ຂປລ
ຂປລ. ແຂວງອຸດົມໄຊ ຕັ້ງຢູ່ພາກເໜືອຂອງ ສປປ ລາວ ເປັນດິນແດນທີ່ອຸດົມສົມບູນໄປດ້ວຍພູຜາປ່າໄມ້, ສາຍນ້ຳ ແລະ ທຳມະຊາດອັນສວຍສົດງົດງາມ. ນອກຈາກນັ້ນ, ຍັງເປັນດິນແດນທີ່ມີຂະນົບທຳນຽມ, ປະເພນີ, ວັດທະນະທຳ ແລະ ວິຖີຊີວິດອັນເປັນເອກະລັກ. ດ້ວຍທ່າແຮງດ້ານທຳມະຊາດ ແລະ ວັດທະນະທຳອັນຫລາກຫລາຍ ແຂວງອຸດົມໄຊ

ຂປລ. ແຂວງອຸດົມໄຊ ຕັ້ງຢູ່ພາກເໜືອຂອງ ສປປ ລາວ ເປັນດິນແດນທີ່ອຸດົມສົມບູນໄປດ້ວຍພູຜາປ່າໄມ້, ສາຍນ້ຳ ແລະ ທຳມະຊາດອັນສວຍສົດງົດງາມ. ນອກຈາກນັ້ນ, ຍັງເປັນດິນແດນທີ່ມີຂະນົບທຳນຽມ, ປະເພນີ, ວັດທະນະທຳ ແລະ ວິຖີຊີວິດອັນເປັນເອກະລັກ. ດ້ວຍທ່າແຮງດ້ານທຳມະຊາດ ແລະ ວັດທະນະທຳອັນຫລາກຫລາຍ ແຂວງອຸດົມໄຊ ຈຶ່ງເປັນອີກໜຶ່ງຈຸດໝາຍປາຍທາງທີ່ໜ້າສົນໃຈສຳລັບນັກທ່ອງທ່ຽວ. ມື້ນີ້ ຄໍລຳ “ທ່ອງທ່ຽວເມືອງລາວ” ຈະພາໄປຮູ້ຈັກ 5 ສະຖານທີ່ໂດ່ງດັງທີ່ບໍ່ຄວນພາດ ເມື່ອມີໂອກາດໄປຢ້ຽມຢາມແຂວງອຸດົມໄຊ.

1. ຕາດນ້ຳກັດ ແລະ ນ້ຳກັດຢໍລະປາ. ຕັ້ງຢູ່ເຂດປ່າສະຫງວນແຫ່ງຊາດ ບ້ານແຟນ, ເມືອງໄຊ. ເປັນແຫລ່ງທ່ອງທ່ຽວແບບທຳມະຊາດ ແລະ ຣີສອດທີ່ກົມກືນກັບສິ່ງແວດລ້ອມ. ຕາດນ້ຳກັດເປັນຕາດທຳມະຊາດສູງປະມານ 20 ແມັດ ມີສາຍນ້ຳໄຫລຜ່ານໂງ່ນຫີນ ແລະ ແອ່ງນ້ຳໃສເຢັນ ເໝາະແກ່ການພັກຜ່ອນ. ນັກທ່ອງທ່ຽວສາມາດເດີນທາງເຂົ້າໄປຫາຕາດດ້ວຍລົດກັອຟ, ລົດ ATV, ລົດຖີບ ຫລື ຍ່າງປ່າ ຜ່ານຂົວອູ່ສະລິງ. ສ່ວນນ້ຳກັດຢໍລະປາ ມີເຮືອນພັກທີ່ອອກແບບກົມກືນກັບທຳມະຊາດ ພ້ອມສິ່ງອຳນວຍຄວາມສະດວກ ເຊັ່ນ: ສະລອຍນ້ຳ, ສະປາ, ຫ້ອງຟິດເນສ ແລະ ຮ້ານອາຫານ. ນອກນັ້ນ, ຍັງມີກິດຈະກຳຜະຈົນໄພ ເຊັ່ນ: ຂີ່ສະລິງ (Zip-line), ຍ່າງປ່າ, ຂີ່ ATV ແລະ ຍ່າງຂ້າມຂົວແຂວນເທິງຍອດໄມ້.ຂີ່ຊ້າງ ແລະ ຂີ່ລົດ ATV.
2. ຖ້ຳຈອມອອງ ເປັນໜຶ່ງໃນແຫລ່ງທ່ອງທ່ຽວທາງທຳມະຊາດທີ່ໂດດເດັ່ນຂອງແຂວງອຸດົມໄຊ ແລະ ຖືກລະບຸວ່າເປັນໜຶ່ງໃນຖ້ຳທີ່ມີຄວາມຍາວຫລາຍໃນອາຊີຕາເວັນອອກສ່ຽງໃຕ້ ໂດຍມີຄວາມຍາວຫລາຍກວ່າ 16 ກິໂລແມັດ. ພາຍໃນຖ້ຳມີຫ້ອງໂຖງ ແລະ ໂງ່ນຫີນຮູບຮ່າງຕ່າງໆ ທີ່ເກີດຂຶ້ນຕາມທຳມະຊາດ ທັງຫີນຍ້ອຍ, ນົມຜາ ແລະ ຫີນແກ້ວທີ່ມີລວດລາຍງົດງາມ. ບາງຈຸດມີສາຍນ້ຳໄຫລຜ່ານ ເຮັດໃຫ້ຖ້ຳມີຄວາມງາມ ແລະ ລຶກລັບໜ້າຄົ້ນຫາ. ສຳລັບຜູ້ມັກການຜະຈົນໄພ ແລະ ສຳຫລວດທຳມະຊາດ ຖ້ຳຈອມອອງນັບເປັນອີກໜຶ່ງຈຸດໝາຍທີ່ໜ້າສົນໃຈ.
3. ພະທາດພູໄຊ ຫລື ພະທາດໄຊມຸງຄຸນ ຣັດຕະນະ ມິ່ງເມືອງ ຕັ້ງຢູ່ເທິງຈອມພູໃຈກາງເມືອງໄຊ. ເປັນພະທາດຄູ່ບ້ານຄູ່ເມືອງ ແລະ ເປັນສະຖານທີ່ສຳຄັນທາງວັດທະນະທຳ ແລະ ສາສະໜາຂອງຊາວອຸດົມໄຊ. ນອກຈາກການຂຶ້ນໄປກາບໄຫວ້ສັກກະລະບູຊາແລ້ວ, ຈຸດເດັ່ນຂອງພະທາດພູໄຊແມ່ນສາມາດຊົມທິວທັດເມືອງໄຊໄດ້ແບບ 360 ອົງສາ ແລະ ນັກທ່ອງທ່ຽວຍັງສາມາດຊົມຕາເວັນຂຶ້ນໃນຍາມເຊົ້າ ຫລື ຊົມແສງຕາເວັນຍາມແລງ ພ້ອມສຳຜັດບັນຍາກາດອັນສະຫງົບ, ສວຍງາມ.

4. ວັດພະເຈົ້າສິງຄຳ ຕັ້ງຢູ່ໃຈກາງເທສະບານເມືອງຫລາ ຫ່າງຈາກຕົວເມືອງໄຊປະມານ 28 ກິໂລແມັດ. ເປັນວັດເກົ່າແກ່ທີ່ມີປະຫວັດຄວາມເປັນມາຍາວນານ ແລະ ເປັນບ່ອນປະດິດສະຖານຂອງ “ພະເຈົ້າສິງຄຳ” ພະພຸດທະຮູບຄູ່ບ້ານຄູ່ເມືອງ ທີ່ປະຊາຊົນໃຫ້ຄວາມເຄົາລົບສັກກະລະບູຊາ. ແຕ່ກ່ອນວັດແຫ່ງນີ້ເອີ້ນວ່າ “ວັດກາງ” ແລະ ຕໍ່ມາ ເມື່ອໄດ້ອັນເຊີນພະເຈົ້າສິງຄຳມາປະດິດສະຖານ ຈຶ່ງໄດ້ປ່ຽນຊື່ມາເປັນ “ວັດພະເຈົ້າສິງຄຳ”. ປັດຈຸບັນ ວັດແຫ່ງນີ້ເປັນທັງສະຖານທີ່ສັກກະລະບູຊາ ແລະ ແຫລ່ງທ່ອງທ່ຽວທາງສາສະໜາ-ວັດທະນະທຳ ທີ່ດຶງດູດພຸດທະສາສະນິກະຊົນ ແລະ ນັກທ່ອງທ່ຽວ.
5. ເມືອງປາກແບ່ງ ເປັນເມືອງທ່າເຮືອແຄມແມ່ນ້ຳຂອງທີ່ມີສະເໜ່ ແລະ ທິວທັດງົດງາມ. ເມືອງແຫ່ງນີ້ເປັນຈຸດແວ່ພັກທີ່ສຳຄັນຂອງນັກທ່ອງທ່ຽວ ໃນການເດີນທາງລ່ອງເຮືອຕາມແມ່ນ້ຳຂອງ ລະຫວ່າງຫລວງພະບາງ ແລະ ບໍ່ແກ້ວ. ຈຸດເດັ່ນຂອງປາກແບ່ງ ບໍ່ໄດ້ມີພຽງແຕ່ທິວທັດສອງຝັ່ງແມ່ນ້ຳຂອງ ແຕ່ຍັງມີບັນຍາກາດເມືອງນ້ອຍທີ່ສະຫງົບ, ວິຖີຊີວິດຊຸມຊົນ ແລະ ຕະຫລາດທ້ອງຖິ່ນ. ນັກທ່ອງທ່ຽວສາມາດແວ່ພັກຜ່ອນ, ຊົມທິວທັດ, ສຳຜັດວິຖີຊີວິດຄົນທ້ອງຖິ່ນ ແລະ ເກັບກ່ຽວປະສົບການອັນປະທັບໃຈນີ້ໄດ້.

ແຂວງອຸດົມໄຊ ຈຶ່ງເປັນອີກໜຶ່ງຈຸດໝາຍປາຍທາງທີ່ລວມເອົາທັງຄວາມງາມຂອງທຳມະຊາດ, ຄວາມລ້ຳຄ່າຂອງວັດທະນະທຳ ແລະ ສະເໜ່ຂອງວິຖີຊີວິດຊຸມຊົນ. ການເດີນທາງມາຢ້ຽມຢາມທັງ 5 ສະຖານທີ່ນີ້ ຈະຊ່ວຍໃຫ້ໄດ້ສຳຜັດອຸດົມໄຊໃນຫລາຍແບບ ທັງດ້ານທຳມະຊາດ, ສາສະໜາ, ປະຫວັດສາດ ແລະ ວິຖີຊີວິດເຫລົ່ານີ້ເປັນຕົ້ນ.
KPL