ຂປລ
ທ່ານ ສີ ຈິ້ນຜິງ ປະທານ ປະເທດຈີນ ໄດ້ເດີນທາງໄປຮອດ ນະຄອນຫລວງ ວໍຊິງຕັນ ຂອງ ສ.ອາເມລິກາ ດ້ວຍເຮືອບິນພິເສດ, ເພື່ອຢ້ຽມຢາມ ສ.ອາເມລິກາ ທາງລັດຖະກິດ
ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 23 ກັນຍານີ້ ຕາມເວລາທ້ອງຖິ່ນ, ທ່ານ ສີ ຈິ້ນຜິງ ປະທານ ປະເທດຈີນ ໄດ້ເດີນທາງໄປຮອດ ນະຄອນຫລວງ ວໍຊິງຕັນ ຂອງ ສ.ອາເມລິກາ ດ້ວຍເຮືອບິນພິເສດ, ເພື່ອຢ້ຽມຢາມ ສ.ອາເມລິກາ ທາງລັດຖະກິດ ຕາມການເຊື້ອເຊີນຂອງ ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ. ເມື່ອ ທ່ານ ສີ ຈິ້ນຜິງ ແລະ ພັນລະຍາ ທ່ານ ນາງ ເຜີງລີ້ຢວນ ເດີນທາງຮອດ ຖານທັບອາກາດ ແອນດຣູສ ທີ່ນະຄອນຫລວງວໍຊິງຕັນ, ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ພ້ອມດ້ວຍ ພັນລະຍາ ທ່ານ ນາງ ເມລາເນຍ ໄດ້ໃຫ້ການຕ້ອນຮັບ ຢ່າງອົບອຸ່ນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL