ຂປລ
ຂປລ. ວຽກງານ ກະສິກໍາ ເປັນອີກວຽກງານໜຶ່ງທີ່ມີຄວາມສໍາຄັນຕໍ່ການດໍາຊີວິດ ແລະ ສ້າງເສດຖະກິດຂອງປະຊາຊົນ ໃນຂອບເຂດທົ່ວປະເທດ ທີ່ມີເງື່ອນໄຂໃນການຜະລິດ ເໝືອນກັບ ປະຊາຊົນ ບ້ານ ລ້ອງໜ້ຽງ ແລະ ບ້ານ ພູລັງຈັງ ເມືອງພູຄູນ ແຂວງຫລວງພະບາງ

ຂປລ. ວຽກງານ ກະສິກໍາ ເປັນອີກວຽກງານໜຶ່ງທີ່ມີຄວາມສໍາຄັນຕໍ່ການດໍາຊີວິດ ແລະ ສ້າງເສດຖະກິດຂອງປະຊາຊົນ ໃນຂອບເຂດທົ່ວປະເທດ ທີ່ມີເງື່ອນໄຂໃນການຜະລິດ ເໝືອນກັບ ປະຊາຊົນ ບ້ານ ລ້ອງໜ້ຽງ ແລະ ບ້ານ ພູລັງຈັງ ເມືອງພູຄູນ ແຂວງຫລວງພະບາງ ກໍເປັນບ້ານໜຶ່ງ ທີ່ໄດ້ຫັນປ່ຽນຈາກການຖາງປ່າເຮັດໄຮ່ ມາສູ່ການປູກຜັກກະລໍ່າປີ ຕາມສັນພູ ຈົນກາຍເປັນພືດເສດຖະກິດສຳຄັນ ທີ່ສາມາດສ້າງລາຍຮັບໃຫ້ປະຊາຊົນໃນໝູ່ບ້ານໃນລະດູການຜ່ານມາສູງເຖິງ 17 ຕື້ກີບ. ສະນັ້ນ, ເພື່ອເຮັດໃຫ້ວຽກງານກະສິກໍາ ໄດ້ຮັບການພັດທະນາຫລາຍຂຶ້ນ ຫວ່າງບໍ່ດົນມານີ້ ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງຫລວງພະບາງ ພ້ອມດ້ວຍຄະນະການນຳຂັ້ນແຂວງ, ຂັ້ນເມືອງ ພູຄູນ ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ ການປູກຜັກກະລໍາປີ ຕາມສັນພູ ຂອງປະຊາຊົນ ບ້ານ ລ້ອງໜ້ຽງ ແລະ ບ້ານ ພູລັງຈັງ ເມືອງ ພູຄູນ ແຂວງຫລວງພະບາງ.

ໃນໄລຍະຜ່ານມາປະຊາຊົນເມືອງພູຄູນ ໄດ້ຢຶດຖືກເອົາການປູກຝັງແບບປະສົມປະສານ ເຮັດໃຫ້ພໍແຕ່ກຸ່ມຢູ່ກຸ້ມກິນ, ແຕ່ດ້ວຍຄວາມເອົາໃຈໃສ່ຂອງພັກ-ລັດ ລວມທັງການຊຸກຍູ້ຂອງຂະແໜງການທີ່ກ່ຽວຂ້ອງ ຈຶ່ງນຳເອົາແນວພັນຜັກກະລໍ່າປີມາສົ່ງເສີມໃຫ້ປະຊາຊົນປູກ ແລະ ກາຍເປັນອາຊີບສ້າງລາຍຮັບທີ່ໝັ້ນຄົງ. ປະຈຸບັນທົ່ວເມືອງ ພູຄູນ ມີເນື້ອທີການປູກຜັກກະລໍ່າປີ 82,6 ເຮັກຕາ, ມີ 225 ຄອບຄົວເຂົ້າຮ່ວມຜະລິດ ໄດ້ຜົນຜະລິດສະເລ່ຍ 2.925 ໂຕນ ສາມາດສ້າງລາຍຮັບໄດ້ທັງໝົດປະມານ 17 ຕື້ກີບ. ໃນນັ້ນ, ບ້ານ ລ້ອງໜ້ຽງ ແລະ ບ້ານ ພູລັງຈັງ ເປັນບ້ານທີ່ມີຜົນຜະລິດໂດດເດັ່ນ ໂດຍຜົນຜະລິດສ່ວນໃຫຍ່ແມ່ນສົ່ງອອກໄປປະເທດຫວຽດນາມ ແລະ ມີພໍ່ຄ້າ-ແມ່ຄ້າ ບັນດາແຂວງອ້ອມຂ້າງມາຮັບຊື້ກັບສວນ ເພື່ອນຳໄປຈຳໜ່າຍຕໍ່.
ໃນໂອກາດນີ້, ທ່ານ ບຸນເລື່ອມ ມະນີວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄວາມດຸໝັ່ນຂະຫຍັນພຽນ ຂອງປະຊາຊົນ ທີ່ຮູ້ຈັກນຳໃຊ້ທ່າແຮງຂອງພື້ນທີ່ໃຫ້ເກີດປະໂຫຍດພັດທະນາເປັນສວນຜັກ ເສດຖະກິດ ທີ່ສ້າງລາຍຮັບຄົງທີ່ ແລະ ສາມາດຍົກລະດັບຄຸນນະພາບຊີວິດໃຫ້ດີຂຶ້ນ. ພ້ອມນັ້ນ, ທ່າຍັງໄດ້ເນັ້ນໃຫ້ຊາວກະສິກອນ ກໍຄືປະຊາຊົນທົ່ວເມືອງພູຄູນ ສືບຕໍ່ພັດທະນາເຕັກນິກການປູກທີ່ທັນສະໄໝ ແລະ ຮັກສາຄຸນນະພາບຂອງຜົນຜະລິດ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ບໍລິໂພກ ແລະ ສ້າງລາຍໄດ້ທີ່ໝັ້ນຄົງໃຍໄລຍະຍາວ.
ນອກຈາກນັ້ນ, ຄະນະຍັງໄດ້ລົງຊຸກຍູ້ການເຝົ້າລະວັງສະພາບດິນເຈື່ອນຖົມທາງ ຢູ່ຕາມເສັ້ນທາງຫລວງແຫ່ງຊາດເລກທີ13 ເໜືອ ລະຫວ່າງ ເມືອງພູຄູນ ແຂວງຫລວງພະບາງ ຫາ ເມືອງ ກາສີ ແຂວງວຽງຈັນ ເພື່ອປ້ອງກັນ ແລະ ຫລຸດຜ່ອນຜົນກະທົບຈາກໄພທຳມະຊາດໃນລະດູຝົນຕື່ມອີກ.
KPL