ຂປລ
ແຫລ່ງຂ່າວຈາກ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ໃນລະຫວ່າງ ວັນທີ 5-6 ກັນຍາ 2026, ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ແລະ ທ່ານ ນາງ ອໍາໄພວອນ ລ້ອມບຸນແພງ ປະທານກໍາມາທິການວັດທະນະທໍາສັງຄົມ ແລະ ຊົນເຜົ່າສະພາແຫ່ງຊາດພ້ອມດ້ວຍຄະນະເຄື່ອນ ໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ ເພື່ອຕິດຕາມສະພາບການເປັນຢູ່ ແລະ ສະແດງຄວາມເປັນຫ່ວງເປັນໃຍຕໍ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢູ່ຫລາຍເມືອງ ແລະ ຫລາຍບ້ານຂອງແຂວງອຸດົມໄຊ.
ຂປລ. ພ້ອມທັງໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດ ລວມມູນຄ່າ 150 ລ້ານກີບ ມອບໃຫ້ແຂວງ ອຸດົມໄຊ ເພ່ືອຈັດສັນ ແລະ ແບ່ງປັນໃຫ້ຜູ້ປະສົບໄພຢ່າງທົ່ວເຖິງ. ທ່ານ ບຸນຄົງ ຫລ້າຈຽມພອນ ເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງອຸດົມໄຊ ໄດ້ລາຍງານສະພາບໄພນ້ຳຖ້ວມໃນໄລຍະຜ່ານມາ, ວິທີການຮັບມື, ວິທີການແກ້ໄຂສຸກເສີນ ແລະ ແຜນການບຳລຸງສ້ອມແປງ ເພື່ອໃຫ້ສະພາບການກັບຄືນສູ່ປົກກະຕິ ໃນຕໍ່ໜ້າ. ຈາກເຫດການໄພນ້ຳຖ້ວມ ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງ ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ ແລະ ສູນຫາຍ 1 ຄົນ. ດ້ານຊັບສິນ ແລະ ພື້ນຖານໂຄງລ່າງຂອງປະຊາຊົນ ແລະ ຂອງລັດເສຍຫາຍຢ່າງຫລວງຫລາຍ ເປັນຕົ້ນໂຮງຮຽນ, ໂຮງໝໍ, ລະບົບຊົນລະປະທານ, ໄຮ່-ນາ, ຮົ້ວ-ສວນ, ເຮືອນຊານ-ບ້ານຊ່ອງ, ສັດລ້ຽງ, ໜອງປາ, ຕາໜ່າງໄຟຟ້າ, ນ້ຳປະປາ ແລະ ຖະໜົນຫົນທາງ ພ້ອມທັງລະບົບຄົມມະນາຄົມຖືກຕັດຂາດເປັນເວລາຫລາຍວັນ.
ຕ່ໍກັບສະພາບການດັ່ງກ່າວ, ທ່ານ ກອງແກ້ວ ໄຊສົງຄາມ ໄດ້ເນ້ັນໃຫ້ອົງການປົກຄອງແຂວງ ແລະ ພາກສ່ວນກ່ຽວຂ້ອງເອົາໃຈໃສ່ ແລະ ລະມັດລະວັງເປັນພິເສດກ່ຽວກັບໂລກໄພໄຂ້ເຈັບທີ່ອາດຈະມາກັບນ້ຳຖ້ວມ ທັງໃນຄົນ ແລະ ສັດລ້ຽງ ພ້ອມທັງໃຫ້ເພີ່ມທະວີຄວາມເອົາໃຈໃສ່ໃນການຊີ້ນຳປະຊາຊົນ ເພື່ອຟື້ນຟູຊີວິດການເປັນຢູ່ຕໍ່ຄອບຄົວຜູ້ທ່ີໄດ້ຮັບຜົນກະທົບໃຫ້ກັບມາສູ່ສະພາບປົກກະຕິໂດຍພື້ນຖານ. ສຳລັບເສັ້ນທາງທີ່ຖືກຕັດຂາດ ແມ່ນຕ້ອງໄດ້ເລັ່ງແກ້ໄຂໃຫ້ໄວທີ່ສຸດ ແລະ ບໍ່ໃຫ້ມີບັນຫາໃນຂອດການຈັດຕັ້ງປະຕິບັດ ໂດຍຕ້ອງປະຕິບັດຢ່າງລະອຽດອ່ອນ ແລະ ຄຳນຶງເຖິງຜົນປະໂຫຍດຂອງທຸກຝ່າຍ. ນອກຈາກນີ້, ຕໍ່ກັບຄອບຄົວຜູ້ເສຍຊີວິດ ແມ່ນໃຫ້ຮ່ວມເຮັດບຸນສິນກິນທານນຳຄອບຄົວທີ່ສູນເສຍຕາມເງື່ອນໄຂ ເພື່ອຊ່ວຍເຫລືອບັນເທົາທຸກ ແລະ ສະແດງເຖິງຄວາມມີມະນຸດສະທຳ.
ໂອກາດດຽວກັນ, ຄະນະດັ່ງກ່າວ ໄດ້ລົງເຄື່ອນໄຫວຢ້ຽມຢາມຄອບຄົວທີ່ໄດ້ຮັບຜົນກະທົບ ຈາກໄພພິບັດນ້ຳຖ້ວມໂດຍກົງ ຢູ່ບ້ານບໍ່ ເມືອງໄຊ ແຂວງອຸດົມໄຊ ພ້ອມທັງນຳເອົາເຄື່ອງອຸປະໂພກ-ບໍລິໂພກ ມອບໃຫ້ປະຊາຊົນຜູ້ປະສົບໄພ ເພື່ອຊ່ວຍເຫລືອບັນເທົາທຸກ ແລະ ເພື່ອເປັນການໃຫ້ກຳລັງໃຈ, ສ້າງຄວາມອົບອຸ່ນໃຫ້ກັບປະຊາຊົນໃນການຟື້ນຟູ ແລະ ດຳເນີນຊີວິດປະຈຳວັນຕໍ່ໄປ.
KPL