ຂປລ
ຕົວແທນຂອງຊາວໜຸ່ມລາວ ຈາກບັນດາກະຊວງ, ອົງການ ຈໍານວນ 9 ສະຫາຍ ເຂົ້າຮ່ວມໂຄງການຄົນຮຸ່ນໃໝ່ ພາຍໃຕ້ຫົວຂໍ້: ຜູ້ ຮັກສາຄວາມຊົງຈຳ ໄດ້ຈັດຂຶ້ນລະ ຫວ່າງວັນທີ 8-14 ກັນຍາ 2026 ທີ່ເມືອງ ເຢກາເຕີຣິນເບີກ, ລັດສະວຽດລົບສກ໌ ສະຫະພັນຣັດເຊຍ ຊຶ່ງໂຄງການດັ່ງກ່າວ ມີຜູ້ເຂົ້າຮ່ວມທັງໝົດ 46 ຄົນ ຈາກ 22 ປະເທດ.
ຂປລ. ຈຸດປະສົງຂອງໂຄງການດັ່ງກ່າວ ແມ່ນເພື່ອໃຫ້ຊາວໜຸ່ມຈາກປະເທດຕ່າງໆໄດ້ຮຽນຮູ້ກ່ຽວກັບສະຫະພັນຣັດເຊຍ ທາງດ້ານວຽກງານການເມືອງ ແລະ ການປົກຄອງ, ປະຫວັດສາດ ແລະ ວັດທະນະທຳໃນແຕ່ລະຍຸກແຕ່ລະສະໄໝ ເປັນຕົ້ນແມ່ນການເຕີບໃຫຍ່ຂະຫຍາຍຕົວທາງດ້ານເສດຖະກິດ, ອຸດສາຫະກຳ, ຄວາມກ້າວໜ້າທາງດ້ານເຕັກໂນໂລຊີວິທະຍາສາດ, ຫັດຖະກຳທີ່ມີເອກະລັກ, ງົດງາມປານີດ ແລະ ເປັນທີ່ປະທັບໃຈ ເພື່ອເປັນການສ້າງຄວາມຊົງຈຳທີ່ດີ ແລະ ສາມາດນຳມາຜັນຂະຫຍາຍໃຫ້ເກີດປະໂຫຍດສູງສຸດໃຫ້ກັບຊາວໜຸ່ມທີ່ໄດ້ເຂົ້າຮ່ວມໂຄງການໃນຄັ້ງນີ້. ອີກຢ່າງໜຶ່ງແມ່ນເພື່ອໃຫ້ຊາວໜຸ່ມມີຄວາມຮູ້ຄວາມເຂົ້າໃຈເພີ່ມຕື່ມກ່ຽວກັບການຂ້າມຜ່ານສັງຄົມຂອງສະຫະພັນຣັດເຊຍ.
KPL