ການພັດທະນາເສດຖະກິດ-ສັງຄົມແຂວງຫລວງພະບາງ ຍັງສືບຕໍ່ພົ້ນເດັ່ນ

23/07/2026 14:47
ຂປລ ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຕົ້ນປີ 2026 ນີ້, ເສດຖະກິດ ຂອງແຂວງຫລວງພະບາງ ຍັງສືບ ຕໍ່ຂະຫຍາຍຕົວເກືອບ 4%, ປັດ ໄຈຕົ້ນຕໍທີ່ຊຸກຍູ້ການເຕີບໂຕແມ່ນ ມາຈາກຂະແໜງການບໍລິການ ແລະ ການທ່ອງທ່ຽວ ຊຶ່ງຂະຫຍາຍ ຕົວເຖິງ 4,75%, ສາມາດດຶງດູດ ນັກທ່ອງທ່ຽວເຂົ້າມາທ່ອງທ່ຽວໄດ້ ຫລາຍກວ່າ 1 ລ້ານເທື່ອຄົນ, ສ້າງ ລາຍຮັບຕົວຈິງໃຫ້ແກ່ແຂວງ ແລະ ປະຊາຊົນຢ່າງຫລວງຫລາຍ,

 ສ່ວນ ດ້ານງົບປະມານສາມາດຈັດເກັບ ລາຍຮັບໄດ້ຫລາຍກວ່າ 857 ຕື້ກີບ, ເທົ່າກັບ 76,79% ຂອງແຜນການ ປີ, ອັນພົ້ນເດັ່ນແມ່ນລາຍຮັບພູດ ສູນກາງປະຕິບັດໄດ້ລື່ນແຜນການຫລາຍກວ່າ 2 ເທົ່າຕົວ, ຍ້ອນການ ນຳໃຊ້ລະບົບທັນສະໄໝເຂົ້າໃນການ ຄຸ້ມຄອງ ເຊັ່ນ: ລະບົບຂາຍປີ້ເຂົ້າຊົມ ແຫລ່ງທ່ອງທ່ຽວອອນລາຍ ແລະ ການເກັບຄ່າທໍານຽມທາງ, ພາສີ ທີ່ດິນຜ່ານລະບົບທັນສະໄໝ, ຄຽງ ຄູ່ກັນນັ້ນ ສາມາດແກ້ໄຂບັນຫາ ຄູອາສາສະໝັກໄດ້ຢ່າງເດັດຂາດ ໂດຍການບັນຈຸຄູອາສາເຂົ້າເປັນ ລັດຖະກອນໄດ້ 100% ຈຳນວນ 419 ຄົນ, ສາມາດມ້າງຄະດີຢາ ເສບຕິດໄດ້ 48 ລາຍ ແລະ ທຳລາຍ ກຸ່ມແກ້ງສະແກມເມີ (Scam-mer) ພ້ອມສົ່ງກັບຄືນປະເທດໄດ້ ເປັນຈຳນວນຫລາຍ.

ທ່ານ ບຸນເລື່ອມ ມະນີວົງ ເລຂາ ບໍລິຫານງານພັກແຂວງຫລວງພະ ບາງ ໄດ້ລາຍງານ ໃນໂອກາດທີ່ທ່ານ ທອງລຸນ ສີສຸລິດ ເລຂາທິການ ໃຫຍ່ ຄະນະບໍລິຫານງານສູນກາງ ພັກ, ປະທານປະເທດ ເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຫລວງພະບາງ ເມື່ອບໍ່ດົນມານ້ີ ວ່າ: ປັດຈຸບັນທ່ົວແຂວງມີໄຟຟ້າ ໃນລະບົບຊົມໃຊ້ແລ້ວ 93% ຂອງ ຈຳນວນບ້ານທັງໝົດ ແລະ ລະບົບ ນ້ຳປະປາໄດ້ຂະຫຍາຍຕົວໄປ ສູ່ 136 ບ້ານ. ສຳລັບທິດທາງ ແຜນການ 6 ເດືອນທ້າຍປີ 2026, ໄດ້ວາງຄາດໝາຍສູ້ຊົນ ໃຫ້ເສດຖະກິດຂະຫຍາຍຕົວໃຫ້ໄດ້ ຫລາຍກວ່າ 6% ແລະ ດຶງດູດນັກ ທ່ອງທ່ຽວໃຫ້ບັນລຸ 3 ລ້ານກວ່າ ເທື່ອຄົນ ພ້ອມທັງສະເໜີໃຫ້ຊ່ວຍ ຊຸກຍູ້ໂຄງການຍຸດທະສາດທີ່ສຳຄັນ ເຊັ່ນ: ໂຄງການສ້າງຂົວຂ້າມນ້ຳ ຂອງ ລະຫວ່າງ ນະຄອນຫລວງ ພະບາງ ຫາ ເມືອງຈອມເພັດ, ໂຄງການປັບປຸງເສັ້ນທາງແຕ່ພູຕິດ ເຜິ້ງ ເຊື່ອມຈອດຊາຍແດນ ແຂວງ ດຽນບຽນ ສສ ຫວຽດນາມ ແລະ ການຍົກລະດັບດ່ານນາຊອນ-ຫ້ວຍ ປວກ ເມືອງໂພນທອງ ເປັນດ່ານ ສາກົນ ເພື່ອເປີດປະຕູການຄ້າ ແລະ ການທ່ອງທ່ຽວໃຫ້ກວ້າງຂວາງ ກວ່າເກົ່າ

ຂ່າວ-ພາບ: ທະນູສິນ ອິດທິພົນ 

KPL

ຂ່າວອື່ນໆ

    • ເລຂາພັກແຂວງອັດຕະປື ຕ້ອນຮັບກົງສຸນໃຫຍ່ແຫ່ງລາຊາອານາຈັກ ກຳປູເຈຍ ປະຈຳພາກໄຕ້ລາວວັດທະນະທຳ-ສັງຄົມ

      ເລຂາພັກແຂວງອັດຕະປື ຕ້ອນຮັບກົງສຸນໃຫຍ່ແຫ່ງລາຊາອານາຈັກ ກຳປູເຈຍ ປະຈຳພາກໄຕ້ລາວ

      7/23/2026 2:41:56 PM

      ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ທ່ານ ບຸນເຖິງ ດວງສະຫວັນ ກຳມະການສູນກາງ ພັກ, ເລຂາຄະນະບໍລິຫານງານພັກ ແຂວງ, ປະທານສະພາປະຊາຊົນ ແຂວງອັດຕະປື ໄດ້ຕ້ອນຮັບການ ເຂົ້າຢ້ຽມຢາມ ແລະ ພົບປະຂອງ ທ່ານ ດາວ ບົດມຸນີ ກົງສຸນໃຫຍ່ ແຫ່ງລາຊະອານາຈັກ ກຳປູເຈຍ ປະຈຳພາກໃຕ້ລາວ(ທີ່ນະຄອນ ປາກເຊ) ພ້ອມດ້ວຍຄະນະ ເນື່ອງ ໃນໂອກາດທີ່ມາຮັບໜ້າທີ່ທາງການ ທູດຄົນໃໝ່ ຢູ່ ສປປ ລາວ ໃນວັນທີ 21 ກໍລະກົດ 2026 ທ່ີຫ້ອງວ່າການ ແຂວງອັດຕະປື.

    • 6 ເດືອນຕົ້ນປີ ສ່ວຍສາອາກອນແຂວງເຊກອງ ເກັບລາຍຮັບໄດ້ 107.22 ຕື້ກີບວັດທະນະທຳ-ສັງຄົມ

      6 ເດືອນຕົ້ນປີ ສ່ວຍສາອາກອນແຂວງເຊກອງ ເກັບລາຍຮັບໄດ້ 107.22 ຕື້ກີບ

      7/23/2026 2:36:51 PM

      ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ສ່ວຍສາອາກອນປະຈໍາແຂວງ ເຊກອງ ຈັດກອງປະຊຸມສະຫລຸບ ຕີລາຄາການຈັດຕັ້ງປະຕິບັດວຽກ ງານ 6 ເດືອນຕົ້ນປີ ແລະ ວາງ ທິດທາງແຜນການ, ວຽກຈຸດສຸມ 6 ເດືອນທ້າຍປີ 2026 ໂດຍການ ເປັນປະທານ ຂອງ ທ່ານ ສີໄຄ້ ລຽງ ສະຫວັດ ຮອງຫົວໜ້າພະແນກການ ເງິນແຂວງ, ທ່ານ ສົມບູນ ພັນຈັນ ວ່າການຫົວໜ້າສ່ວຍສາອາກອນປະ ຈໍາແຂວງ ພ້ອມດ້ວຍມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ປະກາດເມືອງຫີນເຫີບ ເປັນເມືອງສະຫະພັນແມ່ຍິງ 3 ດີວັດທະນະທຳ-ສັງຄົມ

      ປະກາດເມືອງຫີນເຫີບ ເປັນເມືອງສະຫະພັນແມ່ຍິງ 3 ດີ

      7/23/2026 2:55:13 AM

      ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນ ໃຫ້ຮູ້ວ່າ: ພິທີປະກາດ ເມືອງຫີນເຫີບ ແຂວງວຽງຈັນ ເປັນ ເມືອງສະຫະພັນແມ່ຍິງ 3 ດີ ໄລຍະ (2025-2026) ແລະ ສະເຫລີມ ສະຫລອງວັນສ້າງຕັ້ງສະຫະພັນແມ່ ຍິງລາວ ຄົບຮອບ 71 ປີ

    • ຫົວພັນ ຫວນຄືນມູນເຊື້ອວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົຍຮອບ 71 ປີວັດທະນະທຳ-ສັງຄົມ

      ຫົວພັນ ຫວນຄືນມູນເຊື້ອວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົຍຮອບ 71 ປີ

      7/23/2026 2:45:02 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຫົວພັນ ໃຫ້ຮູ້ວ່າ: ສະຫະພັນແມ່ຍິງ ແຂວງຫົວພັນ ຈັດພິທີສະເຫລີມ ສະຫລອງວັນສ້າງຕັ້ງສະຫະພັນ ແມ່ຍິງລາວຄົບຮອບ 71 ປີ(20 ກໍລະກົດ 1955-20 ກໍລະກົດ 2026) ພາຍໃຕ້ຄໍາຂວັນ “ 71 ປີ ມີໄຊເຕີບໃຫຍ່ເຂັ້ມແຂງ ພັດທະນາ ແມ່ຍິງກ້າວໄກ ທັນສະໄໝ”

    • ມຊ ເນັ້ນສ້າງບຸກຂະລາກອນສື່ສານມວນຊົນໃຫ້ເປັນມືອາຊີບ-ທັນຍຸກສະໄໝວັດທະນະທຳ-ສັງຄົມ

      ມຊ ເນັ້ນສ້າງບຸກຂະລາກອນສື່ສານມວນຊົນໃຫ້ເປັນມືອາຊີບ-ທັນຍຸກສະໄໝ

      7/22/2026 10:00:04 AM

      ມະຫາວິທະຍາໄລແຫ່ງ ຊາດ (ມຊ) ກໍຄື ພາກວິຊາສື່ສານ ມວນຊົນ, ຄະນະອັກສອນສາດ ໃຫ້ ຄວາມສຳຄັນຕໍ່ການພັດທະນາ ແລະ ສ້າງບຸກຄະລາກອນດ້ານສື່ສານ ມວນຊົນ ໃຫ້ມີຄວາມຮູ້, ຄວາມສາ ມາດຢ່າງຮອບດ້ານ, ມີຈັນຍາບັນ ວິຊາຊີບ ແລະ ສາມາດນຳໃຊ້ເຕັກ ໂນໂລຊີສື່ສານສະໄໝໃໝ່ ໄດ້ຢ່າງ ມີປະສິດທິຜົນ ເພື່ອຕອບສະໜອງ ຄວາມຕ້ອງການຂອງສັງຄົມໃນຍຸກດີຈິຕອນ ໂດຍເນັ້ນພັດທະນາທັກສະທັງພາກທິດສະດີ ແລະ ພາກ ປະຕິບັດຕົວຈິງ ໃຫ້ນັກສຶກສາໄດ້ຝຶກ ຜະລິດຂ່າວ, ບົດຄວາມ, ລາຍການ ວິທະຍຸ-ໂທລະພາບ, ສື່ດີຈິຕອນ, ສື່ ສັງຄົມອອນລາຍ ແລະ ອື່ນໆ.

ads
ads

Top