ເສັ້ນທາງເດີນເຮືອຂອງ “ເສັ້ນທາງສາຍໄໝທາງທະເລ ໃນສະຕະວັດທີ 21” ໄດ້ກວມ 100 ກວ່າປະເທດທົ່ວໂລກ

05/10/2026 12:09
ຂປລ ວັນ​ທີ 3 ຕຸ​ລາ​ນີ້ ແມ່ນ​ວັນຄົບ​ຮອບ 13 ປີ ​ແຫ່ງ​ການ​ສະ​ເໜີ ​ຂໍ້​ລິ​ເລີ່ມຮ່ວມ​ກັນ​ສ້າງ “ເສັ້ນ​ທາງ​ສາຍ​ໄໝ ​ທາງ​ທະ​ເລ​ ໃນ​ສະ​ຕະ​ວັນ​ທີ 21”. ການ​ກໍ່​ສ້າງ​ເສັ້ນ​ທາງ​ສາຍ​ໄໝ ​ທາງ​ທະ​ເລ​ ສາຍ​ນີ້​ ໄດ້​ຊຸກ​ຍູ້​ການ​ຮ່ວມ​ມື ດ້ານ​ເສດ​ຖະ​ກິດ ​ການ​ຄ້າ ລະ​ຫວ່າງ​ ສປ ຈີນ ​ກັບ​ບັນ​ດາ​ປະ​ເທດ​ ໃນ​ພາກ​ພື້ນ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນ​ທີ 3 ຕຸ​ລາ​ນີ້ ແມ່ນ​ວັນຄົບ​ຮອບ 13 ປີ ​ແຫ່ງ​ການ​ສະ​ເໜີ ​ຂໍ້​ລິ​ເລີ່ມຮ່ວມ​ກັນ​ສ້າງ “ເສັ້ນ​ທາງ​ສາຍ​ໄໝ ​ທາງ​ທະ​ເລ​ ໃນ​ສະ​ຕະ​ວັນ​ທີ 21”. ການ​ກໍ່​ສ້າງ​ເສັ້ນ​ທາງ​ສາຍ​ໄໝ ​ທາງ​ທະ​ເລ​ ສາຍ​ນີ້​ ໄດ້​ຊຸກ​ຍູ້​ການ​ຮ່ວມ​ມື ດ້ານ​ເສດ​ຖະ​ກິດ ​ການ​ຄ້າ ລະ​ຫວ່າງ​ ສປ ຈີນ ​ກັບ​ບັນ​ດາ​ປະ​ເທດ​ ໃນ​ພາກ​ພື້ນ ​ເຊັ່ນ: ອາ​ຊີ ​ຕາ​ເວັນ​ອອກ​ສຽງ​ໃຕ້, ອາ​ຟ​ຣິ​ກາ ແລະ ອາ​ເມ​ລິ​ກາ​ ລາ​ຕິນ​ ຢ່າງ​ມີ​ປະ​ສິດ​ທິ​ຜົນ​ ແລະ ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່ ​ຢ່າງ​ບໍ່​ຢຸດ​ຢັ້ງ.ນັບແຕ່ຕົ້ນປີນີ້ມາ, ສປ ຈີນ ໄດ້ເປີດເສັ້ນທາງເດີນເຮືອ ການຄ້າຕ່າງປະເທດ ໂດຍກົງຫລາຍສາຍ ໄປຍັງ ອາເມລິກາ ລາຕິນ, ອາຊີ ຕາເວັນອອກ ສຽງໃຕ້ ແລະ ອື່ນໆ, ປັດຈຸບັນ, ເສັ້ນທາງເດີນເຮືອກຳປັ່ນຂົນສົ່ງ ຕູ້ສິນຄ້າສາກົນ ໄດ້ກວມເອົາຫລາຍກວ່າ 100 ປະເທດ ແລະ ເຂດແຄວ້ນ ທົ່ວໂລກ. ເສັ້ນທາງເດີນເຮືອ ປະຈຳອາທິດ ສາຍທຳອິດ ຂອງແຂວງ ຟູຈ້ຽນຈີນ ທີ່ມຸ່ງໜ້າໄປສູ່ ຝັ່ງຕາເວັນອອກຂອງ ອາເມລິກາໃຕ້ ໂດຍກົງ ໄດ້ເປີດບໍລິການ ຢ່າງເປັນທາງການ ເຊິ່ງເປັນການເພີ່ມຊ່ອງທາງໃໝ່ໃນການເຊື່ອມໂຍງ ເຊື່ອມຈອດ ທາງທະເລ ລະຫວ່າງ ສປ ຈີນ ກັບ ບັນດາປະເທດ ທີ່ຮ່ວມກັນສ້າງ "ໜຶ່ງແລວ ໜຶ່ງເສັ້ນທາງ"./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top