ນາຍົກລັດຖະມົນຕີຢ້ຽມຢາມ ແລະ ມອບ-ຮັບ ອາຄານຮຽນ ບ້ານມົກກົກນ້ອຍ ເມືອງສຳພັນ

14/09/2026 09:22
ຂປລ ວັນທີ 10 ກັນຍາ 2026 ຜ່ານມາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ມອບ- ຮັບອາຄານໂຮງຮຽນ ບ້ານມົກກົກນ້ອຍ ເມືອງສຳພັນ ແຂວງຜົ້ງສາລີ.

     ຂປລ.  ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ສັນຕິ ແກ້ວຍະສານ ປະທານຄະນະກຳມະການປົກຄອງແຂວງຜົ້ງສາລີ, ພ້ອມດ້ວຍການນໍາຂັ້ນແຂວງ, ການນໍາຂັ້ນເມືອງ, ພະນັກງານຫລັກແຫລ່ງ ແລະ ປະຊາຊົນບັນດາເຜົ່າ ພາຍໃນບ້ານດັ່ງກ່າວເຂົ້າຮ່ວມ ແລະ ໄດ້ຮັບຟັງລາຍງານສະພາບການຈັດຕັ້ງປະຕິບັດວຽກງານໃນໄລຍະ 5 ປີ 2020-2024 ຜ່ານມາ ແລະ ທິດທາງ 5 ປີ 2025-2029, ວຽກງານຈຸດສຸມໃນປີ 2026 ຈາກ ທ່ານ ທອງຕື້ ເກຍສະບົງ ກໍາມະການພັກແຂວງ, ເລຂາພັກເມືອງ.

     ໃນພິທີ ທ່ານ ນິກສັນ ພົມມະວິຈິດ ປະທານ ກຸ່ມບໍລິສັດ ນິກສັນ ພັດທະນາບໍ່ແຮ່ ຈຳກັດ ໄດ້ລາຍງານການຈັດຕັ້ງປະຕິບັດໂຄງການກໍ່ສ້າງອາຄານຮຽນໂດຍຫຍໍ້ ຊຶ່ງໂຄງການກໍ່ສ້າງໂຮງຮຽນແຫ່ງນ້ີ ຖືເປັນຂອງຂວັນອັນລໍ້າຄ່າຈາກ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນແຫ່ງ ສປປ ລາວ ທີ່ມອບໃຫ້ແກ່ອົງການປົກຄອງແຂວງຜົ້ງສາລີ, ໂຄງການກໍ່ສ້າງດັ່ງກ່າວ ໄດ້ເລີ່ມລົງມືກໍ່ສ້າງຕົວຈິງໃນວັນທີ 4/12/2025 ແລະ ໄດ້ສໍາເລັດການກໍ່ສ້າງຢ່າງສົມບູນ ໃນວັນທີ 28/5/2026, ເປັນອາຄານຊັ້ນດຽວ, ຂະໜາດອາຄານໂຮງຮຽນກວ້າງ 8 ແມັດ, ຍາວ 49 ແມັດ, ມີ 5 ຫ້ອງຮຽນ, 1 ຫ້ອງການຄູ-ອາຈານ ແລະ 1 ຫ້ອງນໍ້າ, ສາມາດບັນຈຸນັກຮຽນໄດ້ 200 ຄົນ. ໂຄງການກໍ່ສ້າງໂຮງຮຽນແມ່ນໄດ້ໃຊ້ແຜນຜັງການຄິດໄລ່-ອອກແບບກໍ່ສ້າງ ໂດຍຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ແລະ ຮັບເໝົາກໍ່ສ້າງໂດຍ ບໍລິສັດ ມະນີຈັນຊັບການຄ້າຂາເຂົ້າ- ຂາອອກ ຈຳກັດຜູ້ດຽວ ລວມມູນຄ່າທັງໝົດ 3,3 ຕື້ກີກວ່າກີບ.

    ພ້ອມນັ້ນ, ທ່ານ ນິກສັນ ພົມມະວິຈິດ ປະທານກຸ່ມບໍລິສັດ ນິກສັນ ພັດທະນາບ່ໍແຮ່ ຈໍາກັດ ຍັງໄດ້ມອບເຄື່ອງຊ່ວຍເຫລືອ ໃຫ້ 5 ຕາແສງ ແລະ ໂຮງຮຽນ ບ້ານມົກກົກນ້ອຍ ເມືອງສຳພັນ ລວມມູນຄ່າທັງໝົດ 130 ລ້ານກີບ.

ຂ່າວ-ພາບ: ແກ້ວສະຫ່ວາງ ໄຊຍະເງິນ.

KPL

ຂ່າວອື່ນໆ

ads
ads

Top