ອົດສະຕຣາລີ ທົດລອງລະບົບແຈ້ງເຕືອນເຫດສຸກເສີນ ທົ່ວປະເທດ

29/07/2026 22:35
ຂປລ ທ່ານ ຄຣິສະຕີ ແມກເບນ ລັດຖະມົນຕີ ກະຊວງ ການບໍລິຫານ ເຫດສຸກເສີນ ຂອງ ອົດສະຕຣາລີ ໃຫ້ຮູ້ກ່ຽວກັບ ຜົນສໍາເລັດ ຂອງ ການທົດລອງ ລະບົບເຕືອນໄພສຸກເສີນ ລະດັບຊາດ

ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ທ່ານ ຄຣິສະຕີ ແມກເບນ ລັດຖະມົນຕີ ກະຊວງ ການບໍລິຫານ ເຫດສຸກເສີນ ຂອງ ອົດສະຕຣາລີ ໃຫ້ຮູ້ກ່ຽວກັບ ຜົນສໍາເລັດ ຂອງ ການທົດລອງ ລະບົບເຕືອນໄພສຸກເສີນ ລະດັບຊາດ “ອອສອາເລີດ” (AusAlert) ທົ່ວປະເທດ ຫລັງຈາກ ອົງການ ການບໍລິຫານ ເຫດສຸກເສີນ ແຫ່ງຊາດສາມາດ ກະຈາຍ ການແຈ້ງເຕືອນ ໄປສູ່ເສົາ ສັນຍານ ໄດ້ເຖິງ 94% ເຊິ່ງເປັນ ຕົວເລກສູງກວ່າ ເປົ້າໝາຍ ທີ່ຕັ້ງໄວ້ 90% ລວມທັງ ສາມາດ ສົ່ງການ ແຈ້ງເຕືອນ ເຖິງອຸປະກອນ ເຄື່ອນທີ່ ທັງໝົດ.

ບົດລາຍງານ ລະບຸວ່າ ອົດສະຕຣາລີ ມີແຜນນຳໃຊ້ ລະບົບ ອອສອາເລີດ ຢ່າງເປັນທາງການ ພາຍໃນເດືອນຕຸລານີ້ ເຊິ່ງລະບົບໃໝ່ ດັ່ງກ່າວ ໄດ້ຖືກພັດທະນາຂຶ້ນ ຕາມຂໍ້ສະເໜີ ແນະນຳ ຂອງ ຄະນະກຳມາທິການ ບໍລິຫານຈັດການ ໄພພິບັດ ລະດັບຊາດ ປີ 2020 ເຊິ່ງລະບຸເຖິງ ຄວາມຈຳເປັນ ໃນການມີລະບົບ ແຈ້ງເຕືອນ ທີ່ ທັນສະໄໝ, ໜ້າເຊື່ອຖື ແລະ ເປັນມາດຕະຖານ ດຽວກັນ ທົ່ວປະເທດ. ໂດຍລະບົບນີ້ ໃຊ້ເຕັກໂນໂລຊີ ແຈ້ງເຕືອນ ຜ່ານເຄືອຂ່າຍ ສັນຍານໂທລະສັບ ເຄື່ອນທີ່ (Cell Broadcast) ເພື່ອສົ່ງການ ແຈ້ງເຕືອນ ໂດຍກົງ ໄປສູ່ ອຸປະກອນ ເຄື່ອນທີ່./

KPL

ຂ່າວອື່ນໆ

ads
ads

Top