ງານຊາປະນະກິດສົບລະດັບຊາດ ສະຫາຍ ໄຊສົມພອນ ພົມວິຫານ ຈັດຂຶ້ນຢ່າງສົມກຽດ

13/08/2026 09:36
Email Print 768
ຂປລ ງານຊາປະນະກິດສົບລະດັບຊາດ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ທີ່ໄດ້ເຖິງແກ່ມໍລະນະກຳ ໃນເວລາ 11:18 ໂມງຂອງວັນທີ 8 ສິງຫາ 2026 ດ້ວຍ ພະຍາດເສ້ັນເລືອດອັກເສບທ່ີຮ້າຍແຮງ, ລວມອາຍຸໄດ້ 70 ປີ.

     ຂປລ. ງານຈັດຂຶ້ນຢ່າງສົມກຽດໃນວັນທີ 12 ສິງຫາ 2026 ຢູ່ເດີ່ນພະທາດຫລວງວຽງຈັນ ໂດຍມີສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ເຈ່ີນ ເກີມ ຕູ໊  ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ມີບັນດາການນຳຂ້ັນສູງພັກ, ລັດ, ບັນດາທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ພ້ອມດ້ວຍມວນຊົນພາຍໃນນະຄອນຫລວງວຽງຈັນ ເຂົ້າຮ່ວມ.

    ໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ຂຶ້ນອ່ານບົດສະດຸດີເຖິງສະຫາຍ ໄຊສົມພອນ ພົມວິຫານ ໂດຍມີເນ້ືອໃນບາງຕອນເນັ້ນເຖິງຊີວິດ, ການອຸທິດຕົນ ແລະ ຜົນງານຂອງສະຫາຍ ໄຊສົມພອນ ພົມວິຫານ ຕະຫລອດກວ່າ 5 ທົດສະວັດໃນພາລະກິດຮັບໃຊ້ຊາດ, ຮັບໃຊ້ພັກ ແລະ ປະຊາຊົນ, ສະຫາຍ ໄຊສົມພອນ ພົມວິຫານ ເກີດວັນທີ 12 ທັນວາ 1956 ຢູ່ບ້ານນາແມວ ເມືອງຊຳເໜືອ ແຂວງຫົວພັນ, ສະຫາຍໄດ້ສຶກສາຢູ່ ສສ ຫວຽດນາມ, ສປ ຈີນ ແລະ ສະຫະພາບ ໂຊວຽດ ຈົນສຳເລັດລະດັບປະລິນຍາເອກດ້ານເສດຖະສາດການເມືອງ. ຕະຫລອດໄລຍະການຮັບໃຊ້ປະເທດຊາດ, ສະຫາຍ ໄດ້ດຳລົງຫລາຍຕຳແໜ່ງສຳຄັນເປັນຕົ້ນຮອງເຈົ້າແຂວງ ແລະ ເຈົ້າແຂວງສະຫວັນນະເຂດ, ລັດຖະມົນຕີກະຊວງການເງິນ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ປະທານກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ, ປະທານສູນກາງແນວລາວສ້າງຊາດ ແລະ ປະທານສະພາແຫ່ງຊາດ ຈົນສິ້ນລົມຫາຍໃຈ.

      ຕະຫລອດໄລຍະ 5 ທົດສະວັດກວ່າທ່ີສະຫາຍ ໄຊສົມພອນ ພົມວິຫານ ໄດ້ເຂົ້າຮ່ວມໃນພາລະກິດລວມຂອງພັກ-ລັດ ແລະ ໄດ້ຮັບການຢັ້ງຢືນວ່າ ສະຫາຍແມ່ນນັກຮຽນຮູ້ປັນຍາຊົນປະຕິວັດ ທ່ີມີຄວາມຮູ້ຄວາມສາມາດທີ່ເລິກເຊິ່ງຫລາຍດ້ານ, ມີວິໄສທັດກວ້າງໄກ, ມີທັດສະນະຫລັກໝັ້ນການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີມະໂນທຳ, ມີຈິດໃຈຮັກເຊື້ອແພງຊາດ, ມີນໍ້າໃຈເສຍສະລະອັນສູງສົ່ງ, ມີຄວາມຈົງຮັກພັກດີ-ບໍລິສຸດຕໍ່ພັກ ຕ່ໍປະເທດຊາດ ແລະ ຕໍ່ປະຊາຊົນ, ຍາມໃດກໍມີຄວາມມຸ່ງໝັ້ນ ແລະ ຍຶດໝັ້ນໃນອຸດົມການອັນສູງສົ່ງຂອງພັກ; ມີຄວາມທຸ່ນທ່ຽງ, ສຸຂຸມ- ຮອບຄອບ ແລະ ມີໄຫວພິບໃນການຈັດຕັ້ງປະຕິບັດວຽກງານທີ່ຕົນຮັບຜິດຊອບ, ກໍາແໜ້ນແນວທາງ, ນະໂຍບາຍຂອງພັກ ແລະ ເປັນແບບຢ່າງນໍາໜ້າໃນການຈັດຕັ້ງປະຕິບັດເຂົ້າສູ່ວຽກງານຕົວຈິງ; ສະຫາຍ ໄດ້ຜ່ານການຝຶກຝົນ, ທົດສອບໃນຫລາຍຂົງເຂດວຽກງານ ຊຶ່ງໃນແຕ່ລະວຽກທີ່ຖືກມອບໝາຍລ້ວນແຕ່ໄດ້ຮັບຜົນສໍາເລັດ ແລະ ມີຜົນງານຢ່າງເປັນຮູບປະທໍາ. 

    ຕະຫລອດຊີວິດແຫ່ງການປະຕິວັດຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ອຸທິດຕົນເພ່ືອພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ເວລາໃດກໍຖືຜົນປະໂຫຍດຂອງພັກ, ຂອງຊາດ ແລະ ຂອງປະຊາຊົນ ເໜືອກວ່າສິ່ງອື່ນໃດ; ເວລາໃດສະຫາຍກໍດໍາລົງຊີວິດແບບລຽບງ່າຍ, ປອດໃສຂາວສະອາດ, ປະຢັດມັດທະຍັດ, ໃກ້ຊິດຕິດແທດກັບມະຫາຊົນ, ຈິງໃຈຕໍ່ເພື່ອນສະຫາຍ, ເອ້ືອເຟ້ືອເພ່ືອແຜ່ກັບທຸກຄົນຢູ່ອ້ອມຂ້າງຕົນ; ເຂັ້ມງວດໃນດ້ານຫລັກການ, ເຄັ່ງຄັດຕໍ່ລະບຽບວິໄນ; ໄດ້ຮັບຄວາມເຄົາລົບນັບຖື, ເຊື່ອໝັ້ນຈາກເພື່ອນສະຫາຍ ແລະ ປະຊາຊົນລາວບັນດາເຜົ່າ ກໍຄື ຈາກເພື່ອນມິດສາກົນ.

   ດ້ວຍຜົນງານ ແລະ ຄຸນງາມຄວາມດີຂອງສະຫາຍ ໄຊສົມພອນ ພົມວິຫານ ທີ່ໄດ້ເສຍສະລະເຫື່ອແຮງ, ທຸ່ມເທສະຕິປັນຍາເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕະຫລອດຊີວິດຂອງສະຫາຍນັ້ນ, ສະຫາຍຈຶ່ງໄດ້ຮັບການຍ້ອງຍໍສັນລະເສີນຈາກ ພັກ ແລະ ລັດ ຂອງພວກເຮົາ ແລະ ຈາກເພ່ືອນມິດສາກົນ ເປັນຈຳນວນຫລວງຫລາຍ.

   ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ ເປັນການສູນເສຍທີ່ໃຫຍ່ຫລວງສຳລັບພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ, ເຮັດໃຫ້ພັກ-ລັດ ກໍຄື ປະເທດເຮົາສູນເສຍພະນັກງານການນຳຂ້ັນສູງ, ການນຳຍຸດທະສາດທີ່ສໍາຄັນໄປອີກສະຫາຍໜຶ່ງ ຊຶ່ງໄດ້ນຳເອົາຄວາມໂສກເສົ້າ, ເສຍດາຍ ແລະ ອາໄລອາວອນອັນສຸດຊຶ້ງໃຫ້ແກ່ພັກ- ລັດ ແລະ ຄອບຄົວ, ຍາດພີ່ນ້ອງ, ເພື່ອນມິດຜູ້ຢູ່ໃກ້ ແລະ ໄກຢ່າງຫາອັນປຽບບໍ່ໄດ້. 

         ຂ່າວ: ທະນູທອງ

                           
KPL

ຂ່າວອື່ນໆ

    • ເຜີຍແຜ່ມະຕິກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະບໍລິຫານງານພັກສະໄໝທີ XII ແລະ ເອກະສານສຳຄັນຂອງພັກການເມືອງ

      ເຜີຍແຜ່ມະຕິກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະບໍລິຫານງານພັກສະໄໝທີ XII ແລະ ເອກະສານສຳຄັນຂອງພັກ

      9/10/2026 10:45:30 AM

      ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານພັກ ສະໄໝ XII ແລະ ບັນດາເອກະສານສຳຄັນຕ່າງໆຂອງພັກ ໃນວັນທີ 9 ກັນຍາ 2026 ໂດຍການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີຄະນະພັກ, ພະນັກງານຫລັກແຫລ່ງ, ພ້ອມດ້ວຍສະມາຊິກພັກ- ພະນັກງານລັດຖະກອນເຂົ້າຮ່ວມ.

    • ສະພາທິດສະດີສູນກາງພັກ ສະຫລຸບວຽກງານ 5 ປີການເມືອງ

      ສະພາທິດສະດີສູນກາງພັກ ສະຫລຸບວຽກງານ 5 ປີ

      9/10/2026 10:37:33 AM

      ກອງປະຊຸມສະຫລຸບການຈັດຕັ້ງປະຕິບັດວຽກງານສະພາທິດສະດີສູນກາງພັກໄລຍະ 2021-2025 ແລະ ວາງທິດທາງແຜນການໄລຍະ 2026-2030 ຈັດຂຶ້ນໃນວັນທີ 8 ກັນຍາ 2026 ພາຍໃຕ້ການເປັນປະທານຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ປະທານສະພາທິດສະດີສູນກາງພັກ, ມີຮອງປະທານ, ຫົວໜ້າຄະນະກໍາມະການດ້ານຕ່າງໆ ແລະ ສະມາຊິກສະພາທິດສະດີສູນກາງພັກ ເຂົ້າຮ່ວມ.

    • ສປປ ລາວ ມີຄວາມພ້ອມຢ່າງເຕັມສ່ວນ ໃນການປະຕິບັດພາລະບົດບາດປະທານກອງປະຊຸມ  3RC-CCMການເມືອງ

      ສປປ ລາວ ມີຄວາມພ້ອມຢ່າງເຕັມສ່ວນ ໃນການປະຕິບັດພາລະບົດບາດປະທານກອງປະຊຸມ 3RC-CCM

      9/8/2026 11:54:28 AM

      ທ່ານ ນາງ ມຸກດາວັນ ສີສຸລິດ ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ຫົວໜ້າກອງເລຂາ ຄຊກລ ໄດ້ໃຫ້ສໍາພາດຕໍ່ສຶ່ມວນຊົນ ໂດຍໄດ້ຢືນຢັນຢ່າງໜັກແໜ້ນວ່າ: ສປປ ລາວ ມີຄວາມພ້ອມຢ່າງເຕັມສ່ວນ ໃນການປະຕິບັດພາລະບົດບາດປະທານກອງປະຊຸມທົບທວນຮອບວຽນທີ 3 ສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (3RC CCM) ໂດຍໄດ້ມີການກະກຽມຄວາມພ້ອມຢ່າງຮອບດ້ານ ແລະ ຢ່າງລະອຽດຖີ່ຖ້ວນ.

    • ລາວ-ກາຊັກສະຖານ ລົງນາມການຮ່ວມມືວຽກງານໄອຍະການການເມືອງ

      ລາວ-ກາຊັກສະຖານ ລົງນາມການຮ່ວມມືວຽກງານໄອຍະການ

      9/7/2026 7:36:33 PM

      ໃນວັນທີ 3 ກັນຍາ 2026, ທີ່ນະຄອນຫຼວງອັດສະຕານາ, ສາທາລະນະລັດ ກາຊັກສະຖານ, ໃນໂອກາດການຢ້ຽມຢາມທາງລັດຖະກິດຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການສູງສຸດ ແຫ່ງ ສາທາລະນະລັດ ກາຊັກສະຖານ ເພື່ອວາງຂອບ ແລະ ສ້າງພື້ນຖານ ໃຫ້ແກ່ການຮ່ວມມືວຽກງານໄອຍະການ ລະຫວ່າງສອງອົງການ ໃນຕໍ່ໜ້າຢ່າງມີປະສິດທິຜົນ.

    • ປະທານປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບປະທານາທິບໍດີເບລາຣຸດຊີການເມືອງ

      ປະທານປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບປະທານາທິບໍດີເບລາຣຸດຊີ

      9/7/2026 12:47:54 PM

      ໃນວັນທີ 1 ກັນຍາ 2026 ທີ່ນະຄອນຫລວງບິສະເກັກ, ສ ກຽກກິດສະຖານ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອາເລັກຊານເດີ ລູກາເຊັນໂກປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (SCO Plus).

ads
ads

Top