ຮີດຄອງປະເພນີ ແລະ ວິຖີຊີວິດອັນເປັນເອກະລັກຂອງເຜົ່າຕະໂອ້ຍ

12/08/2026 13:22
ຂປລ ຂປລ.ເຜົ່າຕະໂອ້ຍ ແມ່ນໜຶ່ງໃນຊົນເຜົ່າທີ່ມີປະຫວັດຄວາມເປັນມາອັນຍາວນານ ແລະ ມີເອກະລັກທາງດ້ານວັດທະນະທຳທີ່ໂດດເດັ່ນຢູ່ໃນ ສປປ ລາວ. ຊົນເຜົ່ານີ້ ໂດຍສ່ວນຫລາຍອາໄສຢູ່ໃນເຂດພູດອຍ ແລະ ພູພຽງຂອງເຂດພາກໃຕ້ລາວ ເຊັ່ນ: ເມືອງສະໝ້ວຍ, ເມືອງຕະໂອ້ຍ ຢູ່ແຂວງສາລະວັນ, ແຂວງເຊກອງ, ແລະ ແຂວງອັດຕະປື.

ຂປລ.ເຜົ່າຕະໂອ້ຍ ແມ່ນໜຶ່ງໃນຊົນເຜົ່າທີ່ມີປະຫວັດຄວາມເປັນມາອັນຍາວນານ ແລະ ມີເອກະລັກທາງດ້ານວັດທະນະທຳທີ່ໂດດເດັ່ນຢູ່ໃນ ສປປ ລາວ. ຊົນເຜົ່ານີ້ ໂດຍສ່ວນຫລາຍອາໄສຢູ່ໃນເຂດພູດອຍ ແລະ ພູພຽງຂອງເຂດພາກໃຕ້ລາວ ເຊັ່ນ: ເມືອງສະໝ້ວຍ, ເມືອງຕະໂອ້ຍ ຢູ່ແຂວງສາລະວັນ, ແຂວງເຊກອງ, ແລະ ແຂວງອັດຕະປື.

ວິຖີຊີວິດຂອງເຜົ່າຕະໂອ້ຍ ຜູກພັນຢ່າງແໜ້ນແຟ້ນກັບທຳມະຊາດ, ຄວາມເຊື່ອ ແລະ ຮີດຄອງປະເພນີທີ່ໄດ້ຮັບການຖ່າຍທອດມາຈາກບັນພະບຸລຸດຢ່າງເຂັ້ມງວດ. ດ້ານຄວາມເຊື່ອ ແລະ ສາສະໜາ ໂດຍເຜົ່າຕະໂອ້ຍ ມີຄວາມເຊື່ອຖືໃນການນັບຖືຜີ ໂດຍເຊື່ອວ່າທຸກໆສິ່ງໃນທຳມະຊາດ ບໍ່ວ່າຈະເປັນພູຜາ, ປ່າໄມ້ ຫລື ຜືນດິນລ້ວນແຕ່ມີ  ຜີ  ຫລື  ເຈົ້າຖິ່ນເຈົ້າຖານຄຸ້ມຄອງຢູ່. ສ່ວນຜີເຮືອນ ແລະ ຜີບັນພະບຸລຸດ ແມ່ນເປັນສິ່ງທີ່ຊາວຕະໂອ້ຍໃຫ້ຄວາມເຄົາລົບສູງສຸດ ເພາະເຊື່ອວ່າຈະຄຸ້ມຄອງໃຫ້ຄອບຄົວມີຄວາມສຸກ ແລະ ຢູ່ເຢັນເປັນສຸກ.

ການເຄືື່ອນໄຫວ ເມື່ອມີການເຈັບປ່ວຍ, ການເລີ່ມລະດູການເຮັດໄຮ່ ຫລື ການປູກສ້າງເຮືອນໃໝ່ ຈະຕ້ອງມີພິທີທາງສາສະໜາ ເພື່ອຂໍໂຊກຂໍລາບ ແລະ ຂໍຄວາມຄຸ້ມຄອງ. ຂະນະທີ່ພິທີກຳ ແລະ ງານປະເພນີທີ່ສຳຄັນຂອງເຜົ່າຕະໂອ້ຍ ມີຄວາມງົດງາມ ແລະ ເຕັມໄປດ້ວຍພິທີທີ່ໂດດເດັ່ນ. ໃນນັ້ນ, ພິທີບຸນກິນຢາງ ເປັນບຸນໃຫຍ່ປະຈຳປີ ທີ່ຈັດຂຶ້ນຫລັງຈາກການເກັບກ່ຽວຜົນຜະລິດທາງກະສິກຳ (ການເກັບກ່ຽວເຂົ້າໄຮ່-ເຂົ້ານາ). ບຸນນີ້ຈັດຂຶ້ນເພື່ອຂອບໃຈ ຜີໄຮ່ ຜີນາ ແລະ ຜີບັນພະບູລຸດ ທີ່ຊ່ວຍໃຫ້ຜົນຜະລິດໄດ້ຮັບໝາກຜົນທີ່ດີ ຊຶ່ງໃນງານຈະມີການຂ້າຄວາຍ ຫລື ໝູ ເພື່ອເຊັ່ນໄຫວ້, ມີການຮ້ອງການລຳ, ແລະ ການເຕັ້ນການຟ້ອນຕາມຈັງຫວະກອງ ແລະ ຄ້ອງ.

ສ່ວນເຄື່ອງແຕ່ງກາຍ ແລະ ຫັດຖະກຳສີມື ຂອງເຜົ່າຕະໂອ້ຍ ມີຄວາມງົດງາມ ແລະ ສະທ້ອນເຖິງສີມືອັນປານີດໃນການຕໍ່າແຜ່ນຜ້າ, ຜ້າຝ້າຍ ແລະ ຜ້າກ້ານ ເອກະລັກສຳຄັນ ແມ່ນການຕໍ່າຜ້າແຊກລູກປັດ ທີ່ໃຊ້ເຕັກນິກການຮ້ອຍລູກປັດສີຂາວ ຫລື ລູກປັດໂລຫະ ເຂົ້າໄປໃນເສັ້ນດ້າຍໃນຂະນະທີ່ຕໍ່າຜ້າ ເຮັດໃຫ້ເກີດເປັນລວດລາຍທີ່ງົດງາມ ແລະ ມີນ້ຳໜັກ. ສຳລັບສີສັນ ສ່ວນຫລາຍຈະເນັ້ນໃຊ້ສີທຳມະຊາດເຊັ່ນ: ສີດຳ, ສີແດງ, ສີຂຽວ ແລະ ສີເຫລືອງ. ການນຸ່ງຖືນັ້ນ ຜູ້ຊາຍມັກນຸ່ງຕ່ຽວ (ຜ້າຕ່ຽວ) ແລະ ແກວ່ງຜ້າ, ສ່ວນຜູ້ຍິງຈະນຸ່ງສິ້ນກ່ານຍາວ ແລະ ມີຜ້າພັນເອິກ.

ໃນອະດີດ, ຊາວຕະໂອ້ຍມັກຢູ່ນຳກັນເປັນຄອບຄົວໃຫຍ່ໃນເຮືອນຍາວ, ເຮືອນຈະປູກດ້ວຍໄມ້ ແລະ ມຸງດ້ວຍຫຍ້າຄາ. ສູນກາງຂອງບ້ານ (ເຮືອນກວ້າງ) ທຸກໆບ້ານຈະມີ "ເຮືອນກວ້າງ" ຫລື ເຮືອນປະຊຸມຮ່ວມຢູ່ຈຸດສູນກາງຂອງບ້ານ ເພື່ອໃຊ້ເປັນບ່ອນຮ່ວມຊຸມນຸມ, ເຮັດພິທີກຳຂອງບ້ານ ແລະ ຕ້ອນຮັບແຂກບ້ານແຂກເມືອງ. ແນວໃດກໍດີ, ຮີດຄອງປະເພນີຂອງເຜົ່າຕະໂອ້ຍ ບໍ່ພຽງແຕ່ແມ່ນສິ່ງທີ່ສະທ້ອນເຖິງຄວາມເຊື່ອ ແລະ ວິຖີຊີວິດໃນອະດີດເທົ່ານັ້ນ, ແຕ່ຍັງເປັນມໍລະດົກທາງວັດທະນະທຳທີ່ຮັ່ງມີ ແລະ ມີຄຸນຄ່າຂອງຊາດລາວ. ການປົກປັກຮັກສາ, ສືບທອດ ແລະ ຟື້ນຟູປະເພນີອັນດີງາມຂອງເຜົ່າຕະໂອ້ຍ ເປັນສິ່ງສຳຄັນ ເພື່ອໃຫ້ຄົນຮຸ່ນຫລັງໄດ້ຮຽນຮູ້ ແລະ ພູມໃຈໃນຄວາມຫລາກຫລາຍທາງວັດທະນະທຳຂອງປະເທດເຮົາ.

ໂດຍ: ເຂົ້າຈານນ້ຳ

KPL

ຂ່າວອື່ນໆ

ads
ads

Top