ເລຂາພັກແຂວງອັດຕະປື ຕ້ອນຮັບກົງສຸນໃຫຍ່ແຫ່ງລາຊາອານາຈັກ ກຳປູເຈຍ ປະຈຳພາກໄຕ້ລາວ

23/07/2026 14:41
ຂປລ ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ທ່ານ ບຸນເຖິງ ດວງສະຫວັນ ກຳມະການສູນກາງ ພັກ, ເລຂາຄະນະບໍລິຫານງານພັກ ແຂວງ, ປະທານສະພາປະຊາຊົນ ແຂວງອັດຕະປື ໄດ້ຕ້ອນຮັບການ ເຂົ້າຢ້ຽມຢາມ ແລະ ພົບປະຂອງ ທ່ານ ດາວ ບົດມຸນີ ກົງສຸນໃຫຍ່ ແຫ່ງລາຊະອານາຈັກ ກຳປູເຈຍ ປະຈຳພາກໃຕ້ລາວ(ທີ່ນະຄອນ ປາກເຊ) ພ້ອມດ້ວຍຄະນະ ເນື່ອງ ໃນໂອກາດທີ່ມາຮັບໜ້າທີ່ທາງການ ທູດຄົນໃໝ່ ຢູ່ ສປປ ລາວ ໃນວັນທີ 21 ກໍລະກົດ 2026 ທ່ີຫ້ອງວ່າການ ແຂວງອັດຕະປື.

ໂອກາດນີ້, ທ່ານ ດາວ ບົດມຸນີ ໄດ້ສະແດງຄວາມຂອບໃຈຢ່າງ ຈິງໃຈຕໍ່ ເລຂາພັກແຂວງອັດຕະປື ທີ່ໄດ້ໃຫ້ການຕ້ອນຮັບຢ່າງສົມກຽດ ແລະ ອົບອຸ່ນ ພ້ອມທັງຢືນຢັນວ່າ: ໃນຕະຫລອດໄລຍະການປະຕິບັດໜ້າທີ່ທາງການທູດຢູ່ ສປປ ລາວ ຂ້າພະເຈົ້າຈະສຸມທຸກສະຕິປັນຍາ ແລະ ຄວາມພະຍາຍາມ ເພື່ອເປັນ ຂົວຕໍ່ໃນການຊຸກຍູ້, ສົ່ງເສີມການ ພົວພັນຮ່ວມມື ລະຫວ່າງ ສອງ ປະເທດ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂ້ຶນ ໂດຍສະເພາະການຊຸກຍູ້ ການຮ່ວມມືດ້ານການຄ້າ, ການ ທ່ອງທ່ຽວ ແລະ ການຮັກສາຄວາມ ສະຫງົບຕາມບໍລິເວນຊາຍແດນ ລະຫວ່າງ ແຂວງອັດຕະປື ກັບ ບັນດາແຂວງທີ່ມີຊາຍແດນເຊື່ອມ ຈອດຂອງກຳປູເຈຍ ໃຫ້ມີຄວາມ ສະຫງົບ, ມີສະຖຽນລະພາບ ແລະ ຮ່ວມກັນພັດທະນາຢ່າງຍືນຍົງ.

ທ່ານ ບຸນເຖິງ ດວງສະຫວັນ ກໍໄດ້ສະແດງຄວາມຕ້ອນຮັບຢ່າງ ອົບອຸ່ນ ແລະ ສະແດງຄວາມຍິນດີ ຊົມເຊີຍຕໍ່ ທ່ານ ກົງສຸນໃຫຍ່ ທີ່ໄດ້ ຮັບການແຕ່ງຕັ້ງໃຫ້ມາປະຈຳການ ຢູ່ ສປປ ລາວ ພ້ອມທັງໄດ້ຕີລາຄາ ສູງຕໍ່ສາຍພົວພັນມິດຕະພາບທີ່ມີມູນ ເຊື້ອອັນດີງາມ, ການເປັນຄູ່ຮ່ວມ ຍຸດທະສາດຮອບດ້ານ ແລະ ໝ້ັນ ຄົງຍາວນານ ລະຫວ່າງ ສອງຊາດ ລາວ-ກຳປູເຈຍ ໂດຍສະເພາະ ການ ພົວພັນຮ່ວມມື ລະຫວ່າງ ແຂວງ ອັດຕະປື ກັບບັນດາແຂວງຊາຍແດນ ຂອງກຳປູເຈຍ ທີ່ນັບມື້ນັບໄດ້ຮັບ ການເສີມຂະຫຍາຍ ແລະ ແຕກ ດອກອອກຜົນໃນຫລາຍໆດ້ານ ບ່ໍ ວ່າຈະເປັນດ້ານການເມືອງ, ຄວາມ ໝັ້ນຄົງ, ເສດຖະກິດ-ການຄ້າ ແລະ ການໄປ-ມາຫາສູ່ຂອງປະຊາຊົນ ສອງຊາດ.

ໃນມື້ດຽວກັນ, ທ່ານ ດາວ ບົດ ມຸນີ ພ້ອມຄະນະຍັງໄດ້ເຂົ້າຢ້ຽມ ຢາມ ແລະ ພົບປະກັບ ທ່ານ ທະນູ ໄຊ ບັນຊາລິດ ປະທານຄະນະກຳມະ ການປົກຄອງແຂວງອັດຕະປື ເພ່ືອ ຢ້ຽມຢາມຖາມຂ່າວໃນໂອກາດທ່ ມາຮັບໜ້າທີ່ທາງການທູດຄົນໃໝ່ ຢູ່ ສປປ ລາວຕື່ມອີກ.

    ຂ່າວ: ວິໄລສັກ ແກ້ວຫລວງໂຄດ

KPL

ຂ່າວອື່ນໆ

    • ການພັດທະນາເສດຖະກິດ-ສັງຄົມແຂວງຫລວງພະບາງ ຍັງສືບຕໍ່ພົ້ນເດັ່ນວັດທະນະທຳ-ສັງຄົມ

      ການພັດທະນາເສດຖະກິດ-ສັງຄົມແຂວງຫລວງພະບາງ ຍັງສືບຕໍ່ພົ້ນເດັ່ນ

      7/23/2026 2:47:43 PM

      ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຕົ້ນປີ 2026 ນີ້, ເສດຖະກິດ ຂອງແຂວງຫລວງພະບາງ ຍັງສືບ ຕໍ່ຂະຫຍາຍຕົວເກືອບ 4%, ປັດ ໄຈຕົ້ນຕໍທີ່ຊຸກຍູ້ການເຕີບໂຕແມ່ນ ມາຈາກຂະແໜງການບໍລິການ ແລະ ການທ່ອງທ່ຽວ ຊຶ່ງຂະຫຍາຍ ຕົວເຖິງ 4,75%, ສາມາດດຶງດູດ ນັກທ່ອງທ່ຽວເຂົ້າມາທ່ອງທ່ຽວໄດ້ ຫລາຍກວ່າ 1 ລ້ານເທື່ອຄົນ, ສ້າງ ລາຍຮັບຕົວຈິງໃຫ້ແກ່ແຂວງ ແລະ ປະຊາຊົນຢ່າງຫລວງຫລາຍ,

    • 6 ເດືອນຕົ້ນປີ ສ່ວຍສາອາກອນແຂວງເຊກອງ ເກັບລາຍຮັບໄດ້ 107.22 ຕື້ກີບວັດທະນະທຳ-ສັງຄົມ

      6 ເດືອນຕົ້ນປີ ສ່ວຍສາອາກອນແຂວງເຊກອງ ເກັບລາຍຮັບໄດ້ 107.22 ຕື້ກີບ

      7/23/2026 2:36:51 PM

      ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ສ່ວຍສາອາກອນປະຈໍາແຂວງ ເຊກອງ ຈັດກອງປະຊຸມສະຫລຸບ ຕີລາຄາການຈັດຕັ້ງປະຕິບັດວຽກ ງານ 6 ເດືອນຕົ້ນປີ ແລະ ວາງ ທິດທາງແຜນການ, ວຽກຈຸດສຸມ 6 ເດືອນທ້າຍປີ 2026 ໂດຍການ ເປັນປະທານ ຂອງ ທ່ານ ສີໄຄ້ ລຽງ ສະຫວັດ ຮອງຫົວໜ້າພະແນກການ ເງິນແຂວງ, ທ່ານ ສົມບູນ ພັນຈັນ ວ່າການຫົວໜ້າສ່ວຍສາອາກອນປະ ຈໍາແຂວງ ພ້ອມດ້ວຍມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ປະກາດເມືອງຫີນເຫີບ ເປັນເມືອງສະຫະພັນແມ່ຍິງ 3 ດີວັດທະນະທຳ-ສັງຄົມ

      ປະກາດເມືອງຫີນເຫີບ ເປັນເມືອງສະຫະພັນແມ່ຍິງ 3 ດີ

      7/23/2026 2:55:13 AM

      ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນ ໃຫ້ຮູ້ວ່າ: ພິທີປະກາດ ເມືອງຫີນເຫີບ ແຂວງວຽງຈັນ ເປັນ ເມືອງສະຫະພັນແມ່ຍິງ 3 ດີ ໄລຍະ (2025-2026) ແລະ ສະເຫລີມ ສະຫລອງວັນສ້າງຕັ້ງສະຫະພັນແມ່ ຍິງລາວ ຄົບຮອບ 71 ປີ

    • ຫົວພັນ ຫວນຄືນມູນເຊື້ອວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົຍຮອບ 71 ປີວັດທະນະທຳ-ສັງຄົມ

      ຫົວພັນ ຫວນຄືນມູນເຊື້ອວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົຍຮອບ 71 ປີ

      7/23/2026 2:45:02 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຫົວພັນ ໃຫ້ຮູ້ວ່າ: ສະຫະພັນແມ່ຍິງ ແຂວງຫົວພັນ ຈັດພິທີສະເຫລີມ ສະຫລອງວັນສ້າງຕັ້ງສະຫະພັນ ແມ່ຍິງລາວຄົບຮອບ 71 ປີ(20 ກໍລະກົດ 1955-20 ກໍລະກົດ 2026) ພາຍໃຕ້ຄໍາຂວັນ “ 71 ປີ ມີໄຊເຕີບໃຫຍ່ເຂັ້ມແຂງ ພັດທະນາ ແມ່ຍິງກ້າວໄກ ທັນສະໄໝ”

    • ມຊ ເນັ້ນສ້າງບຸກຂະລາກອນສື່ສານມວນຊົນໃຫ້ເປັນມືອາຊີບ-ທັນຍຸກສະໄໝວັດທະນະທຳ-ສັງຄົມ

      ມຊ ເນັ້ນສ້າງບຸກຂະລາກອນສື່ສານມວນຊົນໃຫ້ເປັນມືອາຊີບ-ທັນຍຸກສະໄໝ

      7/22/2026 10:00:04 AM

      ມະຫາວິທະຍາໄລແຫ່ງ ຊາດ (ມຊ) ກໍຄື ພາກວິຊາສື່ສານ ມວນຊົນ, ຄະນະອັກສອນສາດ ໃຫ້ ຄວາມສຳຄັນຕໍ່ການພັດທະນາ ແລະ ສ້າງບຸກຄະລາກອນດ້ານສື່ສານ ມວນຊົນ ໃຫ້ມີຄວາມຮູ້, ຄວາມສາ ມາດຢ່າງຮອບດ້ານ, ມີຈັນຍາບັນ ວິຊາຊີບ ແລະ ສາມາດນຳໃຊ້ເຕັກ ໂນໂລຊີສື່ສານສະໄໝໃໝ່ ໄດ້ຢ່າງ ມີປະສິດທິຜົນ ເພື່ອຕອບສະໜອງ ຄວາມຕ້ອງການຂອງສັງຄົມໃນຍຸກດີຈິຕອນ ໂດຍເນັ້ນພັດທະນາທັກສະທັງພາກທິດສະດີ ແລະ ພາກ ປະຕິບັດຕົວຈິງ ໃຫ້ນັກສຶກສາໄດ້ຝຶກ ຜະລິດຂ່າວ, ບົດຄວາມ, ລາຍການ ວິທະຍຸ-ໂທລະພາບ, ສື່ດີຈິຕອນ, ສື່ ສັງຄົມອອນລາຍ ແລະ ອື່ນໆ.

ads
ads

Top