ຂປລ
ທ່ານ ວາງຢີ້ ກຳມະການກົມການເມືອງ ສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ເຈລະຈາກັບ ທ່ານ ເຊັກ ຈາຣາ ຈາເບີ ອັນ ອາມັດ ອັນ ຊາບາ ລັດຖະມົນຕີ ກະຊວງການຕ່າງປະເທດກູເວດ ຢູ່ນະຄອນຫລວງປັກກິ່ງ ຂອງ ສປ ຈີນ.

ຂປລ.ວິທະຍຸ-ໂທລະພາບສູນກາງຈີນ, ວັນທີ 24 ສິງຫານີ້, ທ່ານ ວາງຢີ້ ກຳມະການກົມການເມືອງ ສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ເຈລະຈາກັບ ທ່ານ ເຊັກ ຈາຣາ ຈາເບີ ອັນ ອາມັດ ອັນ ຊາບາ ລັດຖະມົນຕີ ກະຊວງການຕ່າງປະເທດກູເວດ ຢູ່ນະຄອນຫລວງປັກກິ່ງ ຂອງ ສປ ຈີນ. ທ່ານ ວາງຢີ້ ໄດ້ກ່າວວ່າ: ສປ ຈີນ ຍິນດີຖືເອົາໂອກາດ ຄົບຮອບ 55 ປີ ຂອງການສ້າງຕັ້ງສາຍພົວພັນ ທາງການທູດຈີນ-ກູເວດ ເພື່ອສ້າງການພົວພັນຄູ່ຮ່ວມມື ຍຸດທະສາດຈີນ-ກູເວດ ທີ່ມີພື້ນຖານແໜ້ນແຟ້ນກວ່າເກົ່າ, ມີຄຸນນະພາບສູງກວ່າເກົ່າ ແລະ ມີເນື້ອໃນອຸດົມສົມບູນກວ່າເກົ່າ. ປັດຈຸບັນ, ສະຖານະການໃນຕາເວັນອອກກາງ ແລະ ອ່າວເປີເຊຍ ໄດ້ມາຮອດໄລຍະສຳຄັນ ທີ່ສຸດ, ຫວັງວ່າ, ຝ່າຍທີ່ກ່ຽວຂ້ອງ ຈະສາມາດກັບຄືນສູ່ ເສັ້ນທາງການເຈລະຈາຄືນໃໝ່ໂດຍໄວ.ຈາກນັ້ນ ທ່ານ ເຊັກ ຈາຣາ ຈາເບີ ອັນ ອາມັດ ອັນ ຊາບາ ໄດ້ສະແດງຄວາມຍິນດີ ຮ່ວມມືກັບ ສປ ຈີນ ເພື່ອປະຕິບັດຄວາມຮັບຮູ້ ທີ່ເປັນເອກະພາບກັນລະຫວ່າງ ປາມຸກລັດສອງປະເທດໃຫ້ດີ ແລະ ສ້າງການພົວພັນກູເວດ-ຈີນ ໃຫ້ມີເນື້ອໃນອຸດົມສົມບູນ ກວ່າເກົ່າ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL