ຂປລ
ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ສ່ວຍສາອາກອນປະຈໍາແຂວງ ເຊກອງ ຈັດກອງປະຊຸມສະຫລຸບ ຕີລາຄາການຈັດຕັ້ງປະຕິບັດວຽກ ງານ 6 ເດືອນຕົ້ນປີ ແລະ ວາງ ທິດທາງແຜນການ, ວຽກຈຸດສຸມ 6 ເດືອນທ້າຍປີ 2026 ໂດຍການ ເປັນປະທານ ຂອງ ທ່ານ ສີໄຄ້ ລຽງ ສະຫວັດ ຮອງຫົວໜ້າພະແນກການ ເງິນແຂວງ, ທ່ານ ສົມບູນ ພັນຈັນ ວ່າການຫົວໜ້າສ່ວຍສາອາກອນປະ ຈໍາແຂວງ ພ້ອມດ້ວຍມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ພູວັນ ເທບພະລັກສາ ຮອງ ຫົວໜ້າສ່ວຍສາອາກອນປະຈໍາ ແຂວງ ໄດ້ລາຍງານໃຫ້ຮູ້ວ່າ: ໃນ 6 ເດືອນຜ່ານມາ, ສ່ວຍສາອາກອນ ປະຈໍາແຂວງເຊກອງ ໄດ້ເອົາໃຈ ໃສ່ປະຕິບັດໜ້າທີ່ວິຊາສະເພາະ ຕາມພາລະບົດບາດຕິດພັນກັບການ ປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນ ແລະ ວຽກຈຸດສຸມອື່ນໆ ໃນນີ້, ສາມາດ ເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 107,22 ຕື້ກີບ ທຽບໃສ່ ແຜນປີເທົ່າກັບ 41,59%, ທຽບໃສ່ ໄລຍະດຽວຂອງປີຜ່ານມາ ເພີ່ມຂຶ້ນ 11,89% ເປັນເງິນ 12,17 ຕື້ກີບ. ພ້ອມນ້ີ, ໄດ້ເອົາໃຈໃສ່ເກັບກໍາຖານ ຂໍ້ມູນລາຍຮັບ, ຂຶ້ນແຜນຄາດຄະເນ ລາຍຮັບ, ການຄຸ້ມຄອງຫົວໜ່ວຍ ທຸລະກິດ, ປະສານສົມທົບກັບຂະ ແໜງກ່ຽວຂ້ອງ ເພື່ອຄຸ້ມຄອງ, ຕິດຕາມວຽກງານຄຸ້ມຄອງຊັບສິນ ແລະ ຊຸກຍູ້ໃຫ້ຫົວໜ່ວຍທຸລະກິດ ປະຕິບັດພັນທະເຂ້ົາງົບປະມານແຫ່ງ ລັດທັນຕາມກໍານົດເວລາ.
ທ່ານ ພູວັນ ເທບພະລັກສາ ໃຫ້ຮູ້ ຕື່ມວ່າ: ໃນ 6 ເດືອນທ້າຍປີ, ສ່ວຍສາ ອາກອນປະຈໍາແຂວງເຊກອງ ຈະ ສືບຕໍ່ປະຕິບັດພາລະບົດບາດ, ຜັນ ຂະຫຍາຍແນວທາງນະໂຍບາຍ ຂອງພັກ, ລະບຽບກົດໝາຍຂອງ ລັດ ກ່ຽວກັບວຽກງານສ່ວຍສາອາ ກອນ ແລະ ສູ້ຊົນເກັບລາຍຮັບໃຫ້ ໄດ້ຕາມແຜນງົບປະມານປະຈໍາປີ 2026, ເອົາໃຈໃສ່ໂຄສະນາ ແລະ ຝຶກອົບຮົມ ເພື່ອຊຸກຍູ້ໃຫ້ຫົວໜ່ວຍ ທຸລະກິດ ແຈ້ງ-ມອບອາກອນ ດ້ວຍ ຕົນເອງຜ່ານລະບົບ TaxRIS, ສືບ ຕໍ່ຕິດຕາມຫົວໜ່ວຍວິສາຫະກິດຂ້ຶນ ໃໝ່ ຈາກຂະແໜງອຸດສາຫະກໍາ ແລະ ການຄ້າ ໂດຍຜ່ານການອອກ ເລກປະຈຳຕົວໃນລະບົບ TaxRIS ໃຫ້ໄດ້ດີ, ສືບຕໍ່ປ້ອນຂໍ້ມູນຕອນດິນ ເຂົ້າໃນລະບົບ TaxRIS, ຂະຫຍາຍ ຖານອາກອນມູນຄ່າເພີ່ມ, ແນະນໍາ, ເຜີຍແຜ່ ແລະ ໂຄສະນາໃຫ້ຫົວໜ່ວຍ ທຸລະກິດ ແຈ້ງ-ມອບອາກອນດ້ວຍ ຕົວເອງ ຜ່ານລະບົບ TaxRIS.
ຂ່າວ: ສັນຍາ
KPL