ສ.ອາເມລິກາ-ອີຣານ ພວມເຮັດໃຫ້ໂລກ ມີຄວາມບໍ່ສະຫງົບຫລາຍຂຶ້ນ

23/07/2026 12:47
Email Print 116
ຂປລ ທ່ານ ສະ​ເຕ​ຟານ ດູ​ຈາ​ຣິກ ໂຄ​ສົກ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ ສະ​ຫະ​ປະ​ຊາ​ຊາດ ​ໄດ້​ແຈ້ງ​ໃຫ້​ຮູ້​ ໃນ​ກອງ​ປະ​ຊຸມ​ ຖະ​ແຫລງ​ຂ່າວ ​ປະ​ຈຳ​ວັນ​ວ່າ: ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ທີ່​ເກີດ​ຂຶ້ນ ​ຫລັງ​ຈາກ​ ສ.ອາ​ເມ​ລິກາ ແລະ​ ອີ​ຣານ​ ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້​າ​ໃຈ ໄດ້​ດຳ​ເນີນ​ມາ​ຫລາຍ​ວັນ​ແລ້ວ ການ​ປະ​ທະ​ກັນ​ດັ່ງ​ກ່າວ​ ມີ​ຄວາມ​ສ່ຽງ​ ຈະ​ຂະ​ຫຍາຍກວ້າງ​ ອອກ​ຕື່ມ​ອີກ ແລະ ກຳ​ລັງ​ສົ່ງ​ຜົນ​ກະ​ທົບ​ຕໍ່​ ຄວາມ​ໝັ້ນ​ຄົງ,​ ລາ​ຄາ​ພະ​ລັງ​ງານ ໃນ​ພາກພື້ນ ກໍ​ຄື ເສດ​ຖະ​ກິດ​ ການ​ຄ້າ​ໂລກ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນ​ທີ 22 ກໍ​ລະ​ກົດ​ນີ້, ທ່ານ ສະ​ເຕ​ຟານ ດູ​ຈາ​ຣິກ ໂຄ​ສົກ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ ສະ​ຫະ​ປະ​ຊາ​ຊາດ ​ໄດ້​ແຈ້ງ​ໃຫ້​ຮູ້​ ໃນ​ກອງ​ປະ​ຊຸມ​ ຖະ​ແຫລງ​ຂ່າວ ​ປະ​ຈຳ​ວັນ​ວ່າ: ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ທີ່​ເກີດ​ຂຶ້ນ ​ຫລັງ​ຈາກ​ ສ.ອາ​ເມ​ລິກາ ແລະ​ ອີ​ຣານ​ ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້​າ​ໃຈ ໄດ້​ດຳ​ເນີນ​ມາ​ຫລາຍ​ວັນ​ແລ້ວ, ການ​ປະ​ທະ​ກັນ​ດັ່ງ​ກ່າວ​ ມີ​ຄວາມ​ສ່ຽງ​ ຈະ​ຂະ​ຫຍາຍກວ້າງ​ ອອກ​ຕື່ມ​ອີກ ແລະ ກຳ​ລັງ​ສົ່ງ​ຜົນ​ກະ​ທົບ​ຕໍ່​ ຄວາມ​ໝັ້ນ​ຄົງ,​ ລາ​ຄາ​ພະ​ລັງ​ງານ ໃນ​ພາກພື້ນ ກໍ​ຄື ເສດ​ຖະ​ກິດ​ ການ​ຄ້າ​ໂລກ. ອົງ​ການ ​ສະ​ຫະ​ປະ​ຊ​າ​ຊາດ ​ຮຽກ​ຮ້ອງ​ອີກ​ຄັ້ງ​ ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ ​ຈົ່ງ​ຍຸດ​ຕິ​ການ​ຍົກ​ລະ​ດັບ​ການ​ເຄື່ອນ​ໄຫວ ​ທາງ​ການ​ທະ​ຫານ ແລະ ກັບ​ຄືນ​ສູ່​ ເສັ້ນ​ທາງ​ແກ້​ໄຂ​ ບັນ​ຫາ​ດ້ວຍ​ວິ​ທີ​ ທາງ​ການ​ທູດ​ຄືນ​ໃໝ່. ຈາກນັ້ນ ທ່ານ ດູ​ຈາ​ຣິກ​ ​ກ່າວ​ຕື່ມ​ວ່າ: ການ​ໃຊ້​ຈ່າຍ​ ດ້ານການ​ທະ​ຫານ​ທົ່ວ​ໂລກ​ ໃນ​ປັດ​ຈຸ​ບັນ​ແມ່ນ​ຫລາຍ​ເກີນ​ໄປ, ກ່ອນ​ໜ້າ​ນີ້, ທ່ານ​ ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່ ອົງ​ການ​ ສະ​ຫະ​ປະ​ຊ​າ​ຊາດ​ ໄດ້​ຮຽກ​ຮ້ອງມາ​ຫລາຍ​ເທື່ອ​ແລ້ວ​ວ່າ ​ຈົ່ງ​ຈັດ​ເອົາ​ຊັບ​ພະ​ຍາ​ກອນ ​ຫລາຍກວ່າ​ເກົ່າ ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ ແລະ​ ພາ​ລະ​ກິດ​ ມະ​ນຸດ​ສະ​ທຳ ແຕ່​ບໍ່​ແມ່ນ​ສືບ​ຕໍ່​ ເພີ່ມ​ລາຍ​ຈ່າຍ ​ທາງ​ການ​ທະ​ຫານ​ ໃຫ້​ຫລາຍ​ຂຶ້ນກວ່າ​ເກົ່າ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ທ່ານ ສີ ຈິ້ນຜິງ ໃຫ້ຄຳຊີ້ນຳສຳຄັນ ຕໍ່ວຽກງານ ການສຶກສາຂັ້ນພື້ນຖານຂ່າວຕ່າງປະເທດ

      ທ່ານ ສີ ຈິ້ນຜິງ ໃຫ້ຄຳຊີ້ນຳສຳຄັນ ຕໍ່ວຽກງານ ການສຶກສາຂັ້ນພື້ນຖານ

      7/23/2026 12:36:02 PM

      ​ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ​ໂດຍ​ເນັ້ນ​ໜັກ​ວ່າ: ບົນ​ຂະ​ບວນ​ການ​ໃໝ່, ຕ້ອງ​ຈັດ​ຕັ້ງ​ປະ​ຕິ​ບັດ​ໜ້າ​ທີ່ ​ພື້ນ​ຖານ​ກ່ຽວ​ກັບ ການບຳລຸງສ້າງຄົນ ໃຫ້ມີຄຸນສົມບັດທີ່ດີ, ຍຶດ​ໝັ້ນຝຶກ​ຝົນ​ຫລໍ່ຫລອມ​ ຈິດ​ວິນ​ຍານ ​ແລະ​ ບຳ​ລຸງສ້າງ​​​ຄົນ​ດ້ວຍ​ທິດ​ສະ​ດີ​ ທີ່ປະ​ດິດ​ສ້າງ​ຂອງ​ພັກ ​ຢ່າງ​ບໍ່​ລົດ​ລະ,ບຳ​ລຸ​ງ​ສ້າງ​ຜູ້​ກໍ່​ສ້າງ​ ແລະ ​ຜູ້​ສືບ​ທອດ​ສັງ​ຄົມ​ນິ​ຍົມ ​ທີ່​ມີການພັດທະນາ ຮອບດ້ານ ທັງຄຸນສົມບັດ ປັນຍາ ສິລະປະພະລະ ແລະ ແຮງງານ.

    • ໄຂກອງປະຊຸມເວທີປຶກສາຫາລື ການພັດທະນາ ເສັ້ນທາງສາຍໄໝດິຈິຕອນຂ່າວຕ່າງປະເທດ

      ໄຂກອງປະຊຸມເວທີປຶກສາຫາລື ການພັດທະນາ ເສັ້ນທາງສາຍໄໝດິຈິຕອນ

      7/23/2026 12:35:34 PM

      ກອງ​ປະ​ຊຸມ ​ເວ​ທີ​ປຶກ​ສາ​ຫາ​ລື ​ການ​ພັດ​ທະ​ນາ ​ເສັ້ນ​ທາງ​ສາຍ​ໄໝ ​ດິ​ຈິຕອນ ​ຂອງກອງ​ປະ​ຊຸມ ​ອິນ​ເຕີ​ເນັດ​ໂລກ 2026 ໄດ້​ໄຂ​ຂຶ້ນ ​ຢູ່​ນະ​ຄອນ​ຊີ່​ອ່ານ​ຂອງ ສປ ​ຈີນ, ໂດຍ​ແມ່ນ​ກອງ​ປະ​ຊຸມ ​ອິນ​ເຕີ​ເນັດ​ໂລກ ເປັນ​ເຈົ້າ​ພາບ ແລະ ອົງ​ການ​ປົກ​ຄອງ ​ແຂວ​ງ​ສ້ານ​ຊີ ​ເປັນ​ຜູ້​ຮັບ​ຜິດ​ຊອບ​ຈັດ​ງານ. ແຂກ​​ຜູ້​ມີ​ກຽດ​ປະ​ມານ 800 ຄົນ​ທີ່​ມາ​ຈາກ 52 ປະ​ເທດ ແລະ ເຂດ​ແຄວ້ນ ​ພ້ອມ​ດ້ວຍ 7 ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ໄດ້​ເຂົ້າ​ຮ່ວມ​​.

    • ສປຊ ກ່າວເຕືອນ ຄວາມຄືບໜ້າ ທີ່ບໍ່ສະໝ່ຳ ສະເໝີກັນ ໃນບັ້ນຕໍ່ສູ້ຕ້ານໄພອຶດຫິວຂ່າວຕ່າງປະເທດ

      ສປຊ ກ່າວເຕືອນ ຄວາມຄືບໜ້າ ທີ່ບໍ່ສະໝ່ຳ ສະເໝີກັນ ໃນບັ້ນຕໍ່ສູ້ຕ້ານໄພອຶດຫິວ

      7/23/2026 12:18:47 PM

      ໂລກ​ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າ​ຈຳ​ນວນ​ໜຶ່ງ​ ໃນ​ການ​ຍູ້​ຖອຍ​ໄພ​ອຶດ​ຫິວ​ ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ແຕ່​ໝາກ​ຜົນ​ລະ​ຫວ່າງ ບັນ​ດາ​ພາກ​ພື້ນ​ ແມ່ນ​ບໍ່​ສະ​ໝ່ຳ​ສະ​ເໝີ​ກັນ.

    • ຈັດວາງປັນຍາປະດິດ ມີໂອກາດຕະຫລາດ ທີ່ມີໜຶ່ງດຽວໃນໂລກຂ່າວຕ່າງປະເທດ

      ຈັດວາງປັນຍາປະດິດ ມີໂອກາດຕະຫລາດ ທີ່ມີໜຶ່ງດຽວໃນໂລກ

      7/23/2026 12:18:30 PM

      ກອງປະຊຸມ ປັນຍາປະດິດໂລກ 2026 ແລະ ກອງປະຊຸມ ຂັ້ນສູງ ວ່າດ້ວຍ ການຄຸ້ມຄອງ ປັນຍາປະດິດ ທົ່ວໂລກ ໄດ້ຈັດ ຂຶ້ນ ຢູ່ນະຄອນຊຽງໄຮ້ ລະຫວ່າງ ວັນທີ 17 ຫາ 20 ກໍລະກົດນີ້. ງານມະຫາກໍາ AI ຂອງໂລກຄັ້ງນີ້, ທັງເປັນ ປ່ອງຢ້ຽມສຳ ຄັນໃຫ້ 1.100 ກວ່າວິສາຫະກິດ ໄດ້ສະແດງເຕັກໂນໂລຊີ ທີ່ນໍາໜ້າ, ທັງເປັນເວທີທີ່ດີເລີດ ໃຫ້ບັນດາ ວິສາຫະກິດ AI ຊັ້ນນຳຂອງໂລກ ໄດ້ເຊື່ອມຕໍ່ກັບຕະຫລາດຈີນ.

    • ຟີລິບປິນ ຈັດກອງປະຊຸມລັດຖະມົນຕີຕ່າງປະເທດຈີນ-ອາຊຽນຂ່າວຕ່າງປະເທດ

      ຟີລິບປິນ ຈັດກອງປະຊຸມລັດຖະມົນຕີຕ່າງປະເທດຈີນ-ອາຊຽນ

      7/23/2026 12:17:11 PM

      ກອງ​ປະ​ຊຸມ ​ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ-ອາ​ຊຽນ​ ໄດ້​ຈັດ​ຂຶ້ນ​ຢູ່ ນະ​ຄອນຫລວງ ​ມະ​ນີ​ລາ ​ປະ​ເທດ ​ຟິ​ລິບ​ປິນ. ທ່ານ​ ຫວາງ​ຢີ້ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ ​ກອມ​ມູ​ນິດ​ຈີນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ແລະ ທ່ານ​ ໂມ​ຮາ​ມັດ ຮາ​ຊັນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ມາ​ເລ​ເຊຍ​ ທີ່​ເປັນ​ປະ​ເທດ​ປະ​ສານ​ງານ​ສາຍ​ພົວ​ພັນ ຈີນ-ອາ​ຊຽນ​​ ໄດ້​ຮ່ວມ​ກັນ ເປັນ​ປະ​ທານ ກອງ​ປະ​ຊຸມ

ads
ads

Top