ຊົມເຊີຍ ວັນສ້າງຕັ້ງແນວລາວສ້າງຊາດ, ວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີ

13/08/2026 09:43
ຂປລ ວັນທີ 13 ສິງຫາ ຂອງທຸກໆປີ ເປັນວັນທີ່ມີຄວາມໝາຍສຳຄັນຍິ່ງ ຂອງປວງຊົນລາວທັງຊາດ ເພາະເປັນວັນແຫ່ງການສ້າງຕັ້ງແນວລາວສ້າງຊາດ, ວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຊຶ່ງໃນປີນີ້ ກໍພໍດີ ຄົບຮອບ 76 ປີ (13 ສິງຫາ 1950-13 ສິງຫາ 2026).

        *ເມື່ອຫວນຄືນກ່ອນໜ້ານີ້ 76 ປີ, ໃນວັນທີ 13 ສິງຫາ 1950, ພັກເຮົາໄດ້ຕົກລົງສ້າງຕັ້ງອົງການແນວລາວອິດສະຫລະ ຊຶ່ງເປັນແນວໂຮມແຫ່ງຊາດລາວ ທີ່ເຕົ້າໂຮມປະຊາຊົນລາວບັນດາເຜົ່າ, ທຸກຊັ້ນຄົນເຂົ້າຮ່ວມຂະບວນການຕໍ່ສູ້ປົດປ່ອຍປະເທດຊາດອອກຈາກແອກຄອບຄອງຂອງພວກລ່າເມືອງຂຶ້ນ ເພື່ອໂຄສະນາເຜີຍແຜ່ແນວທາງນະໂຍບາຍທີ່ຖືກຕ້ອງສ່ອງໃສຂອງພັກ ກໍ່ຄື ຂອງແນວລາວອິດສະຫລະລົງເຖິງປະຊາຊົນລາວບັນດາເຜົ່າ, ປຸກລະດົມຂົນຂວາຍໃຫ້ມີນ້ຳໃຈຮັກຊາດ, ຄຽດແຄ້ນສັດຕູ, ເຂົ້າຮ່ວມຂະບວນ ການປົດປ່ອຍໍປະເທດຊາດ. ພັກໄດ້ຕົກລົງສ້າງຕັ້ງໜັງສືພິມລາວອິດສະຫລະ ແລະ ໂຮງພິມລາວອິດສະຫລະຂຶ້ນ. ໃນໄລຍະຕໍ່ສູ້ກູ້ຊາດຕ້ານກັບການຮຸກຮານ ແລະ ແຊກແຊງຂອງຈັກກະພັດລ່າເມືອງຂຶ້ນ; ບົດບາດຂອງແນວລາວອິດສະຫລະ ກໍຄື ແນວລາວສ້າງຊາດ ໄດ້ຕິດພັນກັບບົດບາດຊ່ືສຽງຂອງບັນດາຜູ້ນໍາທ່ີເປັນຕົວແທນຈາກບັນດາຊັ້ນຄົນ, ເຜົ່າຊົນ ແລະ ພັກຝ່າຍການເມືອງ, ໄດ້ກາຍເປັນແຮງດຶງດູດເຕົ້າໂຮມທຸກຊັ້ນຄົນ, ເຜົ່າຊົນ, ສາສະໜາ, ນັບທັງຜູ້ຊົງຄຸນວຸດທິທີ່ຮັກຊາດທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຂະບວນການຕໍ່ສູ້ປົດປ່ອຍຊາດອັນຍືດເຍ້ືອຍາວນານທໍລະຫົດອົດທົນ. ມູນເຊ້ືອ, ຄວາມສາມັກຄີປອງດອງ ແລະ ນໍ້າໃຈຕໍ່ສູ້ອາດຫານບໍ່ຍອມຈໍານົນໄດ້ຮັບການເສີມຂະຫຍາຍຢ່າງແຂງແຮງສູ່ລະດັບສູງ ຈົນໃນທີ່ສຸດກໍ່ສາມາດຍາດໄດ້ໄຊຊະນະຢ່າງສົມບູນ ແລະ ກ້າວເຖິງສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ. ຕະຫລອດ 76 ປີ ຜ່ານມາພາຍໃຕ້ການນຳພາ-ຊີ້ນຳ ຢ່າງໃກ້ຊິດຂອງພັກປະຊາຊົນປະຕິວັດລາວ, ວຽກງານແນວໂຮມໄດ້ຮັບການເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີກາຍເປັນກ້ອນກຳລັງມະຫາສາມັກຄີທົ່ວປວງຊົນລາວທັງຊາດຢ່າງແໜ້ນແຟ້ນ. ໂດຍສະເພາະພາຍໃຕ້ແນວທາງປ່ຽນແປງໃໝ່ຂອງພັກ, ແນວລາວສ້າງຊາດແຕ່ລະຂັ້ນ ໄດ້ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດຂອງຕົນຢ່າງສະເໝີຕ້ົນສະເໝີປາຍ ເປັນຜູ້ຖືຄັນທຸງນໍາໜ້າໃນການເຕົ້າໂຮມກ້ອນກໍາລັງສາມັກຄີ ໃນວົງຄະນະຍາດແຫ່ງຊາດລາວ, ປະກອບສ່ວນອັນໃຫຍ່ຫລວງເຂົ້າໃນການບູລະນະລະບອບປະຊາທິປະໄຕປະຊາຊົນ ເປັນຜູ້ປຸກລະດົມ, ສຶກສາອົບຮົມທຸກຊັ້ນຄົນບົນພື້ນຖານຄວາມເປັນເອກະພາບ ໃນອຸດົມການແຫ່ງການສ້າງປະເທດໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີປະຊາທິປະໄຕສີວິໄລ ແລະ ຍຸຕິທຳ.

        ສຳລັບວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍ ຕະຫລອດໄລຍະ 76 ຜ່ານມາ ໄດ້ເຕີບໃຫຍ່ຂະຫຍາຍຕົວຄຽງຄູ່ກັບການຕ່ໍສູ້ປົດປ່ອຍປະເທດຊາດ ແລະ ການສ້າງສາພັດທະນາປະເທດຊາດ. ພັກປະຊາຊົນປະຕິວັດລາວ ຍາມໃດກໍຖືສື່ມວນຊົນເປັນພາຫະນະອັນແຫລມຄົມໃນການໂຄສະນາ, ສຶກສາອົບຮົມ, ປຸກລະດົມ ແລະ ຈັດຕັ້ງນຳພາປະຊາຊົນເຂົ້າຮ່ວມໃນຂະບວນການປະຕິວັດຈົນສາມາດຍາດໄດ້ໄຊຊະນະ ແລະ ສືບຕໍ່ປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນແຕ່ລະໄລຍະ. ພ້ອມນັ້ນກໍໄດ້ມີການຫັນປ່ຽນຮູບແບບຈາກການສື່ສານທາງດຽວມາເປັນການສ່ືສານແບບມີສ່ວນຮ່ວມທ່ີເຂ້ົາເຖິງມວນຊົນໄດ້ຫລາກຫລາຍກວ່າເກ່ົາ. ໄດ້ປະກອບສ່ວນໂຄສະນາເຜີຍແຜ່ແນວທາງ, ແຜນນະໂຍບາຍ, ມະຕິກອງປະຊຸມໃຫຍ່ຂອງພັກ, ມະຕິກອງປະຊຸມຄະນະບໍລິຫານງານສູນກາງພັກ ໃນແຕ່ລະຄັ້ງ ລົງສູ່ມະຫາຊົນໄດ້ຢ່າງກວ້າງຂວາງ ແລະ ທັນເວລາ. ອັນພົ້ນເດັ່ນໃນໄລຍະມໍ່ໆນີ້ ໄດ້ໂຄສະນາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ ໂດຍສະເພາະແມ່ນມະຕິກອງປະຊຸມໃຫຍ່ ຄັ້ງທີ XI, XII ຂອງພັກ ແລະ ຜັນຂະຫຍາຍເນ້ືອໃນມະຕິການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່, ຜັນຂະຫຍາຍວຽກງານປັບປຸງກົງຈັກການຈັດຕັ້ງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ; ຜັນຂະຫຍາຍການຍູ້ແຮງພາລະກິດປ່ຽນແປງໃໝ່ ໃຫ້ເຂົ້າສູ່ລວງເລິກດ້ວຍການສ້າງການຫັນປ່ຽນຢ່າງແຂງແຮງເລິກເຊິ່ງຮອບດ້ານ; ຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX, X ຂອງລັດ, ວຽກງານຈຸດສຸມຂອງສະພາແຫ່ງຊາດ, ການເຄື່ອນໄຫວວຽກງານຈຸດສຸມຂອງລັດຖະບານທັງສູນກາງ ແລະ ທ້ອງຖິ່ນ, ໄດ້ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າຂອງປະຊາຊົນ ກໍຄື ວຽກດີຄົນເດັ່ນ ແລະ ການສົ່ງເສີມການນໍາໃຊ້ຜະລິດຕະພັນພາຍໃນປະເທດ; ສ່ອງແສງເຫດການ ແລະ ວັນສໍາຄັນຕ່າງໆຂອງພັກ, ຂອງຊາດຢ່າງກວ້າງຂວາງ, ເລິກເຊິ່ງ ແລະ ຕໍ່ເນື່ອງເປັນຕົ້ນວັນສ້າງຕັ້ງສື່ມວນຊົນ ຄົບຮອບ 75 ປີ, ວັນ ສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ; ການໂຄສະນາຮັບໃຊ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ແລະ ວັນສໍາຄັນອື່ນໆ. ເພື່ອສະໜອງຂໍ້ມູນໃຫ້ສັງຄົມເຂົ້າໃຈຢ່າງຖືກຕ້ອງ, ທັນການ ແລະ ຄົບຖ້ວນນັ້ນ ສື່ມວນຊົນຍັງໄດ້ປະກອບສ່ວນໂຄສະນາໃຫ້ແກ່ການປ້ອງກັນ, ການແຜ່ລະບາດຂອງພະຍາດຕ່າງໆ; ການເປີດນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ແລະ ການນໍາໃຊ້ເສັ້ນທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ຄຽງຄູ່ກັບການໂຄສະນາສົ່ງເສີມດຶງດູດການທ່ອງທ່ຽວນັບມື້ເພີ່ມຂຶ້ນ. ນອກນັ້ນ, ໄດ້ໂຄສະນາເພື່ອສົ່ງເສີມການທ່ອງທ່ຽວ (ປີທ່ອງທ່ຽວລາວ), ການເປັນປະທານໝູນວຽນຂອງອາຊຽນຂອງ ສປປ ລາວ, ການທ່ອງທ່ຽວອາຊຽນ, ການດຶງດູດການລົງທຶນ ແລະ ການກະກຽມຄວາມພ້ອມໃຫ້ແກ່ການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ.

 ຊົມເຊີຍ ວັນສ້າງຕັ້ງແນວລາວສ້າງຊາດ, ວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີ ຢ່າງສຸດໃຈ !

KPL

ຂ່າວອື່ນໆ

ads
ads

Top