ຂປລ
ສຳນັກງານ ກວດຄົນເຂົ້າເມືອງ ສິງກະໂປ ລາຍງານວ່າ: ຈໍານວນ ເດັກເກີດໃໝ່ ທີ່ມີຊີວິດ ໃນປີ 2025 ລວມມີ 29.864 ຄົນ ຫລຸດລົງ 11,4% ເມື່ອທຽບໃສ່ ໄລຍະດຽວກັນ ໃນປີ 2024.
ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ສຳນັກງານ ກວດຄົນເຂົ້າເມືອງ ສິງກະໂປ ລາຍງານວ່າ: ຈໍານວນ ເດັກເກີດໃໝ່ ທີ່ມີຊີວິດ ໃນປີ 2025 ລວມມີ 29.864 ຄົນ ຫລຸດລົງ 11,4% ເມື່ອທຽບໃສ່ ໄລຍະດຽວກັນ ໃນປີ 2024. ສ່ວນຍອດຈຳນວນ ຜູ້ເສຍຊີວິດ ທີ່ຂຶ້ນທະບຽນ ໃນປີ 2025 ລວມມີ 26.499 ຄົນ ເພີ່ມຂຶ້ນ 0,2% ເມື່ອທຽບໃສ່ປີຕໍ່ປີ.
ນອກຈາກນັ້ນ, ບົດລາຍງານ ຍັງລະບຸວ່າ: ການແຈ້ງເກີດ ແລະ ເສຍຊີວິດ ປະຈຳປີ 2025 ດັ່ງກ່າວ. ໃນນັ້ນເດັກນ້ອຍເຊື້ອສາຍຈີນ ກວມເອົາສ່ວນແບ່ງ ຈໍານວນຫລາຍທີ່ສຸດ ຂອງ ເດັກເກີດໃໝ່ ທັງໝົດ ໃນປີ 2025 ກວມເອົາ 56,6%, ຖັດມາແມ່ນ ເຊື້ອສາຍມາລາຍູ (22,5%), ເຊື້ອສາຍ ອິນເດຍ (11,5%) ແລະ ກຸ່ມເຊື້ອຊາດອື່ນໆ (9,4%).
ໃນຂະນະທີ່ ເຊື້ອສາຍ ມາລາຍູ ຍັງຄົງມີອັດຕາ ການເກີດໃໝ່ ສູງສຸດ 11,8 ຄົນ ຕໍ່ປະຊາກອນ 1.000 ຄົນ, ຖັດມາແມ່ນ ເຊື້ອສາຍອິນເດຍ (7,3 ຄົນ), ສ່ວນເຊື້ອສາຍຈີນ ກວມເອົາ ອັດຕາ ການເກີດໃໝ່ ຕໍ່າສຸດ 5,3 ຄົນ ຕໍ່ປະຊາກອນ 1.000 ຄົນ./
KPL