ຂປລ
ຂປລ. ພາຍຫລັງການປົດປ່ອຍປະເທດໄດ້ຢ່າງສົມບູນ ໃນປີ 1975 ເປັນຕົ້ນມາ. ພັກປະຊາຊົນປະຕິວັດລາວ ໄດ້ສືບຕໍ່ຍຶດໝັ້ນທິດທາງສັງຄົມນິຍົມ ແລະ ພະຍາຍາມຊອກຄົ້ນເສັ້ນທາງການພັດທະນາທີ່ເໝາະສົມກັບສະພາບການຕົວຈິງຂອງປະເທດຕົນ
ຂປລ. ພາຍຫລັງການປົດປ່ອຍປະເທດໄດ້ຢ່າງສົມບູນ ໃນປີ 1975 ເປັນຕົ້ນມາ. ພັກປະຊາຊົນປະຕິວັດລາວ ໄດ້ສືບຕໍ່ຍຶດໝັ້ນທິດທາງສັງຄົມນິຍົມ ແລະ ພະຍາຍາມຊອກຄົ້ນເສັ້ນທາງການພັດທະນາທີ່ເໝາະສົມກັບສະພາບການຕົວຈິງຂອງປະເທດຕົນ ໂດຍສະເພາະແຕ່ປີ 1986 ເປັນຕົ້ນມາ ເມື່ອໄດ້ເປີດສັງກາດແຫ່ງຂະບວນການປ່ຽນແປງໃໝ່ຂອງລາວ ກໍ່ໄດ້ສ້າງເສັ້ນທາງແຫ່ງການພັດທະນາ ການຫັນເປັນທັນສະໄໝສັງຄົມນິຍົມທີ່ມີລັກສະນະພິເສດຂອງລາວເທື່ອລະກ້າວ.
ອັນທໍາທິດ, ການຍຶດໝັ້ນການນຳພາຂອງພັກຕິດພັນກັບການປະດິດສ້າງທິດສະດີ.
ພັກປະຊາຊົນປະຕິວັດລາວ ຍາມໃດກໍຍຶດໝັ້ນການຖືເອົາລັດທິມາກ-ເລນິນ ແລະ ແນວຄິດໄກສອນ ພົມວິຫານ ເປັນແນວທາງນຳພາ. ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ກ່າວວ່າ: ການປ່ຽນແປງໃໝ່ພາຍໃຕ້ການນຳພາຂອງພັກ ແມ່ນໜ້າທີ່ປະຕິວັດທີ່ເລິກເຊິ່ງ ແລະ ຮອບດ້ານ ຊຶ່ງຕ້ອງດຳເນີນຢ່າງຮອບດ້ານ, ຕໍ່ເນື່ອງ ແລະ ໄລຍະຍາວ ເພື່ອຕອບສະໜອງຄວາມມຸ່ງມາດປາຖະໜາອັນແຮງກ້າຂອງປະຊາຊົນບັນດາເຜົ່າ ໃນການຍົກສູງລະດັບຊີວິດການເປັນຢູ່ ແລະ ນຳພາປະເທດຊາດກ້າວໄປສູ່ສັງຄົມນິຍົມ. ພັກປະຊາຊົນປະຕິວັດລາວ ຍາມໃດກໍຍຶດໝັ້ນທິດທາງການພັດທະນາປະເທດຊາດ, ຖືເອົາການນຳພາທາງດ້ານການເມືອງຂອງພັກ ປະຕິບັດໃຫ້ເປັນຈິງໃນທຸກຂົງເຂດ ຄື: ເສດຖະກິດ, ການເມືອງ, ວັດທະນະທຳສັງຄົມ ແລະ ອື່ນໆ ເພື່ອຮັບປະກັນໃຫ້ການພັດທະນາການຫັນເປັນທັນສະໄໝກ້າວໄປໜ້າຢ່າງໝັ້ນທ່ຽງ ຕາມທິດທາງທີ່ຖືກຕ້ອງຂອງສັງຄົມນິຍົມ.
ພັກປະຊາຊົນປະຕິວັດລາວ ຍາມໃດກໍຍຶດໝັ້ນການນຳເອົາຫລັກການພື້ນຖານຂອງລັດທິມາກ-ເລນິນ ຕິດພັນກັບສະພາບການຕົວຈິງຂອງປະເທດຕົນ ແລະ ໄດ້ເສີມຂະຫຍາຍການປະດິດສ້າງດ້ານທິດສະດີຢ່າງບໍ່ຢຸດຢັ້ງ ໂດຍເນັ້ນໜັກວ່າ "ປະເທດສັງຄົມນິຍົມຕ້ອງເພີ່ມທະວີການເຊື່ອມໂຍງທິດສະດີລັດທິມາກ-ເລນິນ ກັບສະພາບຕົວຈິງຂອງຊາດຕົນຕື່ມອີກ ພ້ອມທັງຊອກຄົ້ນເສັ້ນທາງສັງຄົມນິຍົມທີ່ເໝາະສົມກັບສະພາບການຕົວຈິງຂອງຊາດຕົນ" ຊຶ່ງໄດ້ສະແດງໃຫ້ເຫັນເຖິງຄຸນລັກສະນະທິດສະດີທີ່ກ້າວຕາມຍຸກສະໄໝຂອງພັກການເມືອງມາກຊິດ, ເຮັດໃຫ້ລັດທິມາກ-ເລນິນ ໄດ້ມີຊີວິດຊີວາໃນພຶດຕິກໍາຕົວຈິງຢູ່ລາວ.
ຄຸນລັກສະນະສໍາຄັນຂອງການຫັນເປັນທັນສະໄໝສັງຄົມນິຍົມຂອງລາວ ແມ່ນການນຳເອົາການຍຶດໝັ້ນການນຳພາຂອງພັກ ແລະ ການຊຸກຍູ້ການປະດິດສ້າງທິດສະດີ ຕິດພັນກັບການສ້າງສັງຄົມນິຍົມ. ການຍຶດໝັ້ນການນຳພາຂອງພັກ ໄດ້ສະໜອງການຮັບປະກັນທາງດ້ານການເມືອງ ແລະ ພື້ນຖານດ້ານອົງການຈັດຕັ້ງ ໃຫ້ແກ່ການປະດິດສ້າງດ້ານທິດສະດີ, ເຮັດໃຫ້ການປະດິດສ້າງສືບຕໍ່ກ້າວໄປໜ້າຕາມທິດທາງສັງຄົມນິຍົມ; ສ່ວນການປະດິດສ້າງດ້ານທິດສະດີນັ້ນ ກໍໄດ້ສ້າງເນື້ອໃນຄວາມໝາຍທາງວິທະຍາສາດໃຫ້ແກ່ການນຳພາຂອງພັກ, ເຮັດໃຫ້ພັກສາມາດຮັບຮູ້ທ່າອ່ຽງ ແລະ ກົດເກນຂອງການພັດທະນາໃນຍຸກສະໄໝ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງພາກປະຕິບັດຕົວຈິງໄດ້ຢ່າງຖືກຕ້ອງ. ພາຍໃຕ້ຄວາມເປັນອັນໜຶ່ງອັນດຽວກັນແບບວິທະຍາສາດຂອງທັງສອງດ້ານນີ້, ຈຶ່ງໄດ້ຊອກຄົ້ນເສັ້ນທາງການພັດທະນາການຫັນເປັນທັນສະໄໝສັງຄົມນິຍົມທີ່ມີລັກສະນະພິເສດຂອງຕົນຂຶ້ນມາ.
ອັນທີສອງ, ການຍຶດໝັ້ນການກຳນົດທິດທາງສັງຄົມນິຍົມ ຕິດພັນກັບກຳລັງແຮງຂອງຕະຫລາດ.
ການຊອກຄົ້ນລະບົບເສດຖະກິດທີ່ເໝາະສົມກັບລະດັບການພັດທະນາຂອງກຳລັງການຜະລິດຂອງຊາດຕົນ ແມ່ນຈຸດສຳຄັນຂອງການຫັນເປັນທັນສະໄໝສັງຄົມນິຍົມຂອງລາວ.
ພັກປະຊາຊົນປະຕິວັດລາວ ໄດ້ຮັບຮູ້ຢ່າງເລິກເຊິ່ງວ່າ: ເສດຖະກິດຕະຫລາດ ມີບົດບາດອັນສຳຄັນທີ່ບໍ່ສາມາດປ່ຽນແທນໄດ້ ໃນການຊຸກຍູ້ການພັດທະນາກຳລັງການຜະລິດ ແລະ ເພີ່ມທະວີປະສິດທິພາບໃນການຈັດສັນຊັບພະ ຍາກອນ; ສ່ວນທາດແທ້ຂອງສັງຄົມນິຍົມ ແມ່ນການປົດປ່ອຍ ແລະ ພັດທະນາກຳລັງການຜະລິດ, ກຳຈັດຄວາມທຸກຍາກ ແລະ ບັນລຸຄວາມຮັ່ງມີຮ່ວມກັນ. ໂດຍຖືເອົາການຍົກສູງລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນຢ່າງຕໍ່ເນື່ອງ ເປັນເປົ້າໝາຍພື້ນຖານ, ພັກປະຊາຊົນປະຕິວັດລາວ ໄດ້ຖືເອົາການພັດທະນາກຳລັງການຜະລິດ ເປັນໜ້າທີ່ຕົ້ນຕໍຂອງການສ້າງສັງຄົມນິຍົມ, ພ້ອມທັງສະເໜີວ່າ ການສ້າງເສດຖະກິດຕະຫລາດທີ່ມີທິດທາງສັງຄົມນິຍົມ ແມ່ນທ່າອ່ຽງທີ່ຈຳເປັນ ແລະ ເປັນໜ້າທີ່ສຳຄັນໃນປັດຈຸບັນ ແລະ ໄລຍະຍາວ. ພາຍໃຕ້ການນຳພາຂອງແນວຄິດດັ່ງກ່າວ, ໂດຍຖືເອົາການສ້າງ "ເສດຖະກິດຕະຫລາດຕາມທິດທາງສັງຄົມນິຍົມ" ເປັນພື້ນຖານ, ລາວໄດ້ສົ່ງເສີມໃຫ້ບັນດາພາກສ່ວນເສດຖະກິດຕ່າງໆ ດຳເນີນການຕາມກົນໄກຕະຫລາດ ພາຍໃຕ້ການຄຸ້ມຄອງ ແລະ ການຄວບຄຸມຂອງລັດຖະບານ, ໂດຍເນັ້ນວ່າ ບັນດາພາກສ່ວນເສດຖະກິດ ລ້ວນແຕ່ມີຄວາມສະເໝີພາບກັນຕາມກົດໝາຍ, ພ້ອມທັງພັດທະນາເສດຖະກິດຫລາຍກໍາມະສິດ, ຊຸກຍູ້ການລົງທຶນຂອງພາກເອກະຊົນ ແລະ ການມີສ່ວນຮ່ວມຂອງທຶນຕ່າງປະເທດ ໃນການສ້າງສາປະເທດຊາດ. ບົນພື້ນຖານດັ່ງກ່າວ, ພັກປະຊາຊົນປະຕິວັດລາວ ໄດ້ຈັດຕັ້ງປະຕິບັດ "ກົນໄກເສດຖະກິດໃໝ່" ຢ່າງສ້າງສັນ, ເປີດປະຕູສູ່ການປ່ຽນແປງດ້ານເສດຖະກິດ. "ເສດຖະກິດຕະຫລາດທີ່ມີທິດທາງສັງຄົມນິຍົມ" ນີ້ ທັງໄດ້ປົດປ່ອຍຄວາມມີຊີວິດຊີວາຂອງກຳລັງການຜະລິດສັງຄົມ.
ອັນທີສາມ, ການນຳໃຊ້ການ ເຊື່ອມຈອດ-ເຊື່ອມໂຍງຂອງພາກພື້ນ ເພື່ອແກ້ໄຂຂໍ້ຈຳກັດດ້ານການພັດທະນາ.
ເພື່ອສືບຕໍ່ຍູ້ແຮງລະດັບການເຊື່ອມຈອດ-ເຊື່ອມໂຍງຂອງລາວ ແລະ ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງລາວໃຫ້ມີຄວາມຍືນຍົງ, ລັດຖະບານລາວ ໄດ້ວາງຍຸດທະສາດ ແລະ ແຜນພັດທະນາ "ຫັນປະເທດທີ່ບໍ່ມີທາງອອກສູ່ທະເລ ໃຫ້ກາຍເປັນ ປະເທດທີ່ສາມາດເຊື່ອມຈອດ-ເຊື່ອມໂຍງກັບພາກພື້ນ ແລະ ສາກົນ".
ການເປີດນຳໃຊ້ລົດໄຟ ລາວ-ຈີນ ແມ່ນຜົນສຳເລັດທີ່ເປັນເອກະລັກຂອງຍຸດທະສາດດັ່ງກ່າວ. ທາງລົດໄຟສາຍນີ້ ບໍ່ພຽງແຕ່ໄດ້ຫັນປ່ຽນລາວ ຈາກ "ປະເທດທີ່ບໍ່ມີທາງອອກສູ່ທະເລ" ມາເປັນ "ປະເທດທີ່ເຊື່ອມຈອດ-ເຊື່ອມໂຍງ" ເທົ່ານັ້ນ, ແຕ່ຍັງໄດ້ສ້າງຄວາມສະດວກໃຫ້ແກ່ການຄ້າ ແລະ ການເຄື່ອນໄຫວຂອງປະຊາຊົນ ລະຫວ່າງ ລາວ-ຈີນ ແລະ ບັນດາປະເທດອາຊຽນ ນຳອີກ. ໂດຍໄດ້ນຳເອົາການພັດທະນາການຫັນເປັນທັນສະໄໝ ເຂົ້າໃນຂອບກອບອັນໃຫຍ່ຫລວງຂອງການເຊື່ອມໂຍງເຂົ້າກັນໃນພາກພື້ນ ເພື່ອຊຸກຍູ້ໃຫ້ມີການສ້າງສາພື້ນຖານໂຄງລ່າງຂະໜາດໃຫຍ່, ເຮັດໃຫ້ຂໍ້ບົກຜ່ອງດ້ານພູມສາດຂອງຊາດຕົນ ກາຍເປັນ ຂໍ້ໄດ້ປຽບດ້ານທີ່ຕັ້ງ ໃນການເຊື່ອມຈອດ-ເຊື່ອມໂຍງກັບທຸກພາກສ່ວນໃນພາກພື້ນ. ຮູບແບບການຫັນເປັນທັນສະໄໝແບບເປີດກວ້າງນີ້ ບໍ່ພຽງແຕ່ໄດ້ຊຸກຍູ້ການໝູນວຽນຂອງສິນຄ້າ, ປະຊາຊົນ ແລະ ທຶນຮອນ ພາຍໃນປະເທດລາວ ເທົ່ານັ້ນ, ແຕ່ຍັງໄດ້ເຮັດໃຫ້ລາວ ໄດ້ຮັບຜົນປະໂຫຍດຈາກກະແສໂລກາພິວັດ ຜ່ານການເພີ່ມທະວີການຮ່ວມມືໃນພາກພື້ນ ນຳອີກ.
ອັນທີສີ່, ການສົ່ງເສີມການພັດທະນາແບບສີຂຽວ ແລະ ຍືນຍົງ.
ໃນຂະບວນການຫັນເປັນທັນສະໄໝ, ລາວ ໄດ້ນຳເອົາການປົກປັກຮັກສາສິ່ງແວດລ້ອມແລະ ການພັດທະນາເສດຖະກິດ ຕິດພັນກັບການລົບລ້າງຄວາມທຸກຍາກ ຊຶ່ງໄດ້ສະແດງໃຫ້ເຫັນເຖິງ "ແນວຄິດແບບສີຂຽວ" ອັນຊັດເຈນຂອງພັກການເມືອງລັດທິມາກ. ວິໄສທັດການພັດທະນາເສດຖະກິດ-ສັງຄົມຂອງລາວ ປີ 2055 ໄດ້ວາງອອກວ່າ: ຈະສ້າງລາວໃຫ້ເປັນສູນກາງພະລັງງານສີຂຽວຂອງອາຊີຕາເວັນອອກສ່ຽງໃຕ້ ເປັນຈຸດໝາຍປາຍທາງພັກຜ່ອນ ແລະ ຮັກສາສຸຂະພາບທີ່ມີຄວາມດຶງດູດຢ່າງຍິ່ງໃນອາຊີ ແລະ ເປັນຈຸດໝາຍປາຍທາງທ່ອງທ່ຽວແບບມໍລະດົກໂລກ ວັດທະນະທຳ ແລະ ນິເວດວິທະຍາ.
ພັກ ແລະ ລັດຖະບານລາວ ໄດ້ເອົາໃຈໃສ່ຢ່າງສູງຕໍ່ການປົກປັກຮັກສາສິ່ງແວດລ້ອມ ແລະ ໄດ້ນຳເອົາແນວຄິດ "ສີຂຽວ" ເຊື່ອມຊຶມຢ່າງທົ່ວເຖິງໃນຂະບວນການພັດທະນາເສດຖະກິດ-ສັງຄົມ, ຖືເອົາສະພາບແວດລ້ອມທີ່ດີງາມ ເປັນພື້ນຖານອັນຈຳເປັນ ແລະ ປັດໄຈການຜະລິດທີ່ສຳຄັນ ໃນການຊຸກຍູ້ການສ້າງການຫັນເປັນທັນສະໄໝ, ພ້ອມທັງເສີມຂະຫຍາຍບົດບາດຂອງສິ່ງແວດລ້ອມທີ່ດີງາມ ໃນຖານະເປັນປັດໄຈການຜະລິດທີ່ສຳຄັນ, ຫັນປ່ຽນທ່າໄດ້ປຽບທາງດ້ານນິເວດວິທະຍາ ໃຫ້ກາຍເປັນທ່າໄດ້ປຽບດ້ານການພັດທະນາຢ່າງແທ້ຈິງ ເຊັ່ນ: ຍຸດທະສາດພະລັງງານສະອາດ ໃນການສ້າງ "ໝໍ້ໄຟແຫ່ງອາຊີຕາເວັນອອກສ່ຽງໃຕ້"; ການພັດທະນາກະສິກຳນິເວດວິທະຍາ, ການທ່ອງທ່ຽວຊົນນະບົດ ແລະ ເສດຖະກິດການຄ້າຊາຍແດນ ຊຶ່ງໄດ້ປະກອບສ່ວນຫລຸດຜ່ອນອັດຕາຄວາມທຸກຍາກຢ່າງຫລວງຫລາຍ ຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມທີ່ດີງາມ.
ອັນທີຫ້າ, ການພັດທະນາຮ່ວມກັນຢ່າງກົມກຽວກັນ ລະຫວ່າງສີວິໄລດ້ານວັດຖຸ ແລະ ສີວິໄລດ້ານຈິດໃຈ.
ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ກ່າວວ່າ: "ໃນໄລຍະປີຕໍ່ໄປນີ້, ຕ້ອງສືບຕໍ່ຍຶດໝັ້ນ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳອັນດີງາມຂອງຊາດ ເພື່ອໃຫ້ບັນລຸໄດ້ການພັດທະນາຮ່ວມກັນຢ່າງກົມກຽວກັນ ລະຫວ່າງສີວິໄລດ້ານວັດຖຸ ແລະ ສີວິໄລດ້ານຈິດໃຈ." ການຫັນເປັນທັນສະໄໝສັງຄົມນິຍົມຂອງລາວ ໄດ້ຝັງຮາກເລິກຢູ່ໃນດິນແດນວັດທະນະທຳອັນອຸດົມສົມບູນຂອງຊາດຕົນ, ການສືບທອດມູນເຊື້ອອັນດີງາມຂອງຊາດ ກໍເພື່ອສະໜັບສະໜູນການສ້າງການຫັນເປັນທັນສະໄໝຂອງລາວເອງ.
ພັກປະຊາຊົນປະຕິວັດລາວ ໄດ້ເອົາໃຈໃສ່ຢ່າງສູງໃນການປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳອັນດີງາມຂອງຊາດ, ສຶກສາອົບຮົມໄວໜຸ່ມໃຫ້ຮັກແພງ ແລະ ຮໍ່າຮຽນວັດທະນະທຳມູນເຊື້ອຂອງຊາດ, ປົກປັກຮັກສາເອກະລັກດ້ານວັດທະນະທຳ, ສົ່ງເສີມໃຫ້ນຸ່ງຖືເຄື່ອງນຸ່ງຮີດຄອງປະເພນີຂອງຊາດ, ປົກປັກຮັກສາສະຖານທີ່ປູຊະນີຍະສະຖານ ແລະ ສ້າງສາສິ່ງອຳນວຍຄວາມສະດວກທາງດ້ານວັດທະນະທຳ, ເພື່ອນຳເອົາຄວາມຮັບຮູ້ ແລະ ຄວາມຮູ້ສຶກໃນການຂຶ້ນກັບດ້ານວັດທະນະທຳຂອງຊາດ ເຕົ້າໂຮມກຳລັງແຮງຮ່ວມຂອງປະຊາຊົນທັງປວງ ເຂົ້າໃນການສ້າງການຫັນເປັນທັນສະໄໝ. ໄດ້ເອົາໃຈໃສ່ເຖິງບົດບາດຂອງພຸດທະສາສະໜາ ໃນການຮັກສາຄວາມສະຫງົບສຸກ ແລະ ຄວາມໝັ້ນຄົງຂອງສັງຄົມ, ໄດ້ວາງອອກ ແລະ ປະກາດໃຊ້ນະໂຍບາຍກ່ຽວກັບສາສະໜາທີ່ສອດຄ່ອງກັບສະພາບການຕົວຈິງຂອງລາວ ຢ່າງຕັ້ງໜ້າ, ພ້ອມທັງນຳໃຊ້ພຸດທະສາສະໜາ ເພື່ອສຶກສາອົບຮົມຄວາມຮັກຊາດ ແລະ ຈັນຍາບັນພົນລະເມືອງ. ພາຍໃຕ້ກະແສການຫັນເປັນທັນສະໄໝ, ລາວທັງໄດ້ຮັບເອົາບັນດາຜົນງານຂອງອາລິຍະທຳສະໄໝໃໝ່, ທັງໄດ້ຮັກສາໄວ້ຄວາມເປັນເອກະລາດດ້ານວັດທະນະທຳຂອງຊາດ ແລະ ຄວາມສະຫງົບສຸກອັນໝັ້ນຄົງຂອງລະບຽບສັງຄົມ, ໄດ້ສ້າງຄວາມສາມັກຄີທາງສັງຄົມທີ່ເປັນເອກະລັກ ແລະ ໝັ້ນທ່ຽງ.
ໂດຍ:ເຊີນຢ້ຽນ ຫົວໜ່ວຍສັງກັດ: ກຸ່ມສື່ໜັງສືພິມລາຍວັນຢຸນນານ (Yunnan Daily Press Group)
KPL