ພະແນກກະສິກຳ ແລະ ສິ່ງແວດລ້ອມຈຳປາສັກ ບັນລຸຜົນງານຫລາຍດ້ານ

31/08/2026 09:03
ຂປລ ຂປລ. ແຂວງຈຳປາສັກ ເປັນໜຶ່ງໃນແຂວງທີ່ມີທ່າແຮງດ້ານກະສິກຳອັນສຳຄັນຂອງປະເທດ ເນື່ອງຈາກມີພື້ນທີ່ການຜະລິດກວ້າງຂວາງ, ມີແຫລ່ງນ້ຳ, ດິນທີ່ເໝາະສົມ ແລະ ມີສະພາບອາກາດທີ່ເອື້ອອຳນວຍຕໍ່ການຜະລິດ. ຜ່ານມາ ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ

ຂປລ. ແຂວງຈຳປາສັກ ເປັນໜຶ່ງໃນແຂວງທີ່ມີທ່າແຮງດ້ານກະສິກຳອັນສຳຄັນຂອງປະເທດ ເນື່ອງຈາກມີພື້ນທີ່ການຜະລິດກວ້າງຂວາງ, ມີແຫລ່ງນ້ຳ, ດິນທີ່ເໝາະສົມ ແລະ ມີສະພາບອາກາດທີ່ເອື້ອອຳນວຍຕໍ່ການຜະລິດ. ຜ່ານມາ ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ ໄດ້ເອົາໃຈໃສ່ນຳພາ-ຊີ້ນຳ ແລະ ຊຸກຍູ້ສົ່ງເສີມວຽກງານຫລາຍດ້ານ ຈົນສາມາດສ້າງຜົນງານເປັນຮູບປະທຳ ທັງດ້ານການຜະລິດ, ສະບຽງອາຫານ, ການຜະລິດສິນຄ້າ, ການສົ່ງອອກ, ການລ້ຽງສັດ-ປະມົງ, ການຄຸ້ມຄອງປ່າໄມ້, ທີ່ດິນ, ຊົນລະປະທານ ແລະ ສິ່ງແວດລ້ອມ.

ຜົນງານຫລາຍດ້ານດັ່ງກ່າວນັ້ນ ໄດ້ລາຍງານຈາກສະຫາຍ ໄຊຍະສິດ ວິລະພັດ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຈຳປາສັກໃນກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ I ທີ່ຈັດຂຶ້ນເມື່ອບໍ່ດົນນີ້. ໃນນີ້, ດ້ານ ການນຳພາ-ຊີ້ນຳໄດ້ສືບຕໍ່ສຶກສາອົບຮົມດ້ານການເມືອງ-ແນວຄິດ, ເຊື່ອມຊຶມມະຕິ, ກົດລະບຽບຂອງພັກ ແລະ ເອກະສານສຳຄັນຕ່າງໆ ຢ່າງເປັນປົກກະຕິ. ພ້ອມທັງປັບປຸງການຈັດຕັ້ງພັກພາຍຫລັງການຍຸບໂຮມ 2 ພະແນກ ເຂົ້າເປັນຄະນະພັກຮາກຖານພະແນກກະສິກຳ ແລະ ສິ່ງແວດລ້ອມ ຢ່າງມີຜົນສຳເລັດ, ມີ 11 ໜ່ວຍພັກຂຶ້ນກັບ ແລະ ມີສະມາຊິກພັກທັງໝົດ 329 ສະຫາຍ, ຍິງ 121 ສະຫາຍ. 

   ຂະນະທີ່ດ້ານວຽກງານວິຊາສະເພາະ ແລະ ສະບຽງອາຫານ ຍັງສາມາດສືບຕໍ່ຊຸກຍູ້ການຜະລິດໃຫ້ຂະຫຍາຍຕົວ. ໃນປີ 2026 ສາມາດຜະລິດເຂົ້ານາແຊງໄດ້ 7.251 ເຮັກຕາ, ມີຜົນຜະລິດ 35.097 ໂຕນ; ປູກພືດລະດູແລ້ງໄດ້ 27.708 ເຮັກຕາ, ມີຜົນຜະລິດ 346.426 ໂຕນ (ເພີ່ມຂຶ້ນ 3% ທຽບໃສ່ໄລຍະດຽວກັນ). ດ້ານການລ້ຽງສັດ ແລະ ປະມົງ ບັນລຸຜົນຜະລິດຊີ້ນ, ປາ ແລະ ອື່ນໆ ສະໜອງການບໍລິໂພກໄດ້ 29.645 ໂຕນ (ສະເລ່ຍ 36,28 ກິໂລ/ຄົນ/ປີ).  ດ້ານການຜະລິດເປັນສິນຄ້າ, ສົ່ງອອກ ແລະ ຄຸ້ມຄອງຊັບພະຍາກອນ ສາມາດສົ່ງອອກກາເຟໄດ້ 16.156,77 ໂຕນ ມູນຄ່າ 72,35 ລ້ານໂດລາ, ພືດອຸດສາຫະກຳອື່ນໆ (ມັນຕົ້ນ, ຢາງພາລາ) ມູນຄ່າກວ່າ 160 ລ້ານໂດລາ, ພ້ອມທັງເລີ່ມສົ່ງອອກພືດໃໝ່ເຊັ່ນ: ໝາກບູເບີຣີ. ນອກນີ້, ຍັງໄດ້ຄຸ້ມຄອງເນື້ອທີ່ປ່າໄມ້ກວມ 69,23% ຂອງເນື້ອທີ່ທົ່ວແຂວງ, ຊຸກຍູ້ວຽກງານຊົນລະປະທານສະໜອງນ້ຳໄດ້ 20.999,35 ເຮັກຕາ ແລະ ເອົາໃຈໃສ່ວຽກງານສິ່ງແວດລ້ອມ, ທີ່ດິນ ແລະ ການເຕືອນໄພອຸຕຸນິຍົມ-ອຸທົກກະສາດ ຢ່າງມີປະສິດທິພາບ.

  ແນວໃດກໍດີ, ໃນກອງປະຊຸມຜູ້ເຂົ້າຮ່ວມຍັງໄດ້ຮັບຟັງບົດສຳຫລວດ ການນຳພາລວມຂອງຄະນະພັກຮາກຖານ ແລະ ຮັບຟັງການຜ່ານມາດຖານເງຶ່ອນໄຂ ຂອງຜູ້ສະໝັກຄະນະພັກຮາກຖານຊຸດໃໝ່ ຕາມ ຫລັກການ, ລະບຽບການ ແລະ ຂັ້ນຕອນທີ່ກຳນົດໄວ້ ເພື່ອຄັດເລືອກຜູ້ທີ່ມີຄຸນສົມບັດ, ມາດຖານ, ຄວາມສາມາດ ແລະ ເງື່ອນໄຂ ເຂົ້າເປັນຄະນະພັກຮາກຖານ ພະແນກຊຸດໃໝ່. ໃນນັ້ນ, ໄດ້ເລືອກ ສະຫາຍ ຄຳ ນີລາວົງ ເປັນເລຂາຄະນະພັກຮາກຖານ, ສະຫາຍ  ໄຊຍະສິດ ວິລະພັດ ເປັນຮອງເລຂາຄະນະພັກຮາກຖານ,  ສະຫາຍ ຄຳເຜີຍ ບຸດໂທ ເປັນປະທານກວດກາ, ສະຫາຍ ນາງ ຍົມມະລາ ສີຫາວົງ ເປັນຄະນະ, ສະຫາຍ ນາງ ດວງມະນີ ຫລວງມະນີ ເປັນຄະນະ, ສະຫາຍ ສີສຸພັນ ແວງທິສານ ເປັນຄະນະ, ສະຫາຍ ສີສະຫວາດ ສີດາວົງ ເປັນຄະນະ, ສະຫາຍ ສຸລິວົງ ໄຊຍະວົງ ເປັນຄະນະ, ສະຫາຍ ທອງດຳ ຂຸນສີສູນທອນ ເປັນຄະນະ.

  ກອງປະຊຸມໃຫ່ຍຄະນະພັກຮາກຖານພະແນກກະ ສິກຳ ແລະ ສິ່ງແວດລ້ອມແຂວງ ສະໄໝທີ I ໃນຄັ້ງນີ້ ຖືເປັນອີກບາດກ້າວສຳຄັນໃນການສ້າງຄວາມເຂັ້ມແຂງໃຫ້ແກ່ຮາກຖານພັກພາຍຫລັງການປັບປຸງການຈັດຕັ້ງຂັ້ນແຂວງ ທັງເປັນການວາງຮາກຖານດ້ານການນຳ ພາ ແລະ ການຈັດຕັ້ງ ເພື່ອຊຸກຍູ້ໃຫ້ພະແນກສາມາດ ເຄື່ອນໄຫວວຽກງານໄດ້ຢ່າງເປັນເອກະພາບ ແລະ ມີປະສິດທິຜົນ.

(ຂໍ້ມູນ: ໜັງສືພິມຈຳປາໃໝ).

KPL

ຂ່າວອື່ນໆ

    • ວາງສະແດງຮູບພາບ ໂຮ່ຈີ່ມິງ ພາບເໝືອນບຸກຄົນໜຶ່ງບົດ-ສາລະຄະດີ

      ວາງສະແດງຮູບພາບ ໂຮ່ຈີ່ມິງ ພາບເໝືອນບຸກຄົນໜຶ່ງ

      8/31/2026 10:24:00 AM

      ສະຖານທູດຫວຽດນາມປະຈໍາລາວ, ຫໍພິພິທະພັນວິຈິດສິນ ຫວຽດນາມ ແລະ ສູນວັດທະນະ ທໍາຫວຽດນາມປະຈໍາລາວ ຈັດງານວາງສະແດງຮູບພາບ ໂຮ່ຈີ່ມິງ ພາບເໝືອນຂອງບຸກຄົນໜຶ່ງ ໃນວັນທີ 27 ສິງຫາ 2026 ຢູ່ນະຄອນຫລວງວຽງຈັນ.

    • ຫລັກການພື້ນຖານການນໍາໃຊ້ຕົວອັກສອນລາວບົດ-ສາລະຄະດີ

      ຫລັກການພື້ນຖານການນໍາໃຊ້ຕົວອັກສອນລາວ

      8/31/2026 9:14:42 AM

      ຂປລ. ທຸກໆພາສາທີ່ມີໃຊ້ຢູ່ໃນໂລກຂອງພວກເຮົາໃນປັດຈຸບັນນີ້ ລ້ວນແຕ່ເປັນພາສາທີ່ມີສຽງສະເພາະຂອງໃຜມັນ, ພາສາລາວກໍເຊັ່ນດຽວກັນ ເປັນພາສາທີ່ມີສຽງເປັນເອກະລັກສະເພາະຂອງ ຕົນເອງ. ເວລາທີ່ສື່ສານກັນ ເພື່ອສະໜອງຄວາມຕ້ອງການຕ່າງໆ ເຊັ່ນ:

    • ພ້ອມກັນອະນາໄມຂີ້ເຫຍື້ອໃນລະດູຝົນບົດ-ສາລະຄະດີ

      ພ້ອມກັນອະນາໄມຂີ້ເຫຍື້ອໃນລະດູຝົນ

      8/31/2026 9:06:21 AM

      ຂປລ. ເມື່ອລະດູຝົນໝູນວຽນມາຮອດ, ສາຍຝົນທີ່ຕົກ ລົງມາບໍ່ພຽງແຕ່ໃຫ້ນ້ຳ ແລະ ຄວາມສົດຊື່ນແກ່ ທຳມະຊາດເທົ່ານັ້ນ, ແຕ່ຍັງນຳພາເອົາຄວາມສ່ຽງທາງ ດ້ານສຸຂະພາບ ແລະ ສິ່ງແວດລ້ອມມາພ້ອມ, ໂດຍສະເພາະແມ່ນບັນຫາຂີ້ເຫຍື້ອຕົກຄ້າງ. ການຮັກ ສາຄວາມສະອາດ ແລະ ການຄຸ້ມຄອງຂີ້ເຫຍື້ອຢ່າງຖືກຕ້ອງໃນຍາມຝົນ ຈຶ່ງເປັນພັນທະ ແລະ ໜ້າທີ່ສຳຄັນຂອງພວກຮົາທຸກຄົນໃນສັງຄົມ.

    • 5 ສະຖານທີ່ທ່ອງທ່ຽວໂດ່ງດັງຂອງແຂວງອຸດົມໄຊບົດ-ສາລະຄະດີ

      5 ສະຖານທີ່ທ່ອງທ່ຽວໂດ່ງດັງຂອງແຂວງອຸດົມໄຊ

      8/31/2026 9:01:13 AM

      ຂປລ. ແຂວງອຸດົມໄຊ ຕັ້ງຢູ່ພາກເໜືອຂອງ ສປປ ລາວ ເປັນດິນແດນທີ່ອຸດົມສົມບູນໄປດ້ວຍພູຜາປ່າໄມ້, ສາຍນ້ຳ ແລະ ທຳມະຊາດອັນສວຍສົດງົດງາມ. ນອກຈາກນັ້ນ, ຍັງເປັນດິນແດນທີ່ມີຂະນົບທຳນຽມ, ປະເພນີ, ວັດທະນະທຳ ແລະ ວິຖີຊີວິດອັນເປັນເອກະລັກ. ດ້ວຍທ່າແຮງດ້ານທຳມະຊາດ ແລະ ວັດທະນະທຳອັນຫລາກຫລາຍ ແຂວງອຸດົມໄຊ

    • ວິທະຍາໄລ ເຕັກນິກ ລາວ-ເຢຍລະມັນ ຍົກເວັ້ນຄ່າຮຽນໃຫ້ນັກຮຽນຍິງທຸກສາຂາ ບົດ-ສາລະຄະດີ

      ວິທະຍາໄລ ເຕັກນິກ ລາວ-ເຢຍລະມັນ ຍົກເວັ້ນຄ່າຮຽນໃຫ້ນັກຮຽນຍິງທຸກສາຂາ

      8/31/2026 8:54:59 AM

      ຂປລ. ປັດຈຸບັນການສຶກສາສາຍອາຊີວະສຶກສາ ຫລື ທີ່ຫລາຍຄົນເອີ້ນວ່າ: ສາຍວິຊາຊີບ ນັບວ່າເປັນອີກຂະແໜງການສຳຄັນໃນການສ້າງ ແລະ ພັດທະນາ ກຳລັງແຮງງານໃຫ້ມີຄວາມຮູ້, ຄວາມສາມາດ ແລະ ທັກສະວິຊາຊີບ ສອດຄ່ອງກັບຄວາມຕ້ອງການຂອງຕະຫລາດແຮງງານພາຍໃນ ແລະ ສາກົນ.

ads
ads

Top