນ​ກຸ່ມ ​ເສດຖະກິດ​​ເສລີ​ ທີ່​ສຸດ​ໃນ​ໂລກ ​​ອີກ​​ຄັ້ງໜຶ່ງ.ຈາກນັ້ນ ໂຄ​ສົກ​ອົງ​ການ​ ປົກ​ຄອງ​ ເຂດ​ບໍ​ລິ​ຫານ​ພິ​ເສດ ​ຮົງ​ກົງ ຂອງ ສປ ຈີນ ກ່າວ​ວ່າ: ບົດ​ລາຍ​ງານ​ດັ່ງ​ກ່າວ ​ໄດ້​ຢືນ​ຢັນ​ທ່າ​ແຮງ​ດ້ານ​ຕະຫລາດ​ເສ​ລີ​ ລວມ​ທັງ ​ສະ​ພາບ​ແວດ​ລ້ອມ ​ການ​ດຳ​ເນີນ​ທຸ​ລະ​ກິດ ​ທີ່​ເປີດ​ປະ​ຕູ, ມີ​ປະ​ສິດ​ທິ​ຜົນ​ສູງ ແລະ ຍຸ​ຕິ​ທຳຂອງ​ຮົງ​ກົງ ​ອີກ​ຄັ້ງ​ໜຶ່ງ.ຂະນະທີ່ ຮົງ​ກົງ​ ປະ​ຕິ​ບັດ​ຕາມຫລັກ​ການ​ປະ​ເທດ​ດຽວ ​ສອງ​ລະ​ບອບ ເຊິ່ງ​ໄດ້​ຮັບ​ການ​ຄ້ຳ​ຊູ​ ຂອງ​ປະ​ເທດ​ຊາດ ແລະ ເຊື່ອມ​ໂຍງ​ກັບ​ໂລກ, ມີ​ການ​ທະ​ນາ​ຄານ, ການ​ຂົນ​ສົ່ງ​ທາງ​ທະ​ເລ, ການ​ຄ້າ ແລະ ການ​ບໍ​ລິ​ການ​ມື​ອາ​ຊີບ​ທີ່​​ເຊື່ອມ​ຕໍ່​ກັບ​ ມາດ​ຕະ​ຖານ​ສູງ​ສຸດ​ຂອງ​ສາ​ກົນ, ທັງ​ມີໂຄງສ້າງ​ຈັດ​ຕັ້ງ​ ອົງ​ການ​ປົກ​ຄອງ ​ທີ່​ມີ​ປະ​ສິດ​ທິ​ພາບ​ສູງ, ​ຖັນ​ແຖວ ​ລັດ​ຖະ​ກອນ ​ທີ່​ສຸ​ຈະຫລິດ ແລະ ​ເປັນມື​ອາ​ຊີບ. ນັບ​ແຕ່​ປີ​ນີ້​ເປັນ​ຕົ້ນ​ມາ, ຮົງ​ກົງ​​​ ໄດ້​ສ້າງ​ຜົນ​ງານ​ດີ​ເດັ່ນ ໃນ​ການ​ລຽງ​ລໍ​າ​ດັບ​ກຳ​ລັງ​ແຂ່ງ​ຂັນ​ສາ​ກົນ ຫລາຍ​ປະ​ການ, ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ ທ່າ​ແຮງ​ແກນ​ກາງ​ ຂອງ​ຮົງ​ກົງ ແລະ ຄວາມ​ພະ​ຍາ​ຍາມ​ ຂອງ​ອົງ​ການ​ປົກ​ຄອງ​ຮົງ​ກົງ​ ໃນ​ການ​ຊຸກ​ຍູ້​ ການ​ພັດ​ທະ​ນາ ​ໃນ​ຄຸນ​ນະ​ພາບ​ສູງ ໄດ້​ຮັບ​ຄວາມ​ຮັ​ບ​ຮູ້ ​ຢ່າງກວ້າງ​ຂວາງ​ ຈາກ​ປະ​ຊາ​ຄົມ​ໂລກ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top