ຂໍ້ລິເລີ່ມວ່າດ້ວຍການພັດທະນາທົ່ວໂລກ ສາມາດຊ່ວຍອາຊຽນກ້າວຂຶ້ນສູ່ລະດັບໃໝ່

12/08/2026 19:54
ຂປລ ຂໍ້​ລິ​ເລີ່ມ​ ວ່າ​ດ້ວຍ​ ການ​ພັດ​ທະ​ນາ​ທົ່ວ​ໂລກ ແລະ ແຜນ​ການ​ຍຸດ​ທະ​ສາດ ​​ຂອງອາ​ຊຽນ ຫລາຍ​ໂຄງ​ການ ມີ​ຄວາມ​ສອດ​ຄ່ອງ​ກັນ ​ໃນ​ລະ​ດັບ​ສູງ, ກວມ​ເອົາ​ ການ​ກໍ່​ສ້າງ ​ພື້ນ​ຖານ​ໂຄງ​ລ່າງ, ລະ​ບ​ຽບ​ການ, ດີ​ຈີ​ຕອນ, ​ການ​ພັດ​ທະ​ນາສີ​ຂຽວ, ການ​ບົ່ມ​ເພາະ​ ສ້າງ​ບຸກ​ຄະ​ລາ​ກອນ ແລະ​ ຂົງ​ເຂດ​ອື່ນໆ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນ​ທີ 11 ສິງ​ຫາ​ນີ້, ທ່ານ ​ນາງ ໂຈ​ແອນ ລິນ ເວີ​ຍ​ຫລີງ ນັກ​ຄົ້ນ​ຄວ້າອາ​ວຸ​ໂສ​ ຈາກສະ​ຖາ​ບັນ​ຄົ້ນ​ຄວ້າ​ ອາ​ຊີ​ ຕາ​ເວັນ​ອອກ​ ສຽງ​ໃຕ້ ຢຸ​ໂຊ​ຟ ອິ​ຊັກ ສິງ​ກະ​ໂປ ໄດ້​ລົງ​ບົດ​ຄວາມ​ຜ່ານ ​ໜັງ​ສື​ພິມ​ລາຍ​ວັນ​ຈີນ ໂດຍ​ລະ​ບຸ​ວ່າ: ຂໍ້​ລິ​ເລີ່ມ​ ວ່າ​ດ້ວຍ​ ການ​ພັດ​ທະ​ນາ​ທົ່ວ​ໂລກ ແລະ ແຜນ​ການ​ຍຸດ​ທະ​ສາດ ​​ຂອງອາ​ຊຽນ ຫລາຍ​ໂຄງ​ການ ມີ​ຄວາມ​ສອດ​ຄ່ອງ​ກັນ ​ໃນ​ລະ​ດັບ​ສູງ, ກວມ​ເອົາ​ ການ​ກໍ່​ສ້າງ ​ພື້ນ​ຖານ​ໂຄງ​ລ່າງ, ລະ​ບ​ຽບ​ການ, ດີ​ຈີ​ຕອນ, ​ການ​ພັດ​ທະ​ນາສີ​ຂຽວ, ການ​ບົ່ມ​ເພາະ​ ສ້າງ​ບຸກ​ຄະ​ລາ​ກອນ ແລະ​ ຂົງ​ເຂດ​ອື່ນໆ, ມີ​ຜົນ​ດີ​ ຕໍ່​ການ​ຍົກລະ​ດັບ ​ຄວາມ​ສາ​ມາດ​ປະ​ຕິ​ບັດ​ງານ​ຂອງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ ​ຂອງ​ພາກ​ພື້ນ ແລະ ຊຸກ​ຍູ້​ ໃຫ້​ສ້າງ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ​ທີ່​ມີ​ຄວາມ​ໜຽວ​ແໜ້ນ, ກວມ​ລວມ ແລະ ມີ​ຄວາມ​ຍື​ນ​ຍົງ ຫລາຍກວ່າ​ເກົ່າ.ປັດ​ຈຸ​ບັນ, ອາ​ຊຽນ​ ພວມ​ປະ​ເຊີນ​ໜ້າ​ກັບ​ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ການ​ປະ​ຕິ​ວັດ​ ດ້ານ​​ເຕັກ​ໂນ​ໂລ​ຊີ, ຕ່ອງ​ໂສ້​ການ​ສະ​ໜອງ​ ມີ​ຄວາມ​ອ່ອນ​ແອ, ຄວາມ​ສາ​ມາດ ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ​​ບໍ່​ສະ​ໝ່ຳ ​ສະ​ເໝີ ແລະ ສິ່ງ​ທ້າ​ທາຍ​ອື່ນໆ ເຊິ່ງ​ຕ້ອງ​ການ​ເພີ່ມ​ທະ​ວີ​ ການ​ປະ​ສານ​ສົມ​ທົບ ​ດ້ານ​ລະ​ບຽບ​ການ ແລະ ການ​ເຊື່ອມ​ຕໍ່ ​ຂ້າມ​ຊາຍ​ແດນ​ ຢ່າງ​ຮີບ​ດ່ວນ. ຂໍ້​ລິ​ເລີ່ມ​ ວ່າ​ດ້ວຍ​ການ​ພັດ​ທະ​ນາ ​ທົ່ວ​ໂລກ​ ສາ​ມາດ​ຕອບ​ສະ​ໜອງ​ກັບ​ຄວາມ​ຕ້ອງ​ການ​ຂອງ​ອາຊຽນ​ ໃນ​ດ້ານ​ການຫລຸດ​ຜ່ອນ ​ຄວາມ​ທຸກ​ຍາກ, ຄວາມ​ໝັ້ນ​ຄົງ​ ດ້ານ​ສະ​ບຽງ​ອາ​ຫານ, ເສດ​ຖະ​ກິດ​ດີ​ຈີ​ຕອນ, ການ​ດຳ​ເນີນ​ງານ ​ດ້ານ​ດິນ​ຟ້າ​ອາ​ກາດ ແລະ ​ຂົງ​ເຂດ​ອື່ນໆ, ທ່າ​ແຮງ​ດ້ານ​ທຶນ​ຮອນ,ເຕັກ​ໂນ​ໂລ​ຊີ ແລະ ​ປະ​ສົບ​ການ​ຈາກ​ຂໍ້​ລິ​ເລີ່ມ​ດັ່ງ​ກ່າວ ​ໄດ້​ສະ​ໜອງ​ການ​ຄ້ຳ​ປະ​ກັນ​ຕົວ​ຈິງ​ ໃຫ້​ແກ່​ ການ​ຈັດ​ຕັ້ງ​ປະ​ຕິ​ບັດ ​ຄຳ​ໝັ້ນ​ສັນ​ຍາ​ໃນ​ພາກ​ພື້ນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top