ເສດຖະກິດແຫ່ງຊາດຈີນໂດຍລວມ ຍັງຮັກສາທ່າອຽງການພັດທະນາຢ່າງໝັ້ນທ່ຽງ

18/08/2026 13:07
ຂປລ ນັບ​ແຕ່ ​ເດືອນ​ມັງ​ກອນ​ຫາ​ເດືອນ​ກໍ​ລະ​ກົດ​ປີ​ນີ້, ເສດ​ຖະ​ກິດ​ແຫ່ງ​ຊາດ​ຈີນ​​ໂດຍ​ລວມ ໄດ້​ຮັກ​ສາ​ທ່າ​ອຽງ​ ການ​ພັດ​ທະ​ນາ​ ຢ່າງ​ໝັ້ນ​ທ່ຽງ ແລະ ​ຫັນ​ໄປ​ສູ່ ​ແຮງ​ຂັບ​ເຄື່ອນ​ໃໝ່​ ແລະ ​ຄຸນ​ນະ​ພາບ​ດີ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ຫ້ອງ​ການ​ຖະ​ແຫລງ​ຂ່າວ ​ລັດ​ຖະ​ບານ​ຈີນ ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ, ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​​ ຈາກ​ອົງ​ການ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ ໃຫ້​ຮູ້​ວ່າ: ນັບ​ແຕ່ ​ເດືອນ​ມັງ​ກອນ​ຫາ​ເດືອນ​ກໍ​ລະ​ກົດ​ປີ​ນີ້, ເສດ​ຖະ​ກິດ​ແຫ່ງ​ຊາດ​ຈີນ​​ໂດຍ​ລວມ ໄດ້​ຮັກ​ສາ​ທ່າ​ອຽງ​ ການ​ພັດ​ທະ​ນາ​ ຢ່າງ​ໝັ້ນ​ທ່ຽງ ແລະ ​ຫັນ​ໄປ​ສູ່ ​ແຮງ​ຂັບ​ເຄື່ອນ​ໃໝ່​ ແລະ ​ຄຸນ​ນະ​ພາບ​ດີ. ໃນ7 ເດືອນ​ຕົ້ນ​ປີ​ນີ້, ມູ​ນ​ຄ່າ​ເພີ່ມ ​ຂອງ​ວິ​ສາ​ຫະ​ກິດອຸດ​ສາ​ຫະ​ກຳ​ທີ່​ມີ​ລາຍ​ຮັບ​ ຈາກ​ການ​ດຳ​ເນີນ​ທຸ​ລະ​ກິດ ​ຕົ້ນ​ຕໍ​ຫລາຍກວ່າ 20 ລ້ານຢວນ​ຕໍ່​ປີ ​​ໃນ​ທົ່ວ​ປະ​ເທດ​ຈີນ ​ເພີ່ມ​ຂຶ້ນ 5.3% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ ​ຂອງ​ປີ​ກາຍ, ດັດ​ຊະ​ນີ​ການ​ຜະ​ລິດ​ ຂອງ​ຂະ​ແໜງ​ ການ​ບໍ​ລິ​ການ​ເພີ່ມ​ຂຶ້ນ 4.7%. ຍອດ​ມູນ​ຄ່າ ​ການ​​ຂາຍ​ຍ່ອຍ ​ສິນ​ຄ້າ​​ອຸ​ປະ​ໂພກ-ບໍ​ລິ​ໂພກ​ ແລະ ການ​ບໍ​ລິ​ການ​ ໃນ​ທົ່ວ​ສັງ​ຄົມ​ເພີ່ມ​ຂຶ້ນ 2.6%. ຍອດ​ມູນ​ຄ່າ​ ການ​​ຂາຍ​ຍ່ອຍ​ສິນ​ຄ້າ​​ ອຸ​ປະ​ໂພກ-ບໍ​ລິ​ໂພກ​ ແລະ ການ​ບໍ​ລິ​ການ​ ທາງ​ອອນ​ລາຍ​ບັນ​ລຸ  11,721.4 ຕື້ຢວນ, ​ເພີ່ມ​ຂຶ້ນ4.8%. ການ​ລົງ​ທຶນ​ດ້ານ​ຊັບ​ສິນ​ຄົງ​ທີ່ບັນ​ລຸ 26,032.8 ຕື້ຢວນ ຫລຸດ​ລົງ 6.7% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ ຂອງ​ປີ​ກາຍ. ຍອດ​ມູນ​ຄ່າ​ການ​ນຳ​ເຂົ້າ ​ແລະ ​ສົ່ງ​ອອກ​ສິນ​ຄ້າ​ ບັນ​ລຸ 30.126 ຕື້ກວ່າຢວນ, ເພີ່ມ​ຂຶ້ນ 17.3%ເມື່ອ​ທຽບ​ໃສ່​ ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ໃນ​ນີ້, ມູນ​ຄ່າ​ສົ່ງ​ອອກ​ບັນ 17.440 ​ຕື້ຢວນ ເພີ່ມ​ຂຶ້ນ14%, ມູນ​ຄ່າ​ນຳ​ເຂົ້າບັນ​ລຸ 12.686 ຕື້ກວ່າຢວນ, ​ເພີ່ມ​ຂຶ້ນ 22%./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top