ຍອດຜູ້ເສຍຊີວິດຈາກແຜ່ນດິນໄຫວຢູ່ ໂກລົມບີ ເພີ່ມຂຶ້ນ ຫລາຍກວ່າ 240 ຄົນ

12/08/2026 20:01
ຂປລ ປັດ​ຈຸ​ບັນ, ຍອດຜູ້ເສຍຊີວິດ ຈາກເຫດການແຜ່ນດິນໄຫວ ເພີ່ມຂຶ້ນ ຫລາຍກວ່າ 240 ຄົນ ແລະ ສູນຫາຍ ຫລາຍ​ກວ່າ 3.800 ຄົນ

ຂປລ.ວິທະຍຸ ກະຈ່າຍສຽງ ຫວຽດນາມ, ປັດ​ຈຸ​ບັນ, ຍອດຜູ້ເສຍຊີວິດ ຈາກເຫດການແຜ່ນດິນໄຫວ ເພີ່ມຂຶ້ນ ຫລາຍກວ່າ 240 ຄົນ ແລະ ສູນຫາຍ ຫລາຍ​ກວ່າ 3.800 ຄົນ​ ເຫດ​ແຜ່ນ​ດິນ​ໄຫວ​ ໄດ້​ເຮັດ​ໃຫ້​ບັນ​ດາ​ນະ​ຄອນ​ຂຶ້ນ​ກັບ ເຂດ​ປູກ​ກາ​ເຟ​ ທາງ​ທິດ​ຕ​າ​ເວັນ​ຕົກ ແລະ ເຂດດິນແດນແຄມ ​ປາ​ຊີ​ຟິກ ​ຂອງ​ໂກ​ລົມ​ບີ​ ສັ່ນ​ສະ​ເທືອນ, ດ້ວຍ​ຈຸດ​ໃຈ​ກາງນອນ ​ຢູ່​ໃກ້​ເຂດ San José del Palmar ຂຶ້ນ​ກັບ Choco. ອົງ​ການ​ຮັບ​ມື​ສຸກເສີນ​ ລະ​ດັບ​ຊາດ ​ຄາດ​ວ່າ ​ເຫດ​ແຜ່ນ​ດິນ​ໄຫວ ​ເຮັດ​ໃຫ້ປະຊາຊົນ ຫລາຍ​ກວ່າ 1.495 ຄົນ ​ຖືກ​ບາດ​ເຈັບ ແລະ ສົ່ງຜົນ​ສະ​ທ້ອນ​ ຫລາຍກວ່າ 350 ຕົວ​ເມືອງ ​ຂຶ້ນ​ກັບ 12 ແຂວງ, ເຮັດ​ໃຫ້​ເຮືອນ​ເກືອບ 5.000 ຫລັງ ໄດ້ຮັບຄວາມເສຍຫາຍ ຢ່າງໜັກ./.(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top