ຂປລ
ກະຊວງສຶກສາທິການ ມຽນມາ ສັ່ງຫ້າມ ນັກຮຽນ ໂຮງຮຽນ ສຶກສາຂັ້ນພື້ນຖານ ໃຊ້ໂທລະສັບມືຖື ໃນເວລາຮຽນ ເພື່ອປ້ອງກັນ ການໃຊ້ ໂທລະສັບມືຖື ຫລາຍເກີນໄປ ແລະ ປົກປ້ອງນັກຮຽນ ຈາກຜົນກະທົບ ອັນຕະລາຍ ຂອງ ການໃຊ້ສື່ ສັງຄົມອອນລາຍ ທີ່ບໍ່ເໝາະສົມກັບໄວ.
ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ: ກະຊວງສຶກສາທິການ ມຽນມາ ສັ່ງຫ້າມ ນັກຮຽນ ໂຮງຮຽນ ສຶກສາຂັ້ນພື້ນຖານ ໃຊ້ໂທລະສັບມືຖື ໃນເວລາຮຽນ ເພື່ອປ້ອງກັນ ການໃຊ້ ໂທລະສັບມືຖື ຫລາຍເກີນໄປ ແລະ ປົກປ້ອງນັກຮຽນ ຈາກຜົນກະທົບ ອັນຕະລາຍ ຂອງ ການໃຊ້ສື່ ສັງຄົມອອນລາຍ ທີ່ບໍ່ເໝາະສົມກັບໄວ.
ກະຊວງດັ່ງກ່າວ ໄດ້ວາງແນວທາງ ໃນການປະຕິບັດ ການໃຊ້ ໂທລະສັບມືຖື ແລະ ເວທີອອນລາຍ ຂອງນັກຮຽນ ຢ່າງປອດໄພ ແລະ ມີປະສິດທິພາບ ໃນຖານະ ເຄື່ອງມື ເພື່ອການສຶກສາ ລວມທັງ ຈະຮ່ວມມືກັບ ກະຊວງ ແລະ ໜ່ວຍງານທີ່ກ່ຽວຂ້ອງ ເພື່ອເພີ່ມຄວາມຮັບຮູ້ ຂອງ ພໍ່ແມ່, ຄູ ແລະ ນັກຮຽນ ພ້ອມກັນນັ້ນ ຍັງດຳເນີນ ໂຄງການໃຫ້ຄວາມຮູ້ ດ້ານຄວາມປອດໄພ ທາງດີຈີຕອນ./
KPL