ຂປລ
ກອງປະຊຸມ ປັນຍາປະດິດໂລກ 2026 ແລະ ກອງປະຊຸມ ຂັ້ນສູງ ວ່າດ້ວຍ ການຄຸ້ມຄອງ ປັນຍາປະດິດ ທົ່ວໂລກ ໄດ້ຈັດ ຂຶ້ນ ຢູ່ນະຄອນຊຽງໄຮ້ ລະຫວ່າງ ວັນທີ 17 ຫາ 20 ກໍລະກົດນີ້. ງານມະຫາກໍາ AI ຂອງໂລກຄັ້ງນີ້, ທັງເປັນ ປ່ອງຢ້ຽມສຳ ຄັນໃຫ້ 1.100 ກວ່າວິສາຫະກິດ ໄດ້ສະແດງເຕັກໂນໂລຊີ ທີ່ນໍາໜ້າ, ທັງເປັນເວທີທີ່ດີເລີດ ໃຫ້ບັນດາ ວິສາຫະກິດ AI ຊັ້ນນຳຂອງໂລກ ໄດ້ເຊື່ອມຕໍ່ກັບຕະຫລາດຈີນ.
ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ກອງປະຊຸມ ປັນຍາປະດິດໂລກ 2026 ແລະ ກອງປະຊຸມ ຂັ້ນສູງ ວ່າດ້ວຍ ການຄຸ້ມຄອງ ປັນຍາປະດິດ ທົ່ວໂລກ ໄດ້ຈັດຂຶ້ນ ຢູ່ນະຄອນຊຽງໄຮ້ ລະຫວ່າງ ວັນທີ 17 ຫາ 20 ກໍລະກົດນີ້. ງານມະຫາກໍາ AI ຂອງໂລກຄັ້ງນີ້, ທັງເປັນປ່ອງຢ້ຽມສຳຄັນໃຫ້ 1.100 ກວ່າວິສາຫະກິດ ໄດ້ສະແດງເຕັກໂນໂລຊີ ທີ່ນໍາໜ້າ, ທັງເປັນເວທີທີ່ດີເລີດ ໃຫ້ບັນດາວິສາຫະກິດ AI ຊັ້ນນຳຂອງໂລກ ໄດ້ເຊື່ອມຕໍ່ກັບຕະຫລາດຈີນ. ສຳລັບ ວິສາຫະກິດຂ້າມຊາດແລ້ວ, ໃນການຈັດວາງ ໃນດ້ານປັນຍາປະດິດນັ້ນ ສປ ຈີນ ຄືດິນແດນທີ່ເປັນທາງເລືອກທຳອິດ ຢ່າງບໍ່ຕ້ອງສົງໄສ.
ທ່ານ ອາຊິມ ເປວສ໌ (Achim Peltz) ປະທານບໍລິຫານທົ່ວໂລກ ຂອງພະແນກທຸລະກິດ ຄວບຄຸມການເຄື່ອນໄຫວ ກຸ່ມອຸດສາຫະກຳ ດິຈິຕອນ ຂອງບໍລິສັດ ຊີເມັນສ໌ ຈຳກັດ ກ່າວວ່າ: ນີ້ແມ່ນຄັ້ງ ທຳອິດ ທີ່ເຂົ້າຮ່ວມກອງປະຊຸມປັນຍາປະດິດໂລກ ເຊິ່ງປະສົບການຕົວຈິງ. ຢູ່ແຫ່ງນີ້ ສິ່ງທີ່ດຶງດູດຜູ້ຄົນສົນໃຈຫລາຍ ບໍ່ພຽງແຕ່ ແມ່ນງານວາງສະແດງຫົວຂໍ້ປັນຍາປະດິດເທົ່ານັ້ນ, ລະບົບນິເວດ ອຸດສາ ຫະກຳ ທີ່ຄົບຖ້ວນ ຍິ່ງເຮັດໃຫ້ຜູ້ຄົນຕາສະຫວ່າງຂຶ້ນ. ຢາກປະສົບຜົນສຳເລັດໃນຕະຫລາດ (ປັນຍາປະດິດ) ທີ່ມີພື້ນຖານອຸດສາຫະກຳ ການຜະລິດ ທີ່ໝັ້ນຄົງເຂັ້ມແຂງ ຄື ປະເທດຈີນນີ້, ຈຳເປັນຕ້ອງ ລົງເລິກ ການປັບຕົວ ໃຫ້ເຂົ້າກັບທ້ອງຖິ່ນ, ເຂົ້າໃຈຄວາມຕ້ອງການສະເພາະ ຂອງອຸດສາຫະກຳ ການຜະລິດພາຍໃນປະເທດ. ດັ່ງນັ້ນ ພວກເຮົາຫວັງຢາກຮ່ວມມືກັບ ບັນດາຄູ່ຮ່ວມມື ເພື່ອສ້າງຄຸນຄ່າ ທີ່ແທ້ຈິງ ໃຫ້ແກ່ ອຸດສາຫະກຳການຜະລິດ.
ທ່ານ ຊົງອີ ຮອງປະທານຊັ້ນສູງ, ທັງເປັນຜູ້ຮັບຜິດຊອບເຂດແຄວ້ນຈີນ ຂອງພະແນກ ຍຸດທະສາດ ແລະ ການພັດທະນາ ທຸລະກິດຂອງບໍລິສັດ ຊະໄນເດີ ເອເລັກຕຣິກ ກ່າວວ່າ, ໃນດ້ານອຸດສາຫະກຳ ທີ່ກ່ຽວຂ້ອງກັບ AI, ຄວາມສາມາດດ້ານຕ່ອງໂສ້ ການສະໜອງຂອງ ສປ ຈີນ ແມ່ນເຂັ້ມແຂງທີ່ສຸດ, ນອກຈາກນີ້, ເຄືອຂ່າຍໄຟຟ້າຂອງ ສປ ຈີນ ກໍມີຄວາມໝັ້ນຄົງເຂັ້ມແຂງ, ມີແຕ່ພື້ນຖານໄຟຟ້າ ດັ່ງກ່າວເທົ່ານັ້ນ, ຈຶ່ງຈະສາມາດຮັບປະກັນພື້ນຖານ ພະລັງຄຳມວນ AI ທັງໝົດ, ຈຶ່ງຈະເຮັດໃຫ້ລະບົບນິເວດ ທັງໝົດປະສານກັນໄດ້. ທ່ານ ຮານເຊິນ ຮອງປະທານຊັນສູງ ທັງເປັນປະທານເຂດຈີນ ດ້ານຫຸ່ນຍົນ ຂອງກຸ່ມບໍລິສັດ ABB ກ່າວວ່າ, ປັດຈຸບັນ ປະລິມານການຕິດຕັ້ງຫຸ່ນຍົນ ທັງໝົດຂອງ ສປ ຈີນ ແມ່ນຢູ່ອັນດັບໜຶ່ງ ຂອງໂລກແລ້ວ. ອີກຢ່າງໜຶ່ງ ລູກຄ້າຈີນມີການຍອມຮັບ AI ສູງຫລາຍ, ນີ້ແມ່ນສິ່ງທີ່ຕະຫລາດອື່ນ ບໍ່ສາມາດທຽບເທົ່າໄດ້. ໃນຂະບວນການນີ້ ມີຂໍ້ມູນຈຳນວນມະຫາສານ. ສາມາດຊຸກຍູ້ການພັດທະນາ ແບບຈໍາລອງ(ໂມເດວ)ຢ່າງວ່ອງໄວ. ນີ້ແມ່ນໂອກາດຕະ ຫລາດ ທີ່ມີໜຶ່ງດຽວໃນໂລກຢ່າງແທ້ຈິງ.ທ່ານ ມີເກວນ ຟາວສະທີໂນ (Miguel Faustino) ປະທານເຂດຈີນ ຂອງບໍລິສັດ ເທີໂມ ຟິດເຊີ ໄຊທິຟິກ ກ່າວວ່າ, ປັນຍາປະດິດ ຖືກເບິ່ງວ່າແມ່ນໜຶ່ງ ໃນບັນດາ ຂົງເຂດຈຸດສຸມ ທີ່ຈີນກຳລັງລົງທຶນ ແລະ ຈັດວາງຢ່າງຕໍ່ເນື່ອງ. ກຳລັງແຂ່ງຂັນລະດັບໂລກ ຂອງລະບົບນິເວດປະດິດສ້າງຂອງ ສປ ຈີນ ໄດ້ກ້າວຂຶ້ນສູ່ຂັ້ນໄດໃໝ່ແລ້ວ. ບໍລິສັດ ເທີໂມ ຟິດເຊີ ໄຊທິຟິກ ໄດ້ຝັງຮາກຢູ່ ສປ ຈີນ ມາເປັນເວລາ 40 ກວ່າປີແລ້ວ, ຈະສືບຕໍ່ເພີ່ມທະວີ ການລົງທຶນເຂົ້າສູ່ ສປ ຈີນ ແລະ ລົງເລິກ ການພັດທະນາຢູ່ ສປ ຈີນ ຄືທີ່ປະຕິບັດຜ່ານມາ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL