ອັດຕາປະລະການຮຽນຍັງສູງ ຢຸ່ບາງເຂດຫ່າງໄກສອກຫລີກ ຂອງແຂວງຈຳປາສັກ

08/10/2026 06:04
Email Print 1394
ຂປລ ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ອັດຕາການ ປະລະການຮຽນຍັງສູງຢູ່ບາງເຂດ ຫ່າງໄກສອກຫລີກ ຂອງແຂວງຈຳ ປາສັກ ພ້ອມທັງບັນຫາການຂາດ ເຂີນຄູສອນ ເຮັດໃຫ້ຕ້ອງເປີດຫ້ອງ ຄວບເພີ່ມຂຶ້ນ, ພື້ນຖານໂຄງລ່າງ ແລະ ອຸປະກອນການຮຽນ-ການ ສອນບາງແຫ່ງຍັງຊຸດໂຊມ.

ທ່ານ ວຽງນະຄອນ ບົວລະພັນ ຮອງຫົວໜ້າພະແນກສຶກສາທິການ  ແລະ ກິລາແຂວງຈຳປາສັກ ໄດ້ກ່າວ ໃນພິທີສະເຫລີມສະຫລອງວັນຄູ ແຫ່ງຊາດ ຄົບຮອບ 32 ປີ ໃນ ອາທິດຜ່ານມາວ່າ: ທົ່ວແຂວງຈຳ ປາສັກ ມີໂຮງຮຽນສາມັນສຶກສາ  1.143 ແຫ່ງ, ມີອາຄານຮຽນ  1.932 ຫລັງ (ຖາວອນ 1.345 ຫລັງ, ເຄິ່ງຖາວອນ 443 ຫລັງ,  ຊ່ົວຄາວ 144 ຫລັງ, ມີຫ້ອງ ຮຽນ 4.485 ຫ້ອງ, ມີນັກຮຽນ  127.057 ຄົນ, ຍິງ 63.263 ຄົນ ແລະ ມີພະນັກງານ-ລັດຖະ ກອນທັງໝົດ 5.276 ຄົນ, ຍິງ  3.355 ຄົນ. ສຳລັບຜົນສໍາເລັດ ທ່ີພົ້ນເດັ່ນໃນການຈັດຕ້ັງປະຕິບັດ ວຽກງານໃນໄລຍະຜ່ານມາ ໂດຍມີ  3 ກຸ່ມວຽກ ເປັນຕົ້ນ ກຸ່ມວຽກງານ ສຶກສາ:ໄດ້ຂະຫຍາຍຕາໜ່າງການ ສຶກສາ ໂດຍສະເພາະ ໂຮງຮຽນ ລ້ຽງເດັກ-ອະນຸບານ ມີ 247 ແຫ່ງ,  ປະຖົມ 727 ແຫ່ງ, ມັດທະຍົມ 169 ແຫ່ງ, ອາຊີວະສຶກສາ ແລະ  ຊັ້ນສູງ 24 ແຫ່ງ; ຜົນງານການ ຮຽນ-ການສອນ: ນັກຮຽນເກັ່ງ ຂັ້ນຊັ້ນ ມ4 ແລະ ມ7 ສາມາດ ຍາດໄດ້ 9 ລາງວັນໃນລະດັບຊາດ  (ຫລຽນຄຳ 1, ຫລຽນເງິນ 2, ຫລຽນທອງ 2 ແລະ ຊົມເຊີຍ 4 ຈັດຢູ່ໃນອັນດັບ 3 ຂອງທົ່ວປະເທດ. ຜົນສອບຈົບຊ້ັນ ປ5  ແລະ ມ7 ປະຕິບັດໄດ້ 100%, ສ່ວນ ມ4 ປະຕິບັດໄດ້ 99,9%; ການພັດທະນາຄູ ແລະ ຈັດສັນ:  ໄດ້ບັນຈຸລັດຖະກອນຄູໃໝ່ໃນສົກ ຮຽນ 2025-2026 ທັງໝົດ 751 ຄົນ, ພ້ອມທັງຈັດຝຶກອົບຮົມຍົກ ລະດັບຄູສອນຫ້ອງຄວບ ແລະ  ຄູສອນທີ່ສອນບໍ່ຖືກສາຍຈຳນວນ ຫລວງຫລາຍ.

ສ່ວນກຸ່ມວຽກງານວິທະຍາ ສາດ: ພະແນກ ສສກ ແຂວງ ຮ່ວມ ກັບມະຫາວິທະຍາໄລຈຳປາສັກ  ແລະ ວິທະຍາໄລຄູປາກເຊ ໄດ້ ສຶກສາຄົ້ນຄວ້າວິໄຈສະພາບບັນຫາ ຂະແໜງການສຶກສາ ຈຳນວນ 3 ຫົວຂໍ້ ໂດຍມີຫົວຂໍ້ “ແນວທາງ ພັດທະນາຄຸນນະພາບການສຶກສາ ສາຍສາມັນ” ໄດ້ສຳເລັດຜົນ ແລະ  ກຽມນຳສະເໜີ. ກຸ່ມວຽກງານ ກິລາ-ກາຍຍະກຳ: ນັກກິລາແຂວງ ຈຳປາສັກ ຍາດໄດ້ 126 ຫລຽນ  (ຄຳ 28 ຫລຽນ, ເງິນ 44 ຫລຽນ,  ທອງ 54 ຫລຽນ) ຈັດຢູ່ໃນອັນດັບ 5 ຂອງງານມະຫະກຳ ກິລາແຫ່ງຊາດ ຄັ້ງທີ XII ທີ່ ນະຄອນຫລວງວຽງຈັນ ພ້ອມ ທັງທີມບານເຕະຍິງ ສາມາດຄວ້າ ແຊັມອັນດັບ 1 ທົ່ວປະເທດ ຈາກ ລາຍການ ໂຄລາ-ໂຄຄາ ລາວ.

ທ່ານ ວຽງນະຄອນ ບົວລະພັນ  ໃຫ້ຮູ້ຕື່ມວ່າ: ສຳລັບທິດທາງແຜນ ການຈຸດສຸມ ໃນສົກຮຽນ 2026- 2027, ພະແນກ ສສກ ແຂວງຈຳ ປາສັກ ໄດ້ວາງ 11 ຄາດໝາຍສູ້ ຊົນ ເປັນຕົ້ນ ຊຸກຍູ້ອັດຕາເຂົ້າຮຽນ ເດັກ 5 ປີ ໃຫ້ບັນລຸ 79%, ຫລຸດ ຜ່ອນອັດຕາປະລະຊັ້ນປະຖົມລົງ ເຫລືອ 5,6% ແລະ ສືບຕໍ່ຍົກລະດັບ ຄຸນນະພາບການສຶກສາທຸກຊັ້ນ-ທຸກ ສາຍ ແລະ ສ້າງນັກກິລາແຂວງໃຫ້ ຕິດທີມຊາດຢ່າງໜ້ອຍ 1 ຄົນ.   

ຂ່າວ-ພາບ: ຈັນທະວີສັກ

KPL

ຂ່າວອື່ນໆ

    • ລາວ-ຈີນ ຫາລືແຜນຮ່ວມມືຍຸດທະສາດດ້ານການສຶກສາສຶກສາ-ກິລາ

      ລາວ-ຈີນ ຫາລືແຜນຮ່ວມມືຍຸດທະສາດດ້ານການສຶກສາ

      11/11/2026 9:52:12 AM

      ເມ່ືອບ່ໍດົນມານີ້, ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່່ານັບຂອງທ່ານນາງ ເຫວີຍສືເຈີນ ຜູ້ອໍານວຍການໃຫຍ່ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ ເພື່ອເຂົ້າຢ້ຽມຢາມ ແລະ ປຶກສາຫາລືກ່ຽວກັບແຜນການຮ່ວມມືຍຸດທະສາດລະຫວ່າງສອງປະເທດ ລາວ-ຈີນ ໂດຍມີຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.

    • ສົ່ງເສີມການສະໜັບສະໜູນຄູ ເນັ້ນໃສ່ການນຳພາໃນຂັ້ນທ້ອງຖິ່ນຢູ່ ສປປ ລາວສຶກສາ-ກິລາ

      ສົ່ງເສີມການສະໜັບສະໜູນຄູ ເນັ້ນໃສ່ການນຳພາໃນຂັ້ນທ້ອງຖິ່ນຢູ່ ສປປ ລາວ

      10/30/2026 9:31:17 AM

      ກະຊວງສຶກສາທິການ ແລະ ກິລາ (ສສກ) ແຫ່ງ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ຈັດສຳມະນາຄັ້ງທີ 2 ກ່ຽວກັບ “ການຂຽນເອກະສານການຊ່ວຍເຫຼືອຄູ” ໃນວັນທີ 19-23 ຕຸລາ 2026. ກອງປະຊຸມດັ່ງກ່າວຈະຊ່ວຍໃຫ້ຜູ້ຝຶກອົບຮົມຄູສາມາດພັດທະນາເອກະສານທີ່ນຳໄປໃຊ້ໄດ້ຈິງ ເພື່ອສະໜັບສະໜູນຄູ, ພ້ອມທັງສົ່ງເສີມຄວາມສາມາດຂອງເຂົາເຈົ້າໃນການສ້າງ ແລະ ປັບປຸງເອກະສານເຫຼົ່ານັ້ນໃນອະນາຄົດ.

    • ອະດີດຮອງປະທານປະເທດ ເຄື່ອນໄຫວຢ້ຽມຢາມໂຮງຮຽນປະຖົມບ້ານແກສຶກສາ-ກິລາ

      ອະດີດຮອງປະທານປະເທດ ເຄື່ອນໄຫວຢ້ຽມຢາມໂຮງຮຽນປະຖົມບ້ານແກ

      10/28/2026 9:51:27 AM

      ວັນທີ 25 ຕຸລາ 2026 ຜ່ານມາ, ທ່ານ ນາງ ປານີ ຢາທ່ໍຕູ້ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຮອງປະທານປະເທດ, ອະດີດຜູ້ຊີ້ນຳວຽກງານຮອບດ້ານແຂວງຈຳປາສັກ ໄດ້ເດີນທາງມາຢ້ຽມຢາມ ແລະ ມອບເຄື່ອງບັນເທົາທຸກ ພ້ອມທຶນເພື່ອຊຸກຍູ້, ພັດທະນາໂຮງຮຽນປະຖົມບ້ານແກ ນະຄອນປາກເຊ.

    • ສຳເລັດການຍົກລະດັບຄວາມຮູ້ການຂັບຮ້ອງປະສານສຽງຫຼັກສູດໂຄດາຍສຶກສາ-ກິລາ

      ສຳເລັດການຍົກລະດັບຄວາມຮູ້ການຂັບຮ້ອງປະສານສຽງຫຼັກສູດໂຄດາຍ

      10/19/2026 10:06:39 AM

      ເມື່ອບໍ່ດົນມານີ້, ວິທະຍາໄລສິລະປະແຫ່ງຊາດ, ສະຖານທູດຮົງກາຣີ ປະຈຳລາວ ແລະ ສະຖາບັນ Liszt - ສູນວັດທະນະທຳຮົງກາຣີ ປະຈຳປັກກິ່ງ ໄດ້ສຳເລັດຊຸດຝຶກອົບຮົມຍົກລະດັບຄວາມຮູ້ການຂັບຮ້ອງປະສານສຽງຫຼັກສູດໂຄດາຍ (Kodály) ໂດຍມີ ທ່ານ ວິລະພັນ ຊາພູວົງ ຜູ້ອຳນວຍການວິທະຍາໄລສິລະປະແຫ່ງຊາດ, ທ່ານ László Takács ເອກອັກຄະລັດຖະທູດຮົງກາຣີ ປະຈຳ ສປປ ລາວ, ພ້ອມດ້ວຍຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

    • ມອບ-ຮັບປຶ້ມແບບຮຽນຊັ້ນປະຖົມສຶກສາ ໃຫ້ 2 ແຂວງພາກເໜືອ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມສຶກສາ-ກິລາ

      ມອບ-ຮັບປຶ້ມແບບຮຽນຊັ້ນປະຖົມສຶກສາ ໃຫ້ 2 ແຂວງພາກເໜືອ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

      10/15/2026 11:32:50 AM

      ລັດຖະບານອົດສະຕຣາລີ ແລະ ລັດຖະບານຍີ່ປຸ່ນ ໄດ້ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ສຳລັບໂຮງຮຽນປະຖົມສຶກສາ (ຊັ້ນ ປ.1-ປ.5) ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ທີ່ແຂວງຫຼວງນ້ຳທາ ແລະ ແຂວງອຸດົມໄຊ ເພື່ອຊ່ວຍໃຫ້ຄູ ແລະ ນັກຮຽນສາມາດສືບຕໍ່ການຮຽນ-ການສອນໄດ້.

ads
ads

Top