ຂປລ
ກອງປະຊຸມ ສົນທະນາຈີນ-ອາເມລິກາ track 1.5 ຄັ້ງທີ 3 ຈັດຂຶ້ນຢູ່ນະຄອນຫລວງປັກກິ່ງຂອງ ສປ ຈີນ. ໂດຍຜູ້ແທນຈີນ ທີ່ມາຈາກກະຊວງ, ອົງການປົກຄອງທ້ອງຖິ່ນ, ຄັງປັນຍາທີ່ກ່ຽວຂ້ອງຂອງ ສປ ຈີນ ກັບຜູ້ແທນຈາກ ສະມາຄົມອາຊີ ສະຫະລັດ ອາເມລິກາ ແລະ ອື່ນໆ ຈະລົງເລິກປຶກສາຫາລື ກ່ຽວກັບຫົວຂໍ້ສຳຄັນຕ່າງໆ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ,ວັນທີ 25 ສິງຫານີ້, ກອງປະຊຸມ ສົນທະນາຈີນ-ອາເມລິກາ track 1.5 ຄັ້ງທີ 3 ຈັດຂຶ້ນຢູ່ນະຄອນຫລວງປັກກິ່ງຂອງ ສປ ຈີນ. ໂດຍຜູ້ແທນຈີນ ທີ່ມາຈາກກະຊວງ, ອົງການປົກຄອງທ້ອງຖິ່ນ, ຄັງປັນຍາທີ່ກ່ຽວຂ້ອງຂອງ ສປ ຈີນ ກັບຜູ້ແທນຈາກ ສະມາຄົມອາຊີ ສະຫະລັດ ອາເມລິກາ ແລະ ອື່ນໆ ຈະລົງເລິກປຶກສາຫາລື ກ່ຽວກັບ ຫົວຂໍ້ສຳຄັນຕ່າງໆ ເຊັ່ນ: ການເພີ່ມທະວີ ຄວາມໄວ້ເນື້ອເຊື່ອໃຈກັນ ທາງການເມືອງ, ການເປີດກວ້າງ ການຮ່ວມມື ດ້ານເສດຖະກິດການຄ້າ ແລະ ການຄົ້ນຫາການຮ່ວມມື ລະຫວ່າງ ປັນຍາປະດິດກັບ ວິທະຍາສາດ ເຕັກໂນໂລຊີ. ກອງປະຊຸມສົນທະນາຈີນ-ອາເມລິກາ track 1.5 ເລີ່ມຈັດຂຶ້ນໃນປີ 2023, ຕັ້ງຢູ່ລະຫວ່າງການທູດ ຂອງຝ່າຍທາງການ (track 1) ກັບ ກອງປະຊຸມສົນທະນາ ລະຫວ່າງ ປະຊາຊົນ (track 2), ແມ່ນເວທີການທຳຄວາມເຂົ້າໃຈ ແລະແລກປ່ຽນກັນທີ່ສຳຄັນ ຂອງພັກການເມືອງ, ວົງການຍຸດທະສາດ, ວົງການອຸດສາຫະກຳການຄ້າ, ວົງການວິຊາການ ແລະ ປະຊາຊົນຈີນ-ອາເມລິກາ, ເຄີຍສະເໜີ ຂໍ້ສະເໜີລະອຽດ ຫລາຍຂໍ້ເພື່ອເສີມສ້າງ ການແລກປ່ຽນ ແລະ ການຮ່ວມມືລະຫວ່າງ ສອງປະເທດ ດ້ານການເມືອງ, ເສດຖະກິດການຄ້າ, ວິທະຍາສາດເຕັກໂນໂລຊີ, ວັດທະນະທຳ ແລະອື່ນໆ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL