ວິທະຍາໄລ ເຕັກນິກ ລາວ-ເຢຍລະມັນ ຍົກເວັ້ນຄ່າຮຽນໃຫ້ນັກຮຽນຍິງທຸກສາຂາ

31/08/2026 08:54
ຂປລ ຂປລ. ປັດຈຸບັນການສຶກສາສາຍອາຊີວະສຶກສາ ຫລື ທີ່ຫລາຍຄົນເອີ້ນວ່າ: ສາຍວິຊາຊີບ ນັບວ່າເປັນອີກຂະແໜງການສຳຄັນໃນການສ້າງ ແລະ ພັດທະນາ ກຳລັງແຮງງານໃຫ້ມີຄວາມຮູ້, ຄວາມສາມາດ ແລະ ທັກສະວິຊາຊີບ ສອດຄ່ອງກັບຄວາມຕ້ອງການຂອງຕະຫລາດແຮງງານພາຍໃນ ແລະ ສາກົນ.

ຂປລ. ປັດຈຸບັນການສຶກສາສາຍອາຊີວະສຶກສາ ຫລື ທີ່ຫລາຍຄົນເອີ້ນວ່າ: ສາຍວິຊາຊີບ ນັບວ່າເປັນອີກຂະແໜງການສຳຄັນໃນການສ້າງ ແລະ ພັດທະນາ ກຳລັງແຮງງານໃຫ້ມີຄວາມຮູ້, ຄວາມສາມາດ ແລະ ທັກສະວິຊາຊີບ ສອດຄ່ອງກັບຄວາມຕ້ອງການຂອງຕະຫລາດແຮງງານພາຍໃນ ແລະ ສາກົນ. ການສຶກສາສາຍນີ້ ນອກຈາກເນັ້ນການຮຽນຮູ້ພາກທິດສະດີແລ້ວ, ຍັງມີຄວາມສຳຄັນຕໍ່ການຝຶກຝົນພາກປະຕິບັດຕົວຈິງ ເພື່ອໃຫ້ນັກຮຽນສາມາດນຳຄວາມຮູ້ໄປໃຊ້ປະກອບອາຊີບ ຫລື ເຂົ້າສູ່ຕະຫລາດແຮງງານໄດ້ຫລັງຈາກຮຽນຈົບ.

ໃນສົກຮຽນ 2026-2027 ນີ້ , ວິທະຍາໄລເຕັກນິກ ລາວ-ເຢຍລະມັນ  (ວຕລຢ)  ໄດ້ກະກຽມຄວາມພ້ອມໃນຫລາຍດ້ານ ເພື່ອຮອງຮັບນັກຮຽນໃໝ່ ແລະ ຍົກລະດັບຄຸນນະພາບການຮຽນ-ການສອນ. ໂດຍໄດ້ເນັ້ນໃສ່ການກະກຽມພື້ນຖານໂຄງລ່າງ, ຫ້ອງຮຽນ, ໂຮງຊ່າງ, ຫ້ອງທົດລອງ, ຊຸດທົດລອງ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ໃຫ້ພຽງພໍຕໍ່ການຮຽນທັງພາກທິດສະດີ ແລະ ພາກປະຕິບັດ. ຈຸດເດັ່ນສຳຄັນໃນສົກຮຽນ ແມ່ນວິທະຍາໄລຈະຍົກເວັ້ນຄ່າຮຽນ ແລະ ຄ່າທຳນຽມຕ່າງໆໃຫ້ແກ່ນັກຮຽນຍິງທີ່ສະໝັກເຂົ້າຮຽນຢູ່ວິທະຍາໄລໃນທຸກສາຂາວິຊາ. ນະໂຍບາຍດັ່ງກ່າວຖືເປັນການເພີ່ມໂອກາດໃຫ້ແກ່ນັກຮຽນຍິງໃນການເຂົ້າເຖິງການສຶກສາສາຍວິຊາຊີບ ໂດຍສະເພາະສາຂາວິຊາດ້ານ ຊ່າງອຸດສາຫະກຳ.

ທ່ານ ສຸລິຍາ ປ່າໄຊ ຜູ້ອໍານວຍການວິທະຍາໄລ ເຕັກນິກ ລາວ-ເຢຍລະມັນ ​ໄດ້ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານປະເທດລາວ​ວ່າ: ວິທະຍາໄລ ເຕັກນິກ ລາວ-ເຢຍລະມັນ ສ້າງຕັ້ງຂຶ້ນໃນປີ 1964 ແລະ ປັດຈຸບັນມີ 2 ວິທະຍາເຂດ ຄື: ສໍານັກງານໃຫຍ່ ຕັ້ງຢູ່ ກິໂລແມັດທີ 3, ຖະໜົນທ່າເດື່ອ, ບ້ານວັດນາກ, ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນ ແລະ ວິທະຍາເຂດທີ 2 ຕັ້ງຢູ່ຖະໜົນດົງໂພສີ, ບ້ານຊຽງດາ, ເມືອງໄຊເສດຖາ, ນະຄອນ ຫລວງວຽງຈັນ. ປັດຈຸບັນວິທະຍາໄລມີ 5 ພາກວິຊາ ແລະ 15 ສາຂາວິຊາຊີບ ໂດຍເນັ້ນໃສ່ສາຂາ ຊ່າງອຸດສາຫະກໍາເປັນຫລັກ, ໃນໄລຍະຜ່ານມາ ການຮຽນ-ການສອນມີການປະສານງານກັບພາກທຸລະກິດທຸກສາຂາວິຊາ ໂດຍໄດ້ ຮ່ວມມືກັບ 100 ກວ່າບໍລິສັດ. ນັກຮຽນນອກຈາກຈະຮຽນທິດສະດີ ແລະ ທົດລອງຕົວຈິງໃນວິທະຍາໄລແລ້ວ, ຍັງໄດ້ລົງປະຕິບັດງານຈິງຢູ່ບັນດາບໍລິສັດ ຊຶ່ງຮູບແບບການຮຽນຄວບຄູ່ນີ້ ຊ່ວຍໃຫ້ຜູ້ຮຽນໄດ້ສະສົມປະສົບການຈາກສະພາບວຽກງານຕົວຈິງ ແລະ ພັດທະນາທັກສະທີ່ສອດຄ່ອງກັບຄວາມຕ້ອງການຂອງຕະຫລາດແຮງງານ.ໃນສົກຮຽນຜ່ານມາ ມີນັກຮຽນ-ນັກສຶກສາ ທັງໝົດ 1.428 ຄົນ , ຍິງ 67 ຄົນ ແລະ ມີຜູ້ຮຽນຈົບອອກສູ່ຕະຫລາດແຮງງານ ທັງໝົດ 486 ຄົນ (ລວມທັງຫລັກສູດໄລຍະສັ້ນ ແລະ ໄລຍະຍາວ). ພ້ອມນີ້ວິທະຍາໄລມີພະນັກງານຄູ-ອາຈານ ທັງໝົດ 76 ທ່ານ, ຍິງ 27 ທ່ານ. ແນວໃດກໍດີ, ຈາກການຈັດການຮຽນ-ການສອນຕົວຈິງ ຍັງເຫັນວ່າຄູ-ອາຈານ ດ້ານວິຊາສະເພາະຍັງບໍ່ພຽງພໍ. ຄູ 1 ທ່ານ ຕ້ອງຮັບຜິດຊອບສອນສອນຫລາຍວິຊາ ແລະ ສອນເກີນຊົ່ວໂມງ ເຮັດໃຫ້ມີເວລາບໍ່ພຽງພໍໃນການກະກຽມບົດສອນ ແລະ ຄົ້ນຄວ້າ ຊຶ່ງບັນຫານີ້ ເປັນອີກບັນຫາໜຶ່ງທີ່ທາງວິທະຍາໄລກຳລັງເລັ່ງໃສ່ແກ້ໄຂຕະຫລອດມາ ເພື່ອຍົກຄຸນນະພາບການສອນ.

ສໍາລັບການຮັບນັກຮຽນໃໝ່ໃນສົກຮຽນ 2026-2027 ນີ້, ທາງວິທະຍາໄລໄດ້ຕັ້ງເປົ້າໝາຍຈະຮັບນັກຮຽນເຂົ້າໃໝ່ຫລາຍກວ່າ 800 ຄົນ ແລະ ໄດ້ເປີດຮັບສະໝັກດ້ວຍຫລາຍຮູບແບບ ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ສົນໃຈ. ມາ​ຮອດ ວັນທີ 26 ສິງຫາ 2026 ມີຜູ້ສະໝັກເຂົ້າຮຽນທັງໝົດ 1.000 ກວ່າ​ຄົນ.ໃນນັ້ນ ຮູບແບບສອບເສັງ ສຳລັບສາຂາເຕັກໂນໂລຊີລົດຍົນ ແລະ ກົນຈັກໜັກລະບົບຊັ້ນສູງມີສອບເສັງ 604 ຄົນ, ສໍາພາດ 434 ຄົນ ແລະ ທຶນແບ່ງປັນ 35 ຄົນ  ໂດຍແບ່ງຕາມຮູບແບບດັ່ງນີ້:

 ຮູບແບບສອບເສັງ: ສໍາລັບສາຂາວິຊາ ເຕັກໂນໂລຊີລົດຍົນ ແລະ ກົນຈັກໜັກ ໃນລະບົບຊັ້ນສູງ ມີຜູ້ສະ
ໝັກ
604 ຄົນ, ມາສອບເສັງຕົວຈິງ 502 ຄົນ, ແຜນຮັບຂອງວິທະຍາໄລ 300 ຄົນ. ຮູບແບບນີ້ ໄດ້ຈັດການສອບເສັງຮຽບຮ້ອຍແລ້ວ ໃນຕອນເຊົ້າຂອງວັນທີ 26 ສິງຫາ 2026, ຄາດວ່າຈະປະກາດຜົນໃນອາທິດຕໍ່ໄປ.

 ຮູບແບບສໍາພາດ: 13 ສາຂາວິຊາ ລວມທັງລະບົບຊັ້ນກາງ ແລະ ຊັ້ນສູງ ມີຜູ້ສະໝັກ 434 ຄົນ, ສໍາພາດຜ່ານ ແລະ ລົງທະບຽນແລ້ວ 311 ຄົນ, ຮູບແບບນີ້ ຈະສືບຕໍ່ຮັບສະໝັກໄປຈົນຮອດກາງເດືອນ ກັນຍາ 2026 ແລ້ວຈະປະເມີນຄືນພິເສດ ສໍາລັບນ້ອງໆ ທີ່ເປັນຜູ້ຍິງ ຖ້າສະໝັກຮຽນຢູ່ວິທະຍາໄລແຫ່ງນີ້ ທາງວິທະຍາໄລຈະມີການຍົກເວັ້ນຄ່າຮຽນ, ຄ່າທໍານຽມຕ່າງໆ ຖືວ່າບໍ່ໄດ້ຈ່າຍຄ່າຮຽນ.

 ຮູບແບບທຶນແບ່ງປັນ ພວກເຮົາໄດ້ແບ່ງປັນທຶນເຂົ້າຮຽນ ຈໍານວນ 450 ທຶນ ໂດຍຜ່ານພະແນກສຶກສາທິການ ແລະ ກິລາ 17 ແຂວງ 1 ນະຄອນຫລວງໃນທົ່ວປະເທດ. ປັ​ດຈຸບັນໄດ້ຮັບໃບນໍາສົ່ງນັກຮຽນ ຈໍານວນ 8 ສະບັບ ຈາກ 8 ແຂວງລວມ 35 ຄົນ, ຖືວ່າຍັງລໍຖ້າ ອີກ 10 ແຂວງ. ນັກຮຽນກຸ່ມນີ້ ຈະເປີດໃຫ້ລົງທະບຽນໃນວັນທີ 7-18 ກັນຍາ 2026 ທີ່ຈະມາເຖິງນີ້.

ທ່ານ ສຸລິຍາ ​ກ່າວຕື່ມ​ວ່າ:  ສໍາລັບການຈັດຕັ້ງການຮຽນ-ການສອນໃນສົກຮຽນ 2026-2027 ນັກຮຽນປີທີ 2 ແລະ ປີທີ 3 ຈະໄດ້ເລີ່ມຮຽນຕັ້ງແຕ່ວັນທີ 7 ກັນຍາ 2026 ເປັນຕົ້ນໄປ ແລະ ນັກຮຽນປີທີ 1 ທຸກສາຂາວິຊາ ຈະໄດ້ເລີ່ມຮຽນຕັ້ງແຕ່ວັນທີ 5 ຕຸລາ 2026 ເປັນຕົ້ນໄປ. ແນວໃດກໍດີ, ໃນນາມຜູ້ບໍລິຫານການສຶກສາ ສະຖານອາຊີວະສຶກສາ, ຂ້າພະເຈົ້າ ຂອບໃຈ ແລະ ຮຽກຮ້ອງມາຍັງສັງຄົມ, ຜູ້ປົກຄອງ ແລະ ສື່ມວນຊົນທັງຫລາຍທີ່ຊ່ວຍຊຸກຍູ້, ສົ່ງເສີມ ແລະ ກະຈາຍຂ່າວ ໃຫ້ນ້ອງໆ ນັກຮຽນ ຜູ້ທີ່ຮຽນຈົບ ມັດທະຍົມຕອນຕົ້ນ ແລະ ມັດທະຍົມຕອນປາຍ ຫັນມາຮຽນວິຊາຊີບໃຫ້ຫລາຍຂຶ້ນ ເພາະການຮຽນວິຊາຊີບຈະຊ່ວຍໃຫ້ນ້ອງໆ ມີອາຊີບ, ມີອະນາຄົດທີ່ສົດໃສ ແລະ ໝັ້ນຄົງ. ພ້ອມດຽວກັນນັ້ນ, ຂໍຂອບໃຈ ມາຍັງ ຄະນະລັດຖະບານ ທີ່ໄດ້ມີນະໂຍບາຍ ສະໜັບສະໜູນ ເບ້ຍລ້ຽງ ໃຫ້ນັກຮຽນສາຍ ອາຊີວະສຶກສາຈໍານວນ 15.000 ຄົນ ໃນທົ່ວປະເທດ ຢ່າງທົ່ວເຖິງ, ນີ້ຖືເປັນໂອກາດທີ່ດີຫລາຍ ສໍາລັບນ້ອງໆທຸກຄົນ.

ການກະກຽມຄວາມພ້ອມຂອງວິທະຍາໄລເຕັກນິກ ລາວ-ເຢຍລະມັນ ໃນສົກຮຽນ 2026-2027 ຈຶ່ງບໍ່ພຽງແຕ່ສະແດງເຖິງການຂະຫຍາຍໂອກາດການຮຽນຮູ້ໃຫ້ແກ່ໄວໜຸ່ມເທົ່ານັ້ນ ແຕ່ຍັງເປັນການວາງຮາກຖານໃນການສ້າງກຳລັງແຮງງານວິຊາຊີບທີ່ມີສີມື, ມີຄຸນນະພາບ ແລະ ສາມາດຕອບສະໜອງຕໍ່ຕະຫລາດແຮງງານທັງພາຍໃນ ແລະ ສາກົນ. ໂດຍສະເພາະນະໂຍບາຍຍົກເວັ້ນຄ່າຮຽນໃຫ້ນັກຮຽນຍິງທຸກສາຂາ ຈະເປັນອີກກົນໄກສຳຄັນໃນການສ້າງໂອກາດ ແລະ ຊຸກຍູ້ໃຫ້ເພດຍິງເຂົ້າມາມີບົດບາດໃນສາຍວິຊາຊີບຫລາຍຂຶ້ນ.

ໂດຍ: ມາລີດາ

KPL

ຂ່າວອື່ນໆ

    • ວາງສະແດງຮູບພາບ ໂຮ່ຈີ່ມິງ ພາບເໝືອນບຸກຄົນໜຶ່ງບົດ-ສາລະຄະດີ

      ວາງສະແດງຮູບພາບ ໂຮ່ຈີ່ມິງ ພາບເໝືອນບຸກຄົນໜຶ່ງ

      8/31/2026 10:24:00 AM

      ສະຖານທູດຫວຽດນາມປະຈໍາລາວ, ຫໍພິພິທະພັນວິຈິດສິນ ຫວຽດນາມ ແລະ ສູນວັດທະນະ ທໍາຫວຽດນາມປະຈໍາລາວ ຈັດງານວາງສະແດງຮູບພາບ ໂຮ່ຈີ່ມິງ ພາບເໝືອນຂອງບຸກຄົນໜຶ່ງ ໃນວັນທີ 27 ສິງຫາ 2026 ຢູ່ນະຄອນຫລວງວຽງຈັນ.

    • ຫລັກການພື້ນຖານການນໍາໃຊ້ຕົວອັກສອນລາວບົດ-ສາລະຄະດີ

      ຫລັກການພື້ນຖານການນໍາໃຊ້ຕົວອັກສອນລາວ

      8/31/2026 9:14:42 AM

      ຂປລ. ທຸກໆພາສາທີ່ມີໃຊ້ຢູ່ໃນໂລກຂອງພວກເຮົາໃນປັດຈຸບັນນີ້ ລ້ວນແຕ່ເປັນພາສາທີ່ມີສຽງສະເພາະຂອງໃຜມັນ, ພາສາລາວກໍເຊັ່ນດຽວກັນ ເປັນພາສາທີ່ມີສຽງເປັນເອກະລັກສະເພາະຂອງ ຕົນເອງ. ເວລາທີ່ສື່ສານກັນ ເພື່ອສະໜອງຄວາມຕ້ອງການຕ່າງໆ ເຊັ່ນ:

    • ພ້ອມກັນອະນາໄມຂີ້ເຫຍື້ອໃນລະດູຝົນບົດ-ສາລະຄະດີ

      ພ້ອມກັນອະນາໄມຂີ້ເຫຍື້ອໃນລະດູຝົນ

      8/31/2026 9:06:21 AM

      ຂປລ. ເມື່ອລະດູຝົນໝູນວຽນມາຮອດ, ສາຍຝົນທີ່ຕົກ ລົງມາບໍ່ພຽງແຕ່ໃຫ້ນ້ຳ ແລະ ຄວາມສົດຊື່ນແກ່ ທຳມະຊາດເທົ່ານັ້ນ, ແຕ່ຍັງນຳພາເອົາຄວາມສ່ຽງທາງ ດ້ານສຸຂະພາບ ແລະ ສິ່ງແວດລ້ອມມາພ້ອມ, ໂດຍສະເພາະແມ່ນບັນຫາຂີ້ເຫຍື້ອຕົກຄ້າງ. ການຮັກ ສາຄວາມສະອາດ ແລະ ການຄຸ້ມຄອງຂີ້ເຫຍື້ອຢ່າງຖືກຕ້ອງໃນຍາມຝົນ ຈຶ່ງເປັນພັນທະ ແລະ ໜ້າທີ່ສຳຄັນຂອງພວກຮົາທຸກຄົນໃນສັງຄົມ.

    • ພະແນກກະສິກຳ ແລະ ສິ່ງແວດລ້ອມຈຳປາສັກ ບັນລຸຜົນງານຫລາຍດ້ານບົດ-ສາລະຄະດີ

      ພະແນກກະສິກຳ ແລະ ສິ່ງແວດລ້ອມຈຳປາສັກ ບັນລຸຜົນງານຫລາຍດ້ານ

      8/31/2026 9:03:12 AM

      ຂປລ. ແຂວງຈຳປາສັກ ເປັນໜຶ່ງໃນແຂວງທີ່ມີທ່າແຮງດ້ານກະສິກຳອັນສຳຄັນຂອງປະເທດ ເນື່ອງຈາກມີພື້ນທີ່ການຜະລິດກວ້າງຂວາງ, ມີແຫລ່ງນ້ຳ, ດິນທີ່ເໝາະສົມ ແລະ ມີສະພາບອາກາດທີ່ເອື້ອອຳນວຍຕໍ່ການຜະລິດ. ຜ່ານມາ ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ

    • 5 ສະຖານທີ່ທ່ອງທ່ຽວໂດ່ງດັງຂອງແຂວງອຸດົມໄຊບົດ-ສາລະຄະດີ

      5 ສະຖານທີ່ທ່ອງທ່ຽວໂດ່ງດັງຂອງແຂວງອຸດົມໄຊ

      8/31/2026 9:01:13 AM

      ຂປລ. ແຂວງອຸດົມໄຊ ຕັ້ງຢູ່ພາກເໜືອຂອງ ສປປ ລາວ ເປັນດິນແດນທີ່ອຸດົມສົມບູນໄປດ້ວຍພູຜາປ່າໄມ້, ສາຍນ້ຳ ແລະ ທຳມະຊາດອັນສວຍສົດງົດງາມ. ນອກຈາກນັ້ນ, ຍັງເປັນດິນແດນທີ່ມີຂະນົບທຳນຽມ, ປະເພນີ, ວັດທະນະທຳ ແລະ ວິຖີຊີວິດອັນເປັນເອກະລັກ. ດ້ວຍທ່າແຮງດ້ານທຳມະຊາດ ແລະ ວັດທະນະທຳອັນຫລາກຫລາຍ ແຂວງອຸດົມໄຊ

ads
ads

Top